ລັດຖະບານສິງກະໂປ ກຽມແຈກເງິນໃຫ້ປະຊາກອນ ປະມານ 2 ລ້ານຄົນ


ປະຊາກອນຊາວສິງກະໂປປະມານ 2 ລ້ານຄົນ ຈະໄດ້ຮັບເງິນສະໜັບສະໜູນຜ່ານໂຄງການ Assurance Package ເປັນເງິນໂບນັດ ສຳລັບຜູ້ສູງອາຍຸ ແລະ ເງິນເຂົ້າບັນຊີກອງທຶນສຳຮອງລ້ຽງຊີບ MediSave ໃນເດືອນກຸມພານີ້.

ປະຊາກອນສິງກະໂປທີ່ມີລາຍໄດ້ຕ່ຳ ແລະ ມີອາຍຸ 55 ປີຂຶ້ນໄປ ຈຳນວນ 850,000 ຄົນ ຈະໄດ້ຮັບເງິນໂບນັດ ສຳລັບຜູ້ສູງອາຍຸ 200-300 ໂດລາສິງກະໂປຕໍ່ຄົນ ຫຼື ປະມານ 5,300-8,000 ບາດ ໂດຍຈະຈ່າຍໃຫ້ເປັນໄລຍະເວລາ 3 ປີ ຕັ້ງແຕ່ປີ 2024-2027.

ນອກຈາກນີ້ ຊາວສິງກະໂປທຸກຄົນທີ່ອາຍຸບໍ່ເກີນ 20 ປີ ແລະ ມີອາຍຸ 55 ປີຂຶ້ນໄປ ຈະໄດ້ຮັບເງິນຈຳນວນ 150 ໂດລາສິງກະໂປ ເຂົ້າບັນຊີກອງທຶນ MediSave ເປັນໄລຍະເວລາ 3 ປີ ເຊັ່ນດຽວກັນ.

ລັດຖະບານ ພະຍາຍາມຊຸກຍູ້ໃຫ້ຜູ້ສູງອາຍຸທີ່ເຂົ້າເກນຜູກເລກບັດປະຊາຊົນເຂົ້າກັບລະບົບ Paynow ພາຍໃນ 26 ມັງກອນ 2024 ນີ້ ເພື່ອທີ່ຈະໄດ້ຮັບເງິນຊ່ວຍເຫຼືອຜ່ານລະບົບດັ່ງກ່າວໃນວັນທີ 5 ກຸມພາ ຫຼື ຫາກມີລະບົບ GovCash ກໍສາມາດຖອນເງິນຜ່ານຕູ້ ATM ຂອງ OCBC ໄດ້ເຊັ່ນກັນ ແຕ່ຈະໄດ້ຮັບເງິນໃນວັນທີ 23 ກຸມພາ 2024 ເປັນຕົ້ນໄປແທນ.

ເຖິງຢ່າງໃດກໍຕາມ ການຈ່າຍເງິນຊ່ວຍເຫຼືອດັ່ງກ່າວ ເປັນສ່ວນໜຶ່ງຂອງມາດຕະການ Assurance Package ທີ່ປະກາດໄວ້ເມື່ອງົບປະມານປີ 2023 ແລະ ມີຈຸດປະສົງເພື່ອຊ່ວຍໃຫ້ຊາວສິງກະໂປສາມາດຮັບມືກັບເງິນເຟີ້ ທີ່ເພີ່ມສູງຂຶ້ນລວມເຖິງບັນເທົາຜົນກະທົບຈາກການຂຶ້ນພາສີສິນຄ້າ ແລະ ບໍລິການ GST.

ທີ່ມາ: AECConnect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/