ກຸ່ມແຮັກເກີຕໍ່ຕ້ານສົງຄາມ ໄດ້ເຂົ້າມາກຳຈັດຖານຂໍ້ມູນພາຍໃນຂອງເສັ້ນທາງລົດໄຟ ເບລາຣູດ (Belarus) ທີ່ທະຫານຣັດເຊຍນຳໃຊ້ເພື່ອຂົນສົ່ງອາວຸດໄປຮຸກຮານປະເທດຢູເຄຣນ.
ໃນປັດຈຸບັນທີ່ເກີດແຮງກົດດັນລະຫວ່າງປະເທດຢູເຄຣນ ແລະ ຣັດເຊຍ ເຮັດໃຫ້ທາງຣັດເຊຍກຳລັງຮວບຮວມກອງກຳລັງໃນພື້ນທີ່ໃກ້ກັບດ່ານຂອງປະເທດຂອງຢູເຄຣນ. ແຕ່ກຸ່ມແຮັກເກີຢ່າງ Cyber Partisans ໄດ້ກ່າວວ່າພວກເຂົາແຮັກເຂົ້າໃນລະບົບເສັ້ນທາງລົດໄຟຂອງ ເບລາຣູດ ແລະ ຂັດຂວາງບໍ່ໃຫ້ທະຫານຣັດເຊຍຂົນສົ່ງອາວຸດທີ່ຈະກໍ່ໃຫ້ເກີດສົງຄາມ.
ນອກຈາກນີ້ ກຸ່ມແຮັກເກີດັ່ງກ່າວກໍໄດ້ອອກມາຮຽກຮ້ອງໃຫ້ປະທານາທິບໍດີຂອງເບລາຣູດ ອອກມາຍຸຕິການໃຫ້ຄວາມຊ່ວຍເຫຼືອແກ່ທະຫານຣັດເຊຍ. ເນື່ອງຈາກເສັ້ນທາງລົດໄຟຂອງເບລາຣູດນັ້ນໄດ້ຖືກນຳໃຊ້ເປັນເສັ້ນທາງຂົນສົ່ງອາວຸດໃຫ້ທະຫານຣັດເຊຍ.
ເປົ້າໝາຍຂອງກຸ່ມແຮັກເກີແມ່ນຕ້ອງການປ່ອຍໃຫ້ນັກໂທດການເມືອງໃນເບລາຣູດອອກມາເປັນອິດສະຫຼະ ພ້ອມທັງຍົກຍ້າຍທະຫານຣັດເຊຍອອກຈາກເບລາຣູດ ເນື່ອງຈາກປະເທດດັ່ງກ່າວກຳລັງເຂົ້າມາລະຫວ່າງສົງຄາມຂອງທັງສອງປະເທດລະຫວ່າງ ຣັດເຊຍ-ຢູເຄຣນ ແລະ ກຳລັງສູນເສຍໃນສົງຄາມຢ່າງບໍ່ມີຄວາມໝາຍຫຍັງ. ພວກເຂົາໄດ້ກ່າວວ່າຈົນຮອດປັດຈຸບັນແມ່ນຍັງບໍ່ເຖິງຂັ້ນທຳລາຍສັນຍານ ຫຼື ຄວບຄຸມລະບົບສຸກເສີນຂອງລົດໄຟເທື່ອ ແຕ່ກໍມີແຜນຈະເຮັດຖ້າໃນອະນາຄົດຍັງມີຜູ້ບໍລິສຸດທີ່ຕ້ອງບາດເຈັບຢູ່.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/