ສະໝອງຂອງຜູ້ທີ່ເປັນ Psychopath ເປັນສິ່ງທີ່ເຮັດໃຫ້ພວກເຂົາເປັນຄາຕະກອນ ແລະ ຄິດແຕກຕ່າງຈາກຄົນທົ່ວໄປ


Psychopath ນັ້ນແມ່ນການເອີ້ນບຸກຄົນທີ່ມີໂຣກບຸກຄະລິກທີ່ຕໍ່ຕ້ານສັງຄົມ ຫຼື Antisocial Personality Disorder (ASPD) ໂດຍທົ່ວໄປຈະມີສັນຍານເຊັ່ນ ພຶດຕິກຳທີ່ບໍ່ຮັບຜິດຊອບຕໍ່ສັງຄົມ, ຄຸກຄາມສິດທິຂອງຜູ້ອື່ນ, ບໍ່ສາມາດແຍກແຍະລະຫວ່າງຄວາມຜິດຖືກທາງສິນທຳໄດ້, ມີຄວາມບົກຜ່ອງໃນການສະແດງອອກເຖິງຄວາມເຫັນໃຈ ຫຼື ຄວາມຮູ້ສຶກຜິດ, ມັກຂີ້ຕົວະ, ມັກຄວບຄຸມ ແລະ ທຳຮ້າຍຜູ້ອື່ນ. ຜູ້ທີ່ມີພຶດຕິກຳດັ່ງກ່າວນີ້ ສ່ວນໃຫຍ່ຈະຂາດການເຊື່ອມຕໍ່ທາງອາລົມທີ່ເລິກເຊິ່ງ ດ້ວຍເຫດນັ້ນ ຜູ້ທີ່ມີບຸກຄະລິກຕໍ່ຕ້ານສັງຄົມຈະບໍ່ສົນໃຈວ່າພວກເຂົາໄດ້ທຳຮ້າຍໃຜ ພວກເຂົາຈະບໍ່ໄຕ່ຕອງກ່ອນລົງມື ແລະ ມັກຂົ່ມເຫັງ ພ້ອມບໍ່ມີຄວາມເຫັນໃຈ.

ສ່ວນໃຫຍ່ແລ້ວ ຄົນຈະຕັດສິນວ່າຜູ້ທີ່ເປັນ Psychopath ນັ້ນມີຄວາມເປັນໄປໄດ້ວ່າຈະກໍ່ເຫດອາຊະຍາກຳຕ່າງໆ ຫຼື ອາດເບິ່ງວ່າເປັນຄາຕະກອນໂຣກຈິດ. ແຕ່ຜ່ານການສຶກສາສະໝອງຂອງກຸ່ມຄົນດັ່ງກ່າວມາຫຼາຍສິບປີ ນັກວິທະຍາສາດໄດ້ມີຄຳຕອບໃຫ້ແກ່ພຶດຕິກຳ ແລະ ຄວາມຄິດທີ່ແຕກຕ່າງນີ້ແລ້ວ.

ຈາກການສະແກນກວດເບິ່ງສະໝອງ, ນັກວິທະຍາສາດໄດ້ພົບວ່າມີ 2 ພາກສ່ວນທີ່ສະແດງໃຫ້ເຫັນຄວາມແຕກຕ່າງຢ່າງຊັດເຈນຄື ໃນອະມິກດາລາ (Amygdala) ມີໜ້າທີ່ກະຕຸ້ນໃຫ້ຮູ້ສຶກຢ້ານແລະກັງວົນ ແລະ ສະໝອງສ່ວນໜ້າ (Prefrontal Cortex) ທີ່ເຮັດໜ້າທີ່ໃຫ້ມີຄວາມຮູ້ສຶກທາງອາລົມ ເຊັ່ນຄວາມເຫັນໃຈ, ຄວາມຮູ້ສຶກຜິດ. ການກວດສອບດ້ວຍ 2 ຮູບແບບຄື DIT ແລະ fMRI ຈາກຮູບແບບທຳອິດ, ເຫັນວ່າສະສານສີຂາວທີ່ເປັນເສັ້ນໃຍເຊື່ອມຕໍ່ທັງສອງພາກສ່ວນນັ້ນລົດລົງ ຫຼື ບໍ່ເຮັດວຽກ. ໃນຂະນະທີ່ຮູບແບບການກວດທີສອງນັ້ນ, ສະແດງໃຫ້ເຫັນວ່າທັງສອງພາກສ່ວນໃນສະໝອງເຊື່ອມຕໍ່ກັນໜ້ອຍລົງ.

ຜົນຈາກການວິໄຈນີ້, ມັນຈຶ່ງອະທິບາຍວ່າຜູ້ທີ່ເປັນ Psychopath ນັ້ນຂາດຄວາມເຫັນໃຈ ແລະ ຂາດການຫັກຫ້າມໃຈທີ່ຈະກໍ່ເຫດ ຫຼື ມີພຶດຕິກຳທີ່ຂັດຕໍ່ສິນທຳ ແລະ ບໍ່ຮູ້ຈັກວາງຕົວໃນສັງຄົມ. ສາສະດາຈານເຟລລອນທາງດ້ານຈິດຕະວິທະຍາ ແລະ ພຶດທິກຳມະນຸດຈາກມະຫາວິທະຍາໄລແຄລິຟໍເນຍ-ເອີໄວ ໄດ້ມີການທົດລອງວິເຄາະສະໝອງຂອງຜູ້ທີ່ເປັນ Psychopath ມາຫຼາຍຈົນໄດ້ພົບວ່າຕົນເອງກໍເປັນເຊັ່ນດຽວກັນ.

ຕົວສາສະດາຈານນັ້ນ ບໍ່ເຄີຍຂ້າໃຜ ແລະ ບໍ່ໄດ້ມີພຶດຕິກຳຕາມທີ່ຄົນເປັນ Psychopath ຈະເປັນ ເຊິ່ງມັນສະແດງໃຫ້ເຫັນວ່າບໍ່ແມ່ນທຸກຄົນທີ່ເປັນ Psychopath ແລ້ວຈະເປັນບຸກຄົນອັນຕະລາຍ. ການພົບຄົນທີ່ເປັນ Psychopath ແມ່ນມີສູງເຖິງ 1 ໃນ 100 ແລະ ຄົນທີ່ເປັນອາຊະຍາກອນທີ່ກໍ່ເຫດຮຸນແຮງ ສ່ວນໃຫຍ່ແລ້ວແມ່ນຄົນປະເພດດັ່ງກ່າວ. ແຕ່ກໍມີກໍລະນີຂອງເຟລລອນ ເຖິງຈະມີສະໝອງແບບດຽວກັນ ກໍຍັງບໍ່ໄດ້ກໍ່ຄວາມຮຸນແຮງຫຍັງ.

ຖ້າຫາກເຫັນວ່າພາກສ່ວນຢ່າງ ອະມິກດາລາ ແລະ ສະໝອງສ່ວນໜ້າ ບໍ່ເຮັດວຽກຕັ້ງແຕ່ອາຍຸຍັງນ້ອຍແລ້ວ ກໍອາດຈະເຂົ້າໃຈໄດ້ວ່າ Psychopath ນັ້ນມາຈາກກຳມະພັນ. ເຊັ່ນດຽວກັບສາສະດາຈານເຟລລອນ ທີ່ລາວມາຮູ້ຕົວວ່າ ລັກສະນະດັ່ງກ່າວນັ້ນ ຫາກກັບໄປເບິ່ງທີ່ຕົ້ນຕະກູນຈະພົບວ່າມີ 7 ຄົນໃນຄອບຄົວຕົນເອງທີ່ຖືກກ່າວວ່າເປັນຄາຕະກອນ. ຢ່າງໃດກໍຕາມ ເຟລລອນບໍ່ໄດ້ເປັນຄົນອັນຕະລາຍເລີຍ, ລາວໃຫ້ຄຳຕອບວ່າ ການລ້ຽງດູລາວຕັ້ງແຕ່ຍັງນ້ອຍທີ່ຊ່ວຍໃຫ້ສະໝອງໄດ້ມີກິດຈະກຳການເຄື່ອນໄຫວພາກສ່ວນທີ່ບໍ່ສາມາດເຮັດວຽກນັ້ນໄດ້, ເມື່ອໃຫຍ່ຂຶ້ນມາ ລາວຈຶ່ງສາມາດຫ້າມຕົນເອງໄດ້. ພ້ອມທັງເສີມວ່າ ຖ້າຜູ້ທີ່ມີກຳມະພັນແບບດຽວກັນກັບລາວ ແຕ່ຖືກລ້ຽງໃນທາງທີ່ຮຸນແຮງຕັ້ງແຕ່ນ້ອຍ, ໂອກາດທີ່ຜູ້ນັ້ນຈະກໍ່ເຫດອາຊະຍາກຳກໍສູງເມື່ອໃຫຍ່ຂຶ້ນມາ. ສະຫຼຸບແລ້ວປັດໄຈທາງກຳມະພັນຢ່າງດຽວບໍ່ສາມາດລະບຸໄດ້ທັນທີວ່າຜູ້ນີ້ແມ່ນຄົນອັນຕະລາຍ ແຕ່ກໍຂຶ້ນກັບການລ້ຽງດູນຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/