ລົດໄຟລາວ-ຈີນ ຈັດໂປຣໂມຊັນ ຊື້ປີ້ລົດໄຟຜ່ານທາງ LCR TICKET APP ດ້ວຍ UnionPay ໄດ້ສ່ວນຫຼຸດທັນທີ 5%


ບໍລິສັດລົດໄຟລາວ-ຈີນ ຈໍາກັດ ຮ່ວມກັບ ບໍລິສັດ UnionPay International (UPI) ຈັດໂປຣໂມຊັນສ່ວນຫຼຸດ 5% ຫຼັງຈາກຊື້ປີ້ອອນລາຍຜ່ານ UnionPay, ໂດຍກິດຈະກຳຈະເລີ່ມແຕ່ວັນທີ 15 ພຶດສະພາ ຫາ ວັນທີ 15 ສິງຫາ 2023.

ໂດຍການຈັດໂປຣໂມຊັນໃນຄັ້ງນີ້ ກໍເພື່ອເປັນການສົ່ງເສີມການທ່ອງທ່ຽວ ແລະ ອຳນວຍຄວາມສະດວກໃນການຊື້ປີ້ອອນລາຍໃຫ້ແກ່ຜູ້ໂດຍສານໃນການຊື້ປີ້ຜ່ານ LCR TICKET APP ແລະ ເປັນການມອບສິດທິພິເສດໃຫ້ແກ່ລູກຄ້າທີ່ນໍາໃຊ້ທາງລົດໄຟລາວ-ຈີນ, ເຊິ່ງຜູ້ໂດຍສານທີ່ຊື້ປີ້ຈະໄດ້ຮັບສ່ວນຫຼຸດສູງສຸດ 15 ຄັ້ງຕະຫຼອດໄລຍະເວລາທີ່ມີໂປຣໂມຊັນ ແລະ ຍັງສາມາດໄດ້ຮັບສ່ວນຫຼຸດສູງສຸດເຖິງ 2 ຄັ້ງຕໍ່ມື້.

ທ່ານຈ່າງ ຈ້ຽນທາວ ຫົວໜ້າ ຝ່າຍບໍລິຫານການເງິນຂອງບໍລິສັດທາງລົດໄຟລາວ-ຈີນ ໄດ້ໃຫ້ຮູ້ວ່າ: “ພວກເຮົາໄດ້ຮ່ວມມືກັບ UnionPay ໃນການຈັດກິດຈະກໍາໃນຄັ້ງນີ້, ເພື່ອຮັບໃຊ້ລູກຄ້າຢ່າງເຕັມທີ່ ພ້ອມທັງ ໄດ້ພັດທະນາ APP ນີ້ເພື່ອໃຫ້ລູກຄ້າໄດ້ມີຕົວເລືອກໃນການຊື້ປີ້ທີ່ຫຼາກຫຼາຍ ແລະ ອຳນວຍຄວາມສະດວກໃຫ້ລູກຄ້າໃຫ້ດີທີ່ສຸດ. ພວກເຮົາຫວັງວ່າໂດຍຜ່ານໂປຣໂມຊັນ ແລະ ການເຜີຍແຜ່ວິດີໂອສອນກ່ຽວກັບການຈ່າຍເງິນຜ່ານ UnionPay ໃນຄັ້ງນີ້ ຈະຊ່ວຍໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວສາມາດຊື້ປີ້ຜ່ານ LCR TICKET ເຊິ່ງເປັນ APP ທີ່ປອດໄພ ແລະ ມີຟັງຊັນໃນການຊື້ປີ້ຫຼາກຫຼາຍເຊັ່ນ: ການປ່ຽນແປງປີ້,​ ຖອນປີ້, ກວດເບິ່ງລາຄາປີ້, ສະແກນ QR Code ເພື່ອເຂົ້າ-ອອກສະຖານີ ໄດ້ຢ່າງສະດວກສະບາຍຫຼາຍຂຶ້ນ.”

ນອກຈາກນີ້ ທ່ານ Arthur Liu ຫົວໜ້າ ຝ່າຍການຕະຫຼາດ UnionPay International ຂອງລາວ ແລະ ຫວຽດນາມ ຍັງໄດ້ກ່າວຕື່ມວ່າ:“ໂປໂມຊັນນີ້ແມ່ນຈັດຂຶ້ນເພື່ອສົ່ງເສີມໃຫ້ລູກຄ້າສາມາດຊື້ປີ້ອອນລາຍຜ່ານ LCR TICKET APP ໂດຍຜ່ານ UnionPay, ບັດເດບິດ ແລະ ບັດເຄຣດິດ. ພວກເຮົາໄດ້ຜະລິດວິດີໂອສັ້ນແນະນໍາວິທີນຳໃຊ້ UnionPay ໃນການຊື້ປີ້ໃນ LCR TICKET APP ໂດຍຜ່ານພຽງສອງສາມຂັ້ນຕອນງ່າຍໆພຽງເທົ່ານັ້ນ.”

ຂອບໃຈຂໍ້ມູນຈາກ: https://bit.ly/3MtGyuc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/