ທຫລ ອອກກົດໃຫ້ບໍລິສັດຕ່າງປະເທດຕ້ອງເປີດບັນຊີທະນາຄານ ຄວບຄຸມການໄຫຼເຂົ້າຂອງເງິນ ໃຫ້ຢູ່ໃນລະບົບ


ທະນາຄານແຫ່ງ ສປປ ລາວ ອອກກົດເກນດ້ານເງິນຕາຕ່າງປະເທດ ໂດຍໃຫ້ນັກລົງທຶນຕ່າງຊາດຕ້ອງເປີດບັນຊີທະນາຄານໃນ ສປປ ລາວ ສຳລັບການດຳເນີນການທາງການຕ່າງໆ.

ຈາກລາຍງານຂອງສຳນັກຂ່າວ  Vientiane Times ລະບຸວ່າ ກົດເກນດັ່ງກ່າວ ເກີດຂຶ້ນຫຼັງຈາກທີ່ລັດຖະບານພົບວ່າເງິນທຶນໄຫຼເຂົ້າຂອງການລົງທຶນຈາກຕ່າງປະເທດ ທີ່ຖືກບັນທຶກໃນລະບົບທະນາຄານຕ່ຳກວ່າມູນຄ່າລົງທຶນ ທີ່ຕົກລົງກັນໄວ້ຢ່າງຫຼາຍ.

ການເຄື່ອນໄຫວຂອງທະນາຄານກາງໃນຄັ້ງນີ້ ຈຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງລັດຖະບານ ໃນການຮັບປະກັນວ່າເງິນຕາຕ່າງປະເທດຈະເຂົ້າລະບົບທະນາຄານຫຼາຍຂຶ້ນ, ລວມເຖິງເປັນອີກໜຶ່ງສິ່ງທີ່ຊ່ວຍແກ້ບັນຫາການຂາດດຸນການຊຳລະເງິນທັງໝົດ ເຊິ່ງເຊື່ອວ່າການຮັກສາສະຖຽນລະພາບຂອງມູນຄ່າເງິນກີບຈະຊ່ວຍແກ້ໄຂບັນຫາດ້ານການເງິນຂອງປະເທດ ທີ່ກຳລັງພົບຢູ່.

ນັກລົງທຶນຕ່າງຊາດ ຈຶ່ວຈຳເປັນຕ້ອງເປີດບັນຊີທະນາຄານໃນສະກຸນເງິນກີບ ແລະ ສະກຸນເງິນຕາຕ່າງປະເທດກັບທະນາຄານການຄ້າໃນ ສປປ ລາວ ພາຍໃນ 15 ວັນ ຫຼັງຈາກທີ່ໄດ້ຮັບໃບອະນຸຍາດປະກອບທຸລະກິດ ຫຼື ເມື່ອຂໍ້ສະເໜີຂໍລົງທຶນໄດ້ຮັບການອະນຸມັດຮຽບຮ້ອຍ.

ທີ່ມາ: 

Vientiane Times

AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/