ລັດຖະບານຈີນ ກວາດລ້າງຂ່າວໃນສື່ສັງຄົມອອນລາຍຄັ້ງໃຫຍ່ ລຶບໄປກວ່າ 1,4 ລ້ານໂພສ ອ້າງເປັນຂໍ້ມູນທີ່ບິດເບືອນ ແລະ ຜິດກົດໝາຍ


ໜ່ວຍງານກັບກຳດູແລທາງໄຊເບີຂອງ ຈີນ Cyberspace Administration of China (CAC) ຖະແຫຼງການວ່າ ໂພສໃນສື່ສັງຄົມອອນລາຍກວ່າ 1,4 ​ລ້ານໂພສ ແລະ ບັນຊີອີກ 67,000 ກວ່າບັນຊີ ຖືກລຶບອອກໄປ ຫຼັງຈາກການສອບສວນເປັນເວລາກວ່າ 2 ​ເດືອນ ກ່ຽວກັບການເຜີຍແຜ່ຂໍ້ມູນທີ່ບິດເບືອນ, ການສະແຫວງຫາຜົນກຳໄລທີ່ຜິດກົດໝາຍ ແລະ ການແອບອ້າງເປັນເຈົ້າໜ້າທີ່ຂອງລັດ.

ໂດຍ CAC ລະບຸໃນຖະແຫຼງການວ່າ ໃນວັນທີ 10 ມີນາ ຫາ 22 ພຶດສະພາ ມີ 1,4 ​ລ້ານໂພສ ແລະ ບັນຊີອີກ 67,000 ກວ່າບັນຊີ ຖືກລຶບອອກໄປ ໂດຍນັບຕັ້ງແຕ່ ປີ 2021 ຈີນໄດ້ກຳນົດເປົ້າໝາຍບັນຊີໃນສື່ສັງຄົມອອນລາຍຫຼາຍພັນລ້ານບັນຊີ ເພື່ອພະຍາຍາມ ກວາດລ້າງພື້ນທີ່ໄຊເບີຂອງຕົນ ແລະ ເຮັດໃຫ້ທາງການສາມາດຄວບຄຸມໄດ້ງ່າຍຂຶ້ນ.

ເຊິ່ງການປາບປາມຄັ້ງຫຼ້າສຸດແນໃສ່ບັນຊີໃນແອັບສື່ສັງຄົມອອນລາຍຍອດນິຍົມຂອງຈີນ ເຊັ່ນ: Wechat, Douyin, weibo ທີ່ຈັດຢູ່ໃນໝວດໝູ່ຂອງສື່ທີ່ແຜ່ຂ່າວສານ ແລະ ຂໍ້ມູນທົ່ວໄປ ແຕ່ບໍ່ໄດ້ດຳເນີນການ ຫຼື ໄດ້ຮັບອະນຸມັດໂດຍລັດຖະບານ.

    ໂດຍມີລາຍງານວ່າມີ 8,000 ກວ່າບັນຊີຖືກປິດໄປຢ່າງຖາວອນ ເນື່ອງຈາກເຜີຍແຜ່ຂໍ້ມູນຂ່າວປອມ ຂ່າວລື ແລະ ຂໍ້ມູນທີ່ເປັນອັນຕະລາຍ ສ່ວນບັນຊີອື່ນໆ ກໍຈະມີການລົງໂທດທີ່ແຕກຕ່າງກັນໄປ ນັບຕັ້ງແຕ່ການລຶບຜູ້ຕິດຕາມທັງໝົດ ໄປຈົນຮອດການລະງັບ ຫຼື ຍົກເລີກສິດທິພິເສດໃນການສະແຫວງຫາຜົນກຳໄລ.

    ລາຍງານຍັງລະລຸອີກວ່າມີເກືອບ 13,000 ບັນຊີ ທີ່ແອບອ້າງເປັນເຈົ້າໜ້າທີ່ທາງຄວາມໝັ້ນຄົງຂອງລັດ ໂດຍແອບອ້າງໃນຊື່ຕ່າງໆເຊັ່ນ: ກອງບັນຊາການກອງທັບແດງຈີນ, ກອງກຳລັງການຕໍ່ຕ້ານການກໍ່ການຮ້າຍຈີນ ຫຼື ແມ່ນແຕ່ກອງກຳລັງລູກສອນໄຟທາງຍຸດທະສາດ. ນອກຈາກນີ້ຍັງມີບັນຊີ ຫຼາຍໝື່ນບັນຊີ ທີ່ແອບອ້າງເປັນໜ່ວຍງານ ຫຼື ສະຖາບັນຕ່າງໆຂອງລັດ ເຊັ່ນ: ສູນຄວບຄຸມພະຍາດ ແລະ ປ້ອງກັນ ຫຼື ແມ່ນແຕ່ສະຖາບັນວິໄຈຕ່າງໆຂອງຈີນ.

ນອກຈາກນີ້ກໍຍັງມີອີກ 45.000 ບັນຊີ ຖືກປິດ ເນື່ອງຈາກກໍ່ຄວາມວຸ້ນວາຍ, ສ້າງປະເດັນຮ້ອນໃຫ້ສັງຄົມ, ຕົວະຍົວະຫຼອກລວງ ແລະ ສ້າງລາຍຮັບທີ່ຜິດກົດໝາຍ.

ໂດຍທາງ CAC ລະບຸວ່າ: ພວກເຮົາໄດ້ປະສານງານກັນຢ່າງຫ້າວຫັນ ກັບໜ່ວຍງານຕ່າງໆຂອງລັດຖະບານ ເພື່ອແກ້ໄຂ ແລະ ກຳກັບດູແລ ສື່ ແລະ ຂໍ້ມູນທີ່ຜິດກົດໝາຍເຫຼົ່ານີ້. CAC ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນ ໃຫ້ມີສ່ວນຮ່ວມ ແລະ ຈິງຈັງໃນການຄັດກອງຂໍ້ມູນຂ່າວສານຕ່າງໆ ທີ່ອອກມາໃນໂລກສື່ສັງຄົມອອນລາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/