ລັດຖະບານສຸມໃສ່ແກ້ໄຂ 6 ບັນຫາຂອງປະເທດ ໂດຍສະເພາະບັນຫາມົນລະພິດ ແລະ ເສດຖະກິດ


ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2023 ໄດ້ດຳເນີນ ໃນວັນທີ 28-29 ມີນາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າການນໍາ ບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2023.

ເນື່ອງຈາກສະພາບການຂອງສາກົນ ແລະ ພາກພື້ນ ຍັງຈະສືບຕໍ່ຜັນແປໄປຢ່າງສັບສົນ ທີ່ຄາດເດົາໄດ້ຍາກ ແລະ ແນ່ນອນວ່າຈະສົ່ງກະທົບຕໍ່ປະເທດເຮົາ ຢ່າງຫຼີກເວັ້ນບໍ່ໄດ້. ສະນັ້ນ, ລັດຖະບານ ໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາຫຍຸ້ງ ຍາກຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນການ, ເຊິ່ງໃນເດືອນເມສາ ຈະໄດ້ສຸມໃສ່ປະຕິບັດບາງວຽກງານທີ່ສໍາຄັນ ທີ່ນອນໃນແຜນວຽກຈຸດສຸມຂອງລັດຖະບານ ໃນປີ 2023, ເຊິ່ງເປັນວຽກທີ່ປິ່ນອ້ອມກັບ 05 ແຜນວຽກທີ່ເປັນບູລິມະສິດຮີບດ່ວນ ທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ຕິດພັນກັບ 02 ວາລະແຫ່ງຊາດ, ໃນນັ້ນ ຈະໄດ້ສຸມໃສ່ວຽກງານຕົວຈິງຈຳນວນໜຶ່ງ ດັ່ງນີ້:

1. ວຽກງານປ້ອງກັນຊາດ: ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ໃນນັ້ນ ໃຫ້ສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ເພີ່ມທະວີຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ໃຫ້ແຂງແຮງກ່ວາເກົ່າ ເປັນຕົ້ນ ບັນຫາຢາເສບຕິດ ທີ່ມີຮູບການຄ້າຂາຍ, ຂົນສົ່ງແບບໃໝ່; ສະພາບມົ້ວສຸມ ຢູ່ສະຖານບັນເທີງຕ່າງໆ; ບັນຫາຂີ້ລັກງັດແງະ ແລະ ການປຸ້ນຈີ້, ການຄາຕະກໍາ ມີລັກສະນະເພີ່ມຂຶ້ນ ແລະ ຮ້າຍແຮງກວ່າເກົ່າ ແບບບໍ່ຢ້ານກົວຕໍ່ກົດໝາຍບ້ານເມືອງ ຄວນມີມາດຕະການລົງໂທດ ໃຫ້ໜັກຂຶ້ນ ໂດຍສະເພາະກໍລະນີຜູ້ກະທຳຜິດ ທີ່ບໍ່ເຂັດຫຼາບ.

2. ວຽກງານເສດຖະກິດ: ສືບຕໍ່ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຄວາມໝັ້ນທ່ຽງ ໂດຍໃຫ້ກະຊວງ-ອົງການກ່ຽວຂ້ອງ ສຸມໃສ່ປະຕິບັດບັນດາໜ້າວຽກສຳຄັນ ເປັນຕົ້ນ: ສືບຕໍ່ຜັນຂະຫຍາຍການຕົກລົງ ແລະ ຊີ້ນຳຂອງລັດ ຖະບານ ກ່ຽວກັບການແກ້ໄຂໜີ້ສິນຕ່າງປະເທດ ໂດຍສະເພາະ ໜີ້ສິນທີ່ຕິດພັນກັບບໍລິສັດເອກະຊົນຈຳນວນໜຶ່ງ. ພ້ອມກັນນັ້ນ ກໍໃຫ້ສືບຕໍ່ສຸມໃສ່ການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການທີ່ວາງໄວ້ ຫຼື ລື່ນແຜນກວ່າເກົ່າ ໂດຍສຸມໃສ່ການຫັນການເກັບລາຍຮັບ ຈາກຄ່າທຳນຽມ ແລະ ຄ່າບໍລິການ ເປັນທັນສະໄໝ, ສືບຕໍ່ແກ້ໄຂບັນຫາຊ່ອງວ່າງລາຍຈ່າຍຊໍ້າຊ້ອນທຸກຮູບແບບ ຢ່າງເຂັ້ມງວດ ແລະ ເດັດຂາດ; ສືບຕໍ່ປະຕິບັດນະໂຍບາຍເງິນຕາ, ອັດຕາແລກປ່ຽນ ແລະ ຄົ້ນຄວ້າ ປັບປຸງເຄື່ອງມືນະໂຍບາຍເງິນຕາ ຕາມແຜນການທີ່ກຳນົດໄວ້, ໃນນັ້ນ ເອົາໃຈໃສ່ເປັນພິເສດ ໃນການຕິດຕາມ ແລະ ລາຍງານສະພາບການປັ່ນປ່ວນດ້ານອັດຕາແລກປ່ຽນ ພາຍຫຼັງທີ່ລັດຖະບານ ໄດ້ຍົກເລີກບັນດາຮ້ານແລກປ່ຽນ ໂດຍໃຫ້ມີມາດຕະການ ແລະ ມີການກວດກາຕົວຈິງ ຢ່າງຈະແຈ້ງ ແລະ ຊັດເຈນ; ເລັ່ງປັບປຸງທະນາຄານ ນະໂຍບາຍ ໃຫ້ສໍາເລັດໂດຍໄວ; ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຢູ່ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍມີມາດຕະການຕົວຈິງ ເພື່ອບໍ່ໃຫ້ມີການສວຍໂອກາດ, ລວມທັງເອົາໃຈໃສ່ໃນການສະໜອງນໍ້າມັນເຊື້ອໄຟ ໃຫ້ເປັນປົກກະຕິ. ຄຽງຄູ່ກັນນີ້, ໃຫ້ຮີບຮ້ອນຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມ ທຸລະກິດລາວ ຄັ້ງທີ 14 ໂດຍໃຫ້ກໍານົດບັນດາໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ, ການກໍານົດເວລາໃນການແກ້ໄຂ ລວມທັງກົນໄກໃນການຕິດຕາມຊຸກຍູ້ຄວາມຄືບໜ້າ ແລະ ສະຫຼຸບລາຍງານ ຜົນການແກ້ໄຂ ໃຫ້ລະອຽດ.

3. ວຽກງານວັດທະນະທຳ-ສັງຄົມ: ກະຊວງ ສຶກສາທິການ ແລະ ກິລາ ໃຫ້ຮີບຮ້ອນສົມທົບກັບນະຄອນຫຼວງ ແລະ ບັນດາແຂວງທົ່ວປະເທດ ກວດກາຄືນຈຳນວນຄູອາສາສະໝັກ ທີ່ມີໃນປັດຈຸບັດ, ພ້ອມທັງຄົ້ນຄວ້າ ແລະ ສະເໜີວິທີແກ້ໄຂ ໃຫ້ລະອຽດ ເພື່ອເຮັດແນວໃດ ຮັບປະກັນໃຫ້ການຮຽນ-ການສອນ ຢູ່ ເຂດຊົນນະບົດ ມີຄຸນະພາບດີຂຶ້ນ, ແລ້ວລາຍງານຕໍ່ກອງປະຊຸມ ລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2023 ພິຈາລະນາ; ສືບຕໍ່ແກ້ໄຂສະພາບການຂາດເຂີນແຮງງານ ຢູ່ບັນດາໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ເຂດເສດຖະກິດພິເສດ ແລະ ບັນດາຫົວໜ່ວຍແຮງງານຕ່າງໆ, ປຶກສາຫາລືກັບອົງການຕາງໜ້າຜູ້ອອກແຮງງານ ແລະ ອົງການຕາງໜ້າຜູ້ໃຊ້ແຮງງານ ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ແລະ ປັບປຸງລະບົບສະຫວັດດີການ ຂອງຫົວໜ່ວຍແຮງງານ ໃຫ້ດີຂຶ້ນ, ເພີ່ມທະວີ ການພັດທະນາສີມືແຮງງານ ຕາມຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ສາມາດປະກອບອາຊີບອິດສະຫຼະ, ຂະຫຍາຍອັດຕາການປົກຄຸມ ໃນລະບົບປະກັນສັງຄົມພາກທຸລະກິດ ແລະ ຜູ້ສະໝັກໃຈໃຫ້ຫຼາຍຂຶ້ນ, ກະກຽມຄວາມພ້ອມໃຫ້ຄະນະກຳມະການຄຸ້ມຄອງໄພພິບັດ ແຕ່ລະຂັ້ນ ເພື່ອກຽມພ້ອມຮັບມືກັບໄພພິບັດຕ່າງໆ.

4. ການກະກຽມສະເຫຼີມສະຫຼອງບຸນປີໃໝ່ລາວ: ການຈັດສະເຫຼີມສະຫຼອງ ຢູ່ ສຳນັກງານອົງການລັດ ຕ້ອງດຳເນີນບົນຈິດໃຈປະຢັດມັດທະຍັດ, ຖືເອົາຮີດຄອງປະເພນີ ເປັນຕົ້ນຕໍ; ເອົາໃຈໃສ່ເປັນພິເສດ ຕໍ່ການຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ລວມທັງການບໍລິການຂົນສົ່ງ, ການຈັດສັນເສັ້ນທາງຈະລາຈອນ ແລະ ການຮອງຮັບໃຫ້ແກ່ນັກທ່ອງທ່ຽວຈາກຕ່າງປະເທດ ໃຫ້ມີຄວາມສະດວກ ແລະ ປອດໄພ; ເພີ່ມທະວີການໂຄສະນາ ແລະ ປະຊາສຳພັນ ໃຫ້ປະຊາຊົນໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ໃຫ້ຖືກຕ້ອງ ກ່ຽວກັບວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໃນການສະເຫຼີມສະຫຼອງປີໃໝ່ປະຈຳຊາດ.

5. ການກະກຽມເປີດຖ້ຽວລົດໄຟໂດຍສານ ລາວ-ຈີນ: ມອບໃຫ້ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນໃຈກາງສົມທົບກັບກະຊວງ ການຕ່າງປະເທດ, ບໍລິສັດ ທາງລົດໄຟ ລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງ ຮີບຮ້ອນອອກແບບ ແລະ ຈັດສັນສະຖານທີ່ ຢູ່ ດ່ານຊາຍແດນສາກົນທາງລົດໄຟ ບໍ່ເຕັນ ໃຫ້ມີຄວາມພ້ອມ;

– ມອບໃຫ້ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມອຳນວຍຄວາມສະດວກ ໃນການຕ້ອນຮັບນັກທ່ອງທ່ຽວຈີນ ທີ່ຈະເດີນທາງເຂົ້າມາລາວ ໃນມື້ເປີດຖ້ຽວລົດໄຟ ລາວ-ຈີນ ແລະ ພາຍຫຼັງເປີດແລ້ວ ເພື່ອເຮັດແນວໃດ ຈະສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ ເພື່ອເປັນການດຶງດູດນັກທ່ອງທ່ຽວຈີນ ໃຫ້ເຂົ້າມາລາວຫຼາຍຂຶ້ນ.

6. ການແກ້ໄຂບັນຫາມົນລະພິດ: ໃນສະເພາະໜ້າ ມອບໃຫ້ກະຊວງ ກະສິກຳ ແລະ ປ່າໄມ້ ເປັນໃຈກາງ ສົມທົບກັບກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນ ຮີບຮ້ອນຈັດຕັ້ງທີມງານ ຕິດຕາມເຝົ້າລະວັງ ແລະ ຈັດຕັ້ງລາດຕະເວນ ເພື່ອສະກັດກັ້ນ ແລະ ແກ້ໄຂ ບັນຫາໄຟໄໝ້ປ່າ ຍ້ອນການຖາງປ່າເຮັດໄຮ່ ປູກພືດກະສິກໍາ ແລະ ຈູດສວນ ໂດຍເພີ່ມຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ໂດຍສະເພາະຂັ້ນເມືອງ ແລະ ຂັ້ນບ້ານ. ພ້ອມກັນນີ້, ໃຫ້ພາກສ່ວນກ່ຽວຂ້ອງ ໂຄສະນາເຜີຍແຜ່ຜົນກະທົບ ແລະ ຜົນຮ້າຍຂອງບັນຫາມົນລະພິດ ທາງອາກາດ ທີ່ເກີດຈາກໄຟໄໝ້ປ່າ ໂດຍສະເພາະຜົນກະທົບໂດຍກົງ ຕໍ່ສຸຂະພາບຂອງຄົນ, ທັງແນະນໍາມາດຕະການ ແລະ ວິທີການໃນການປ້ອງກັນ ຜ່ານສື່ຕ່າງໆ ດ້ວຍຫຼາຍຮູບການ ເພື່ອໃຫ້ປະຊາຊົນ ຮັບຮູ້ ແລະ ເຂົ້າໃຈ ຢ່າງກວ້າງຂວາງ ແລະ ທົ່ວເຖິງ. ໃນໄລຍະຍາວ: ໃຫ້ຮ່າງຄຳສັ່ງວ່າດ້ວຍການເພີ່ມທະວີ ຄວາມເຂັ້ງວດໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາການບຸກເນື້ອທີ່ປ່າໄມ້ ລວມທັງ ການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ປ່າ ໃນຂອບເຂດທົ່ວປະເທດ ເຊິ່ງໃນຄໍາສັ່ງຕ້ອງລະບຸຂໍ້ຫ້າມ, ມອບຄວາມຮັບຜິດຊອບໃຫ້ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນໃຫ້ລະອຽດ ສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນປະກາດໃຊ້.

7. ວຽກງານການຕ່າງປະເທດ ແມ່ນສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ, ບັນຫາທີ່ ສປປ ລາວ ຕ້ອງໄດ້ໃຫ້ທັດສະນະ ຫຼື ລົງມະຕິນັ້ນ ເພື່ອລາຍງານຂໍທິດຊີ້ນຳໃຫ້ທັນການ. ພ້ອມກັນນັ້ນ ກໍໃຫ້ສືບຕໍ່ກະກຽມໃຫ້ແກ່ການໄປເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງ, ການຕ້ອນຮັບການນໍາຂັ້ນສູງ ຈາກຕ່າງປະເທດ ແລະ ການຈັດປະຊຸມ ເຊັ່ນ: ການກະກຽມໃຫ້ເລຂາທິການໃຫຍ່ ໄປຮ່ວມປະຊຸມ ຢູ່ ກຳປູເຈຍ ໃນເດືອນເມສາ, ການກະກຽມຕ້ອນຮັບປະທານປະເທດຫວຽດນາມ, ກະກຽມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ IV ໃນລະຫວ່າງວັນທີ 2-5 ເມສາ 2023 ແລະ ອື່ນໆ.

ຂໍ້ມູນຈາກ:

https://bit.ly/42KWLBf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/