ລາວ-ຈີນ ເລັ່ງພັດທະນາປະເທດຊາດຮ່ວມກັນ ໃຫ້ບັນລຸວາລະ 2030


ໃນວັນທີ 10 ກໍລະກົດ 2023, ທີ່ນະຄອນຫຼວງປັກກິ່ງ, ສປ.ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທຳອິດ ຂອງເວທີປຶກສາຫາລືວ່າດ້ວຍ ການປະຕິບັດງານສາກົນເພື່ອການພັດທະນາຮ່ວມກັນ (First High-Level Meeting of Forum on Global Action for Shared Development) ພາຍໃຕ້ຂໍ້ລິເລີ່ມດ້ານການພັດທະນາສາກົນ (Global Development Initiative) ທີ່ສະເໜີໂດຍພະນະທ່ານ ສີຈິ້ນຜິງ, ປະທານປະເທດ ແຫ່ງ ສະທາລະນະລັດປະຊາຊົນຈີນ, ໂດຍການເປັນເຈົ້າພາບຂອງ ອົງການຮ່ວມມືເພື່ອການພັດທະນາສາກົນຂອງ ສປ ຈີນ. ໃນພິທີເປີດກອງປະຊຸມດັ່ງກ່າວ, ທ່ານ ຫວັງ ອີ້, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງການຄະນະກຳມະການກິດຈະການຕ່າງປະເທດສູນກາງພັກຄອມມູນິດຈີນ ໄດ້ຂຶ້ນອ່ານສານຊົມເຊີຍກອງປະຊຸມຂອງທ່ານປະທານ ສີຈິ້ນຜິງ ແລະ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍມີບັນດາການນຳຂັ້ນສູງຂອງກຸ່ມປະເທດເພື່ອນມິດ ຂອງຂໍ້ລິເລີ່ມດ້ານການພັດທະນາສາກົນ ແລະ ຜູ້ຕາງໜ້າຈາກບັນດາສະຖານທູດ, ອົງການເຄືອຂ່າຍສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນສາກົນຕ່າງໆ ເຂົ້າຮ່ວມກອງປະຊຸມຫຼາຍກວ່າ 300 ທ່ານ.

ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບມາດຕະການ ແລະ ແນວທາງປະຕິບັດຕ່າງໆ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາຮ່ວມກັນຂອງປະເທດກຳລັງພັດທະນາ ກໍຄືວິທີການແກ້ໄຂບັນດາສິ່ງທ້າທາຍຕ່າງໆ ທີ່ກີດຂວາງການພັດທະນາ ເສດຖະກິດສັງຄົມຢູ່ໃນໂລກ ໂດຍສະເພາະພາຍໃຕ້ຂອບຂໍ້ລິເລີ່ມດ້ານການພັດທະນາສາກົນ ເພື່ອເປັນການປະກອບສ່ວນສຳຄັນໃນການເລັ່ງລັດການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງໃຫ້ບັນລຸຜົນເປັນຈິງ ໃນປີ 2030. ຜົນຂອງກອງປະຊຸມທີ່ສຳຄັນແມ່ນການຮັບຮອງເອົາຖະແຫຼງການປັກກິ່ງ ເຊິ່ງໃນນັ້ນຢັ້ງຢືນເຖິງຄວາມໝາຍໝັ້ນທາງດ້ານການເມືອງຂອງບັນດາປະເທດທີ່ເຂົ້າຮ່ວມ ກໍຄືການມີສ່ວນ ຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ເພື່ອຮ່ວມມືກັນໃນວຽກງານການພັດທະນາເສດຖະກິດ-ສັງຄົມ ຢູ່ໃນສາກົນ ກໍຄືການຈັດຕັ້ງປະຕິບັດຂໍ້ລິເລີ່ມດ້ານການພັດທະນາສາກົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວຄຳເຫັນໃນທີ່ປະຊຸມ ໂດຍຊີ້ໃຫ້ເຫັນບັນດາສິ່ງທ້າທາຍທີ່ໂລກເຮົາກໍາລັງປະເຊີນຢູ່ ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນທົ່ວໂລກ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ສືບຕໍ່ຮ່ວມມືກັນໃນການແກ້ໄຂສິ່ງທ້າທາຍຕ່າງໆ ເພື່ອສັນຕິພາບ ແລະ ການພັດທະນາທີ່ຢືນຍົງຮ່ວມກັນ ພ້ອມທັງໄດ້ຢໍ້າເຖິງຄວາມໝາຍຄວາມສຳຄັນຂອງຂໍ້ລິເລີ່ມດ້ານການພັດທະນາສາກົນ, ເຊິ່ງເປັນກົນໄກການຮ່ວມມືຫຼາຍຝ່າຍທີ່ຈະຊ່ວຍຊຸກຍູ້ເລັ່ງລັດການບັນລຸວາລະ 2030 ການພັດທະນາແບບຍືນຍົງຂອງປະເທດທີ່ກຳລັງພັດທະນາ ຢ່າງເປັນຮູບປະທຳ ແລະ ສອດຄ່ອງ. ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບທ່ານ ຫວັງ ອີ້ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືສອງຝ່າຍໃນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ເຊິ່ງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງສອງປະເທດ ກໍຄືການຮ່ວມມືໃນຂອບອາຊຽນ.

ການຈັດກອງປະຊຸມຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງການດຳເນີນງານເພື່ອຜັນຂະຫຍາຍຂໍ້ລິເລີ່ມດ້ານການພັດທະນາສາກົນ ຂອງທ່ານປະທານ ສີຈິ້ນຜິງ ທີ່ໄດ້ນໍາສະເໜີຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 76 ໃນເດືອນກັນຍາ ປີ 2021.

ຂໍ້ລິເລີ່ມດັ່ງກ່າວແມ່ນໄດ້ຢຶດຖືເອົາການພັດທະນາເປັນບູລິມະສິດຫຼັກ ໂດຍຖືເອົາປະຊາຊົນເປັນໃຈກາງ, ທຸກຄົນລ້ວນແລ້ວແຕ່ໄດ້ຮັບຜົນປະໂຫຍດ, ນຳໃຊ້ນະວັດຕະກຳໃໝ່ເປັນສິ່ງຂັບເຄື່ອນການພັດທະນາ ໂດຍການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດ ແລະ ທຳມະຊາດ, ເຊິ່ງກວມເອົາ 8 ຂົງເຂດວຽກງານບູລິມະສິດທີ່ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງຄື 1. ການລົດຜ່ອນຄວາມທຸກຍາກ, 2. ການຄໍ້າປະກັນດ້ານສະບຽງອາຫານ, 3. ການຮັບມືກັບພະຍາດລະບາດ ແລະ ວັກຊີນ, 4. ການສະໜອງເງິນເພື່ອການພັດທະນາ, 5. ການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາສີຂຽວ, 6. ການຫັນເປັນອຸດສາຫະກໍາທີ່ທັນສະໄໝ, 7. ເສດຖະກິດດິຈິຕອລ ແລະ 8. ການເຊື່ອມໂຍງໃນຍຸກດິຈິຕອລ.

ຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/