ລັດວິສາຫະກິດຖືຮຸ້ນລາວ ສ້າງລາຍຮັບກວ່າ 50,51 ລ້ານໂດລາ ຈາກການຖືຮຸ້ນ 4 ໂຄງການ ຜະລິດພະລັງງານໄຟຟ້າ


ໃນປີ 2023 ລັດວິສາຫະກິດ ຖືຮຸ້ນລາວ ສ້າງລາຍຮັບກວ່າ 50,51 ລ້ານໂດລາ ຈາກການຖືຮຸ້ນ 4 ໂຄງການ ຜະລິດພະລັງງານໄຟຟ້າ, ມີຜົນກໍາໄລທາງການບັນຊີ 21,86 ລ້ານໂດລາ,ໄດ້ຊຳລະຕົ້ນທຶນ-ດອກເບັ້ຍໃຫ້ກະຊວງການເງິນ ແລະ ທະນາຄານທຸລະກິດພາຍໃນປະເທດຕາມສັນຍາ ແລະ ປະຕິບັດພັນທະອາກອນ 5,51 ລ້ານໂດລາສະຫະລັດ.

ໃນວັນທີ 26 ມີນາ 2024 ນີ້, ທີ່ຫໍປະຊຸມແຫ່ງຊາດ ລັດວິສາຫະກິດຖືຮຸ້ນລາວ ຫຼື ລຮລ, ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024, ໂດຍການເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ມີທ່ານ ມານະສິນ ວົງໄຊ ຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວ ແລະ ບັນດາກົມກອງ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍໃນ 4 ໂຄງການທີ່ລັດວິສາຫະກິດຖືຮຸ້ນລາວຮ່ວມຖືຮຸ້ນໃນປັດຈຸບັນສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 19.688 ລ້ານກິໂລວັດໂມງ (kWh) ໃນນັ້ນ, ໂຄງການໄຟຟ້ານໍ້າເທີນ 2 ຜະລິດໄດ້ 4.432 ລ້ານkWh, ໂຄງການໄຟຟ້າຄວາມຮ້ອນຫົງສາ 12.077 ລ້ານkWh,ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ 1.856 ລ້ານkWh ແລະ ໂຄງການໄຟຟ້ານໍ້າງຽບ 1 ຜະລິດໄດ້ 1.323 ລ້ານkWh) ລວມລາຍຮັບຈາກການຂາຍໄຟຟ້າທັງໝົດ 1.206 ລ້ານໂດລາສະຫະລັດ, ລວມພັນທະມອບໃຫ້ລັດຖະບານ 85,70 ລ້ານໂດລາສະຫະລັດ. ໃນນີ້, ມີຄ່າພາກຫຼວງ 32,02 ລ້ານໂດລາສະຫະລັດ, ອາກອນກຳໄລ 37,20 ລ້ານໂດລາສະຫະລັດ ແລະ ຄ່າທໍານຽມແຮ່ທາດ 16,48 ລ້ານໂດລາສະຫະລັດ.

ສໍາລັບທິດທາງແຜນການປີ 2024 ລັດວິສາຫະກິດຖືຮຸ້ນລາວ ຈະພະຍາຍາມສູ້ຊົນໃຫ້ມີລາຍຮັບເພີ່ມຂຶ້ນໂດຍວາງຄາດໝາຍສ້າງລາຍຮັບປະມານ 60 ລ້ານໂດລາໃຫ້ມີຜົນປະກອບການທີ່ດີກວ່າເກົ່າ ແລະ ມອບພັນທະອາກອນໃຫ້ລັດຖະບານໄດ້ຫຼາຍຂຶ້ນ.

https://www.mof.gov.la/index.php/2024/03/26/mof-gov-la-index-php-2024-03-26-mofnews-2023-2024/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/