ລາຄາ Bitcoin ຫຼຸດລົງຕໍ່າກວ່າລະດັບ 41,000 ໂດລາ ຫຼັງຈາກປິດຕະຫຼາດການຊື້ຂາຍ Spot Bitcoin ETF ໃນມື້ທີ 5


ໃນຕອນເຊົ້າຂອງວັນທີ 19 ມັງກອນ, ລາຄາ Bitcoin ໄດ້ມີການຫຼຸດລົງ 3.9% ແລະໄດ້ມີການຊື້ຂາຍກັນຢູ່ທີ່ປະມານ 40,959 ໂດລາ ເຊິ່ງນີ້ຖືວ່າເປັນຈຸດທີ່ຕໍ່າສຸດທີ່ບໍ່ເຄີຍເຫັນນັບຕັ້ງແຕ່ວັນທີ 3 ມັງກອນ.

ໂດຍການຫຼຸດລົງຂອງລາຄາຂອງ Bitcoin ນີ້ແມ່ນມາພ້ອມກັບຄໍາເຫັນຈາກ Nikolaos Panigirtzoglo. ນັກວິເຄາະຈາກ JPMorgan ເຊິ່ງເປັນຍັກໃຫຍ່ທາງດ້ານການເງິນ ໄດ້ກ່າວວ່າ ລາຄາຂອງ Bitcoin ອາດຈະປະເຊີນກັບການຫຼຸດລົງຢ່າງຕໍ່ເນື່ອງ. ຖ້າຫາກນັກລົງທຶນຈາກຝັ່ງຂອງ Grayscale’s spot ETF ທີ່ແປງຫຼຽນມາຈາກ GBTC ເພື່ອເຮັດກໍາໄລ.

ອີງຈາກຂໍ້ມູນໃນວັນທີ 17 ມັງກອນທີ່ຜ່ານມາ, ໄດ້ມີການພົບເຫັນ Bitcoin ມູນຄ່າ 451 ລ້ານໂດລາໄຫຼອອກຈາກ GBTC ແລະ ກ່ອນໜ້າທີ່ຈະລາຍງານກໍໄດ້ມີການພົບເຫັນອີກວ່າມີ Bitcoin ຢ່າງໜ້ອຍ 1.6 ຕື້ໂດລາໄຫຼອອກຈາກ GBTC.

ໃນດ້ານຂອງ ETF, ຫຼັງຈາກປິດການຊື້ຂາຍໃນມື້ທີຫ້າ ມູນຄ່າການຊື້ຂາຍທັງໝົດຂອງ Bitcoin Spot ETF ແມ່ນຢູ່ທີ່ 13 ຕື້ໂດລາ. ເຊິ່ງຖ້າຫາກນັບພຽງແຕ່ວັນພະຫັດທີ່ຜ່ານມາແມ່ນຈະມີມູນຄ່າການຊື້ຂາຍຢູ່ທີ່ 1.9 ຕື້. ເຊິ່ງເງິນໃນຈໍານວນນັ້ນຫຼາຍກວ່າ 976 ລ້ານໂດລາແມ່ນມາຈາກ Grayscales, ເຊິ່ງກວມເອົາເຄິ່ງໜຶ່ງຂອງປະລິມານການຊື້ຂາຍທັງໝົດນັບຕັ້ງແຕ່ການເປີດຕົວ.

ທ່າມກາງຄວາມວຸ້ນວາຍໃນຄັ້ງນີ້, ມູນຄ່າ liquidations ໃນຕຳແໜ່ງ Long ຂອງ Future ລວມຫຼາຍກວ່າ 28 ລ້ານໂດລາ. ໃນຂະນະທີ່ຕໍາແໜ່ງ Short ມີມູນຄ່າ liquidations ທັງໝົດຢູ່ທີ່ 4 ລ້ານໂດລາໃນການຊໍາລະເງິນໃນສອງສາມຊົ່ວໂມງທີ່ຜ່ານມາ.

ປັດຈຸບັນໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 41,167 ໂດລາ, ເຊິ່ງຫຼຸດລົງ 3.73 % ໃນ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

theblock

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/