ທຫລ ຈະເປັນຜູ້ກຳນົດອັດຕາແລກປ່ຽນ ຢ່າງເຂັ້ມງວດ ເພື່ອຄວບຄຸມການເໜັງຕີງຂອງອັດຕາແລກປ່ຽນ ໃນຂອບເຂດທົ່ວປະເທດ


ທະນາຄານແຫ່ງ ສປປ ລາວ (ທຫລ) ຈະເປັນຜູ້ເຂົ້າ ຄົ້ນຄວ້າ, ຄວບຄຸມ ແລະ ກຳນົດອັດຕາແລກປ່ຽນເງິນຕາຕ່າງປະເທດ ໃນແຕ່ລະວັນຢ່າງເຂັ້ມງວດ ເພື່ອຄວບຄຸມການເໜັງຕີງຂອງອັດຕາແລກປ່ຽນໃນຂອບເຂດທົ່ວປະເທດ ບໍ່ໃຫ້ແຕກໂຕນ ຫຼື ຫຼຸດລື່ນກັນຫຼາຍເກີນໄປ ແລະ ຢູ່ໃນຂອບເຂດທີ່ທະນາຄານແຫ່ງ ສປປ ລາວ ກໍານົດ.

ໃນໄລຍະປັດຈຸບັນ ອັດຕາແລກປ່ຽນແມ່ນມີການຜັນຜວນຂຶ້ນ-ລົງອັນເນື່ອງມາຈາກປັດໄຈພາຍໃນ ແລະ ພາຍນອກ ສປປ ລາວ, ຄວາມຕ້ອງການເງິນຕາຕ່າງປະເທດຂອງສັງຄົມ, ການກໍານົດອັດຕາດອກເບ້ຍຂອງທະນາຄານ ທັງພາຍໃນ ແລະ ຕ່າງປະເທດ ແລະ ປັດໄຈອື່ນ ເຊິ່ງຕາມປົກກະຕິແລ້ວອັດຕາແລກປ່ຽນແມ່ນຄ່າຂອງສະກຸນເງິນໜຶ່ງທຽບໃສ່ຄ່າຂອງສະກຸນເງິນອື່ນ ເຊັ່ນ: ກີບ-ບາດ, ກີບ-ໂດລາສະຫະລັດ ໂດຍການກໍານົດອັດຕາແລກປ່ຽນໃນແຕ່ລະຄັ້ງ ຕ້ອງສອດຄ່ອງກັບກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ.

ໂດຍກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ ເປັນຜູ້ຄົ້ນຄວ້າກຳນົດອັດຕາແລກປ່ຽນອ້າງອີງ ແລະ ແຈ້ງອັດຕາແລກປ່ຽນດັ່ງກ່າວ ຜ່ານເວັບໄຊຂອງທະນາຄານແຫ່ງ ສປປ ລາວ (bol.gov.la) ພາຍໃນເວລາ 08:10 ໂມງໃນຕອນເຊົ້າຂອງແຕ່ລະວັນລັດຖະການເພື່ອເປັນບ່ອນອີງໃຫ້ແກ່ກົມບໍລິການທະນາຄານ, ທະນາຄານແຫ່ງ ສປປ ລາວ ແລະ ບັນດາທະນາຄານທຸລະກິດກຳນົດອັດຕາແລກປ່ຽນຂອງຕົນ ຕາມຂອບເຂດທີ່ທະນາຄານແຫ່ງ ສປປ ລາວ ກໍານົດໃນແຕ່ລະໄລຍະ.

ສ່ວນການກຳນົດອັດຕາແລກປ່ຽນໃນວັນພັກລັດຖະການ ແມ່ນໃຫ້ຖືເອົາອັດຕາແລກປ່ຽນອ້າງອີງຂອງທະນາຄານແຫ່ງ ສປປ ລາວ ກຳນົດອອກໃນວັນສຸດທ້າຍກ່ອນວັນພັກລັດຖະການເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

ນອກຈາກນີ້ ການກໍານົດອັດຕາແລກປ່ຽນຂອງທະນາຄານທຸລະກິດແມ່ນປະຕິບັດຕາມຂອບເຂດ ແລະ ຫຼັກການທີ່ທະນາຄານແຫ່ງ ສປປ ລາວ ກຳນົດ ຄື: ກໍານົດອັດຕາແລກປ່ຽນສຳລັບການຊື້ ຫຼື ຂາຍເງິນກີບກັບເງິນໂດລາສະຫະລັດ ໃນຂອບເຂດບໍ່ເກີນ + ຫຼື – 4,50% ທຽບໃສ່ອັດຕາແລກປ່ຽນອ້າງອີງທີ່ກົມນະໂຍບາຍເງິນຕາປະກາດອອກໃນແຕ່ລະວັນ ແລະ ສ່ວນຕ່າງລະຫວ່າງອັດຕາຊື້-ຂາຍ ບໍ່ເກີນ 1%.

ກໍານົດໃຫ້ສ່ວນຕ່າງ ລະຫວ່າງອັດຕາຊື້ ແລະ ອັດຕາຂາຍບໍ່ເກີນ 1% ສໍາລັບການແລກປ່ຽນເງິນກີບກັບເງິນບາດ, ເງິນຢວນ ແລະ ເງິນຢູໂຣ. ເພື່ອເຮັດໃຫ້ການກໍານົດອັດຕາແລກປ່ຽນຂອງລະບົບທະນາຄານບໍ່ແຕກໂຕນຫຼືຫຼຸດລື່ນກັນຫຼາຍເກີນໄປ ແລະ ຢູ່ໃນຂອບເຂດທີ່ທະນາຄານແຫ່ງ ສປປ ລາວ ກໍານົດ.

ອີງຕາມການລາຍງານອັດຕາແລກປ່ຽນໃນວັນທີ 14 ມິຖຸນາ ຈາກເວັບໄຊຂອງທະນາຄານແຫ່ງສປປ ລາວ ເຫັນວ່າ: ເງິນບາດແມ່ນກຳນົດໃຫ້ຊື້ໃນລາຄາ 521,69 ແລະ ຂາຍໃນລາຄາ  1 ບາດຕໍ່ 522,36 ກີບ; ເງິນໂດລາ ຊື້ໃນລາຄາ 18.239 ຂາຍໃນລາຄາ 1 ໂດລາຕໍ່ 18.259 ກີບ. ສ່ວນເງິນຢວນແມ່ນຊື້ໃນລາຄາ 2.548 ແລະ ຂາຍໃນລາຄາ 1 ຢວນຕໍ່ 2.568ກີບ.

ຂອບໃຈຂໍ້ມູນຈາກ:

ທະນາຄານແຫ່ງ ສປປ ລາວ

bol

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/