ລັດຖະບານລາວສາມາດຊໍາລະຄືນພັນທະບັດສະກຸນເງິນບາດໄດ້ຕາມກຳນົດ ໂດຍບໍ່​ເຄີຍ​ມີ​ປະ​ຫວັດ​ການ​ຜິດ​ນັດ​ໃນ​ການ​ຊໍາ​ລະ​ໜີ້​ສິນ


ກະຊວງການເງິນແຫ່ງ ສປປ ລາວ ໄດ້​ອອກ​ມາ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຕົນ​ວ່າ ດ້ວຍ​ການຜັນຜວນຂອງ​ເສດຖະກິດ​ໂລກທີ່ອາດຈະເຮັດໃຫ້ປະເທດລາວໄດ້ຮັບຜົນກະທົບທາງດ້ານເສດຖະກິດ. ແຕ່ເຖິງແບບນັ້ນ, ເມື່ອເບິ່ງຈາກຕົວເລກເສດຖະກິດຂອງ ສປປ ລາວໃນປັດຈຸບັນແລ້ວ, ມັນໄດ້ສະແດງໃຫ້ເຫັນວ່າ ສປປ ລາວ ມີທ່າແຮງໃນຂະຫຍາຍຕົວ ແລະ ພັດທະນາຢ່າງຕໍ່ເນື່ອງ ໂດຍອີງຕາມຂໍ້ມູນດັ່ງນີ້:

  • ສປປ ລາວ ໄດ້ມີການບໍລິຫານຈັດການກັບງົບປະມານທີ່ດີຂຶ້ນຢ່າງຕໍ່ເນື່ອງ. ໂດຍອັດຕາສ່ວນການຂາດດຸນງົບປະມານຕໍ່ GDP ໃນປີ 2022 ຫຼຸດລົງ -0.30% ເນື່ອງຈາກລາຍຮັບງົບປະມານເພີ່ມຂຶ້ນຢ່າງຫຼວງຫຼາຍ. ຄຽງຄູ່ກັບການຄວບຄຸມລາຍຈ່າຍງົບປະມານຢ່າງເຂັ້ມງວດ, ໃນ 6 ເດືອນຕົ້ນປີ 2023, ສປປ ລາວ ສາມາດເປັນປະເທດທີ່ມີຍອດເກີນດຸນງົບປະມານ (Fiscal Surplus) ໂດຍມີອັດຕາສ່ວນເກີນດຸນງົບປະມານຕໍ່ GDP ຢູ່ທີ່ລະດັບ 2,30%.
  • ເງິນທຶນສຳຮອງເງິນລະຫວ່າງປະເທດ (FX Reserve) ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໂດຍສາມາດຂຶ້ນຢືນຢູ່ທີ່ລະດັບ 1,781.96 ລ້ານໂດລາສະຫະລັດ ​ໃນ​ເດືອນ​ກັນຍາ​ປີ 2023 ​ແລະ ລັດຖະບານ​ຍັງ​ມີ​ແຜນການທີ່ຈະ​ເພີ່ມ​ ​ແລະ ຮັກສາ​ລະດັບຂອງເງິນທຶນ​ສຳຮອງ​ລະຫວ່າງປະເທດ​ຢ່າງ​ເຂັ້ມ​ງວດ.
  • ນັບ​ແຕ່​ປີ 2020 ​ເປັນ​ຕົ້ນ​ມາ, ສປປ ລາວ ຍັງຄົງຮັກສາການເກີນດຸນການ​ຄ້າໄດ້ຢ່າງຕໍ່ເນື່ອງ​ທັງ​ໃນ​ປັດຈຸ​ບັນ ​ແລະ ອະນາຄົດ, ​ໃນ 9 ​ເດືອນ​ຕົ້ນ​ປີ 2023, ມີການເກີນດຸນທາງ​ການ​ຄ້າ​ຢູ່ທີ່ 943 ລ້ານໂດລາ.
  • ໂຄງການຕ່າງໆເຊັ່ນ: ໂຄງການເຂື່ອນໄຟຟ້າ, ໂຄງການລົດໄຟໄຟຟ້າລາວ-ຈີນ ໂຄງການທາງດ່ວນ ວຽງຈັນ – ບໍ່ເຕັນ, ​ເຂດ​ໂລ​ຈິ​ສຕິກ​ນະຄອນຫຼວງ​ວຽງ​ຈັນ ​ແລະ ອື່ນໆ ​ໄດ້​ເລີ່​ມສ້າງ​ສຳ​ເລັດ​ເທື່ອ​ລະ​ກ້າວ, ​ເຊິ່ງໃນຂະນະນີ້ຢູ່ໃນໄລຍະດຳເນີນການ​ຢູ່​ໃນ​ການ​ປະຕິບັດ ​ແລະ ​ເກັບ​ກ່ຽວ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ. ລວມທັງຜົນປະໂຫຍດທາງດ້ານການສົ່ງອອກ
  • ສໍາລັບໂຄງການສາຍສົ່ງ (EDL-Transmission) ໄດ້ຜ່ານມະຕິຕົກລົງໃນກອງປະຊຸມສະພາແລ້ວ. ປັດຈຸ​ບັນ, ​ຢູ່​ໃນລະຫວ່າງ​ການ​ປະຕິບັດ​ແຜນການ​ພັດທະນາ​ໃນ​ຂອບ​ເຂດ​ຂອງ​ໂຄງການ.

ນອກຈາກນັ້ນ, ສປປ ລາວ ມີແຫຼ່ງລາຍຮັບຫຼາຍແຫຼ່ງທີ່ເປັນສະກຸນເງິນຕ່າງປະເທດ. ເຊິ່ງລັດຖະບານໄດ້ຈັດສັນແຫຼ່ງທຶນຕ່າງໆໃຫ້ສອດຄ່ອງ ແລະ ພຽງພໍເພື່ອຊໍາລະໜີ້ເງິນຕາຕ່າງປະເທດໃນແຕ່ລະປີ. ແລະໄດ້ມີການວາງແຜນການຊໍາລະໜີ້ສິນເງິນຕາຕ່າງປະເທດ ໂດຍນຳໃຊ້ແຫຼ່ງເງິນທຶນຈາກຕ່າງປະເທດ ເຊິ່ງຈະບໍ່ເຮັດໃຫ້ເກີດຄວາມສ່ຽງດ້ານອັດຕາແລກປ່ຽນ. ດັ່ງນັ້ນ, ໃນສະຖານະການເງິນກີບທີ່ອ່ອນຄ່າຢ່າງຮຸນແຮງໃນປັດຈຸບັນຈະບໍ່ມີຜົນກະທົບຢ່າງຫຼວງຫຼາຍຕໍ່ການຊໍາລະໜີ້ໃນສະກຸນເງິນຕາຕ່າງປະເທດ ແລະ ການຊໍາລະຄືນພັນທະບັດ.

ໂດຍຫຼ້າສຸດ ກະຊວງການເງິນແຫ່ງ ສປປ ລາວ ໄດ້ຊຳລະຄືນພັນທະບັດສະກຸນເງິນບາດຕາມກຳນົດໃນວັນທີ 18 ແລະ 29 ພະຈິກ 2023, ລວມມູນຄ່າທັງໝົດ 3,610,30 ລ້ານບາດ, ຄົບຕາມເງື່ອນໄຂ ແລະ ບໍ່ເຄີຍມີປະຫວັດການຜິດນັດຊໍາລະໜີ້ສິນຕະຫຼອດໄລຍະການອອກພັນທະບັດໃນປະເທດໄທເປັນເວລາຫຼາຍກວ່າ 10 ປີ, ຜ່ານມາ ພັນທະບັດໄດ້ຮັບການຊໍາລະຄືນດ້ວຍມູນຄ່າທັງໝົດ 31,452,60 ລ້ານບາດ.

ທີ່ມາ:

ryt9

thaipublica

EDL-Transmission

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/