ຖ້າຄຳຕອບຈາກປັກກິ່ງ! ເຊເລັນສະກີ້ ປະກາດເຊີນ ສີຈິ້ນຜິງ ມາຢາມ ຢູເຄຣນ ເພື່ອຫາທາງອອກໃນຂໍ້ຂັດແຍ້ງ ຣັດເຊຍ-ຢູເຄຣນ


     ໃນໄລຍະໜຶ່ງອາທິດທີ່ຜ່ານມາເບິ່ງຄືວ່າຄວາມຮຸນແຮງໃນສະໜາມຮົບ ຣັດເຊຍ-ຢູເຄຣນ ຈະເພີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆ ທັງມີການໃຊ້ທັງລົດຖັງ, ອາວຸດໜັກ ແລະ ເຮືອບິນໄຮ້ຄົນຂັບ ເພື່ອພະຍາຍາມທຳຮ້າຍຄູ່ຕໍ່ສູ້ ແຕ່ໃນທາງການທູດເບິ່ງຄືວ່າຈະມີສັນຍານທີ່ດີຂຶ້ນອີກຄັ້ງໜຶ່ງ ເມື່ອ ໂວໂລດິເມຍ ເຊເລັນສະກີ້ ຜູ້ນຳສູງສຸດອອກປາກ ເຊີນ ສີ ຈິ້ນຜິງ ປະທານປະເທດຈີນ ມາຢາມ ນະຄອນຫຼວງ ຄຽບ ປະເທດຢູເຄຣນ  ເພື່ອຫາທາງອອກໃນຂໍ້ຂັດແຍ້ງ ຣັດເຊຍ-ຢູເຄຣນ ຫຼັງຜູ້ນຳຈີນຄົນນີ້ໄດ້ເດີນທາງໄປຢາມ ຣັດເຊຍ ເມື່ອກາງເດືອນທີ່ຜ່ານມາ.

ໂດຍ ເຊເລັນສະກີ້ ກ່າວໃນລະຫວ່າງການໃຫ້ສຳພາດໃນຂະບວນລົດໄຟວ່າ ໄດ້ເອີ່ຍປາກເຊີນໄປຫາສີຈິ້ນຜິງ ເຊິ່ງເປັນໜຶ່ງໃນຜູ້ນຳຊາດມະຫາອຳນາດ ທີ່ຍັງບໍ່ເຄີຍມາຢາມຢູເຄຣນເລີຍ ນັບຕັ້ງແຕ່ຂໍ້ຂັດແຍ້ງລະຫວ່າງ ຣັດເຊຍ-ຢູເຄຣນ ເລີ່ມຕົ້ນຂຶ້ນ.

ເຊເລັນສະກີ້ ລະບຸວ່າ: “ເຮົາພ້ອມທີ່ຈະພົບກັບທ່ານຢູ່ນີ້  ຂ້ອຍຢາກຈະເວົ້າກັບລາວ ຂ້ອຍເຄີຍຕິດຕໍ່ຫາລາວກ່ອນທີ່ສົງຄາມຈະເລີ່ມຂຶ້ນຢ່າງເຕັມຮູບແບບ ແຕ່ຕະຫຼອດ 1 ປີປາຍທີ່ຜ່ານມາ ຂ້ອຍຍັງບໍ່ມີໂອກາດແບບນັ້ນເລີຍ”

ໃນຂະນະດຽວກັນ ການທີ່ຜູ້ນຳຈີນໄດ້ໄປຢາມ ຣັດເຊຍ ແລະ ປະກາດຈຸດຢືນວ່າເປັນຕົນນັ້ນເປັນກາງ ໃນຄວາມຂັດແຍ້ງຄັ້ງນີ້ ແຕ່ໃນທາງປະຕິບັດແລ້ວ ຫຼາຍຝ່າຍຍັງເຊື່ອວ່າ ບໍ່ວ່າແນວໃດກໍຕາມ ຈີນກໍຄົງໃຫ້ການສະໜັບສະໜູນທາງການທູດກັບຣັດເຊຍ ຫຼາຍກວ່າ.

ໂດຍກ່ອນໜ້ານີ້ກໍຄື ກ່ອນໜ້າຈະເກີດສົງຄາມ ຢູເຄຣນຖືເປັນອີກໜຶ່ງປະເທດທີ່ມີຄວາມສຳພັນໃນລະດັບທີ່ດີກັບຈີນມາໂດຍຕະຫຼອດ ເພາະຢູເຄຣນເປັນໜຶ່ງໃນສະມາຊິກ ໜຶ່ງແຖບໜຶ່ງເສັ້ນທາງຂອງ ລັດຖະບານຈີນ. ເຊິ່ງຢູເຄຣນຖືເປັນປະຕູທຳອິດເປີດໃຫ້ກໍ່ສ້າງເສັ້ນທາງລົດໄຟ ແລະ ເສັ້ນທາງຄົມມະນາຄົມທັງຫຼາຍ ເຈາະເຂົ້າໄປໃນຢູໂຣບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/