ລໍຄອຍມາຫຼາຍປີ! ເຈົ້າແຂວງສະຫວັນນະເຂດ ຕິດຕັ້ງລະບົບໄຟຟ້າ ໃຫ້ປະຊາຊົນຫ່າງໄກສອກຫຼີກ


ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນຢູ່ເຂດຈຸດສຸມແກ້ງມຸມ ເມືອງອາດສະພອນ ແຂວງສະຫວັນນະເຂດ ໃນການຕິດຕັ້ງລະບົບໄຟຟ້າ ເພື່ອນຳໃຊ້ໃນ ຄົວເຮືອນ ແລະ ທຳການຜະລິດ, ຄ້າຂາຍ. ດັ່ງນັ້ນ ມາໃນວັນທີ 8 ມິຖຸນາ 2023 ທ່ານ ຄຳຜຸຍ ສີບຸນເຮືອງ ຫົວໜ້າພະແນກແຜນການ-ການລົງທຶນແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງໄດ້ລົງຕິດຕາມ ເບິ່ງຄວາມຄືບໜ້າຂອງບໍລິສັດ ທີ່ຮັບຕິດຕັ້ງລະບົບໄຟຟ້າຢູ່ເຂດ ຈຸດສຸມດັ່ງກ່າວ, ເຊິ່ງປະຊາຊົນຢູ່ເຂດນີ້ໄດ້ມີການຄອງຄອຍມາຕັ້ງຫຼາຍປີແລ້ວ.

ເຂດຈຸດສຸມແກ້ງມຸມ ເມືອງອາດສະພອນ ຕັ້ງຢູ່ຫ່າງຈາກເທສະບານແຂວງປະມານ 100 ກວ່າກິໂລແມັດ, ເສັ້ນທາງເລກທີ 10 (ເສັ້ນທາງແຕ່ເຊໂນ ເມືອງອຸທຸມພອນ-ນາຍົມເມືອງວິລະບູລີ) ເຊິ່ງທາງເສັ້ນດັ່ງກ່າວ ພວມໄດ້ຮັບການຍົກລະດັບດ້ວຍການປູຢາງສອງຊັ້ນ (ສຳເລັດແລ້ວ 27 ກິໂລແມັດ), ຈຸດສຸມແຫ່ງນີ້ບໍ່ແມ່ນ ຈຸດສຸມສອກຫຼີກ, ແຕ່ເປັນຈຸດສຸມຫ່າງໄກ, ລະບົບຕາຂ່າຍໄຟຟ້າ ຍັງໄປບໍ່ຮອດ, ດັ່ງນັ້ນ ທ່ານເຈົ້າແຂວງສະຫວັນນະເຂດ ຈຶ່ງເຫັນໄດ້ຄວາມສຳຄັນ ໃນດ້ານຊີວິດ ການເປັນຢູ່ຂອງປະຊາຊົນກໍຄື ຄວາມຈະເລີນຮຸ່ງເຮືອງຂອງ ບ້ານ-ເມືອງ, ຈຶ່ງໄດ້ຈັດສັນງົບປະມານຈຳນວນໜຶ່ງ ເພື່ອໃຫ້ປະຊາຊົນໄດ້ນຳໃຊ້ໄຟຟ້າໃຊ້ເຂົ້າໃນຊີວິດປະຈຳວັນ.

ປະທານບໍລິສັດທະນາວັດ ການໄຟຟ້າ ເຊິ່ງເປັນຜູ້ລົງທຶນຕິດຕັ້ງໄຟຟ້າ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ການກະກຽມອຸ ປະກອນສຳລັບການຕິດຕັ້ງສຳເລັດແລ້ວ 70%, ເຊິ່ງການຕິດຕັ້ງ ແມ່ນເລີ່ມແຕ່ບ້ານດົງນາສານ ໄປຫາຈຸດສຸມແກ້ງມຸມ ແລະ ໄປ ສິ້ນສຸດຢູ່ບ້ານສົບເຊ, ມີລວງຍາວ ທັງໝົດ 40 ກິໂລແມັດ, ໃນນັ້ນ ໄດ້ສ້າງຕາຂ່າຍໄຟຟ້າແຮງກາງ ຍາວ 40.000 ແມັດ, ໝໍ້ແປງ 14 ໜ່ວຍ ພ້ອມດ້ວຍການຕິດຕັ້ງຕາຂ່າຍ ແຮງຕ່ຳໃນແຕ່ລະບ້ານ ຈຳນວນ 14 ບ້ານ, ຄາດວ່າໃນທ້າຍປີ 2023 ປະຊາຊົນຈະຕ້ອງໄດ້ໃຊ້ໄຟຟ້າແນ່ນອນ, ເນື່ອງຈາກວ່າໄລຍະນີ້ທາງບໍລິສັດແມ່ນພົບຄວາມ ຫຍຸ້ງຍາກໃນດ້ານເສັ້ນທາງໃນ ການຂົນສົ່ງອຸປະກອນ, ເພາະເປັນລະດູຝົນເຮັດໃຫ້ການຂົນສົ່ງ ບໍ່ຮັບປະກັນ ຍ້ອນເສັ້ນທາງດັ່ງກ່າວເປັນຂົວໄມ້ທີ່ບໍ່ຮັບປະກັນ.

ໂອກາດນີ້, ທ່ານ ຄຳຜຸຍ ສີບຸນເຮືອງກໍໄດ້ຢັ້ງຢືນນຳອຳນາດ ການປົກຄອງຈຸດສຸມ ແລະອຳນາດການປົກຄອງບ້ານວ່າ: ໃຫ້ພ້ອມກັນອົດໃຈລໍອີກບໍ່ພໍເທົ່າໃດເດືອນເຂດຈຸດສຸມ ພວກເຮົາຈະໄດ້ໃຊ້ໄຟຟ້າ, ຍ້ອນວ່າທິດຊີ້ນຳ ຂັ້ນເທິງ ໂດຍສະເພາະທ່ານເຈົ້າແຂວງສະຫວັນນະເຂດ ໄດ້ໃຫ້ຄວາມສຳຄັນຢາກໃຫ້ປະຊາຊົນ ໄດ້ຮັບຄວາມຈະເລີນຢ່າງເທົ່າ ທຽມກັນ ໂດຍສະເພາະໄຟຟ້າທີ່ມີຄວາມສຳຄັນຕໍ່ການດຳລົງຊີວິດ

ຂໍ້ມູນຈາກ:

https://cutt.ly/fwreCUby

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/