ມື້ນີ້ທີມງານພວກເຮົາໄດ້ສັງລວມເອົາບັນດາທັກສະທາງສັງຄົມ (Soft Skills) ທີ່ເດັ່ນໆໃນປີ 2023 ເຊິ່ງຈະຊ່ວຍໃຫ້ທ່ານກ້າວໜ້າໃນວຽກງານມາຝາກ.
ເມື່ອເວົ້າເຖິງຄວາມຕ້ອງການຂອງຕະຫຼາດແຮງງານໃນປີນີ້ ຖືໄດ້ວ່າເປັນປີທີ່ທົ່ວໂລກເຕັມໄປດ້ວຍການປ່ຽນແປງທາງດ້ານເສດຖະກິດ-ສັງຄົມ, ວິທະຍາສາດ, ເທັກໂນໂລຢີໃໝ່ໆເກີດຂຶ້ນຕະຫຼອດເວລາ ຈຶ່ງປະຕິເສດບໍ່ໄດ້ວ່າ ອົງກອນຕ່າງໆບໍ່ພຽງແຕ່ຕ້ອງການພະນັກງານທີ່ມີທັກສະຄວາມຮູ້-ຄວາມຊ່ຽວຊານຕໍ່ໜ້າວຽກ (Hard Skills) ເທົ່ານັ້ນ, ແຕ່ຍັງຕ້ອງການພະນັກງານທີ່ມີທັກສະທາງດ້ານສັງຄົມ (Soft Skills) ເພີ່ມຂຶ້ນ ເຊັ່ນ: ທັກສະການແກ້ໄຂບັນຫາ, ທັກສະດ້ານການສື່ສານ, ທັກສະຄວາມເປັນຜູ້ນໍາ ເປັນຕົ້ນ. ສະນັ້ນ, ເຮົາມາເບິ່ງນຳກັນວ່າທັກສະ Soft Skills ທີ່ເປັນທີ່ຕ້ອງການຂອງຕະຫຼາດແຮງງານໃນປີນີ້ມີຫຍັງແດ່.

- ທັກສະດ້ານການສື່ສານທີ່ດີ
ການສື່ສານ ແມ່ນພື້ນຖານທຳອິດທີ່ຜູ້ຈ້າງງານຈະພິຈາລະນາຮັບພະນັກງານເຂົ້າເຮັດວຽກໃນອົງກອນໃດໜຶ່ງ, ຄົນທີ່ມີທັກສະການສື່ສານກັບບຸກຄົນອື່ນໄດ້ດີ ອາດບໍ່ໄດ້ໝາຍເຖິງຄົນທີ່ເວົ້າເກັ່ງ, ແຕ່ໝາຍເຖິງຄົນທີ່ຮູ້ຈັກຮັບຟັງ, ບໍ່ຟ້າວຕັດສິນຄົນອື່ນ, ເລືອກໃຊ້ຄຳເວົ້າທີ່ເຂົ້າກັບກາລະໂອກາດໄດ້ເໝາະສົມ, ບໍ່ເວົ້າແຊກແຊງ ຫຼື ຕັດບົດ, ຮູ້ໃຊ້ນ້ຳສຽງທີ່ເໝາະສົມ, ມີຄວາມສາມາດໃນການເຈລະຈາ, ມີຄວາມກ້າຫານປະກອບຄຳຄິດເຫັນເພື່ອພັດທະນາອົງກອນ.
- ທັກສະຄວາມສະຫຼາດທາງດ້ານອາລົມ
ໃນການເຮັດວຽກງານ ບາງຄັ້ງກໍບໍ່ສາມາດປາສະຈາກຄວາມຄິດເຫັນທີ່ແຕກຕ່າງກັນໄດ້, ແຕ່ຄົນທີ່ມີຄວາມສະຫຼາດທາງດ້ານອາລົມ ຈະເຂົ້າໃຈ ແລະ ຮູ້ວິທີຮັບມືກັບຄວາມແຕກຕ່າງເຫຼົ່ານັ້ນເປັນຢ່າງດີ, ພວກເຂົາຍອມຮັບຄວາມຄິດເຫັນທີ່ແຕກຕ່າງ, ມີເຫດຜົນ, ບໍ່ໃຊ້ອາລົມ, ບໍ່ໃຊ້ຄຳເວົ້າຕອບໂຕ້ທີ່ມີລັກສະນະຮຸນແຮງເຂົ້າໃນການແກ້ໄຂຂໍ້ຂັດແຍ້ງທີ່ເກີດຂຶ້ນ, ພວກເຂົາມີຄວາມສາມາດປ່ຽນແປງບັນຍາກາດທີ່ເຄັ່ງຕຶງໃຫ້ຜ່ອນຄາຍລົງໄດ້. ທັກສະນີ້ ມີຄວາມຈຳເປັນທີ່ສຸດຕໍ່ການເຮັດວຽກຮ່ວມກັບຜູ້ອື່ນ, ກັບລູກຄ້າຂອງອົງກອນ ແລະ ເປັນໜຶ່ງໃນທັກສະຂອງຄົນທີ່ຈະກ້າວຂຶ້ນເປັນຜູ້ນໍາຂອງອົງກອນໃນອະນາຄົດ.
- ທັກສະຄວາມສະຫຼາດທາງວັດທະນະທຳ ແລະ ສັງຄົມ
ອົງກອນໃດໜຶ່ງ ລ້ວນແຕ່ມີພະນັກງານທີ່ມາຈາກຫຼາກຫຼາຍວັດທະນະທຳ, ສາສະໜາຄວາມເຊື່ອ ແລະ ຮູບແບບການໃຊ້ຊີວິດທີ່ແຕກຕ່າງກັນ. ຖ້າທ່ານເປັນພະນັກງານທີ່ມີຄວາມສາມາດໃນການເປີດໃຈຍອມຮັບ ແລະ ເຮັດວຽກຮ່ວມກັບສັງຄົມທີ່ແຕກຕ່າງກັນໄດ້ ຈະຊ່ວຍໃຫ້ທ່ານມີຄວາມກ້າວໜ້າ, ເປັນທີ່ຮັກຂອງເພື່ອນຮ່ວມງານ ແລະ ເປັນທີ່ຍອມຮັບໃນອົງກອນ.

- ທັກສະໃນການປັບຕົວ ແລະ ສະແຫວງຫາຄວາມຮູ້
ປັດຈຸບັນ ເຄື່ອງມືທັນສະໄໝໃໝ່ໆທີ່ເອື້ອອຳນວຍໃຫ້ແກ່ການເຮັດວຽກ ເລີ່ມເຂົ້າມາມີບົດບາດຫຼາຍຂຶ້ນ. ສຳລັບພະນັກງານທີ່ຍັງເຄີຍຊິນກັບການເຮັດວຽກຮູບແບບເກົ່າ ອາດບໍ່ຄ່ອຍເປີດໃຈຍອມຮັບການປ່ຽນແປງນີ້ໄດ້. ດັ່ງນັ້ນ, ຈົ່ງເປັນຄົນທີ່ປັບຕົວໃຫ້ເຂົ້າກັບການປ່ຽນແປງໃໝ່ສະເໝີ, ບໍ່ຢຸດພັດທະນາຕົວເອງ, ເປີດໃຈຮຽນຮູ້ໃຫ້ກັບທຸກສິ່ງອ້ອມຂ້າງ, ເພາະວ່າການຮຽນ ບໍ່ໄດ້ຢຸດໄວ້ຢູ່ທີ່ໄວຮຽນເທົ່ານັ້ນ.
- ທັກສະທາງຄວາມຄິດສ້າງສັນ
ຖ້າທ່ານເປັນຫົວໜ້າ ທ່ານຄົງບໍ່ຢາກສົ່ງເສີມພະນັກງານທີ່ເຮັດວຽກພຽງແຕ່ຕາມຄຳສັ່ງຢ່າງດຽວ, ບໍ່ມີແນວຄວາມຄິດ ຫຼື ຈິນຕະນາການຕໍ່ການພັດທະນາວຽກງານຊ່ວຍອົງກອນ. ດັ່ງນັ້ນ, ຈົ່ງເຝິກຕົນເອງໃຫ້ເປັນຄົນທີ່ມີແນວຄິດສ້າງສັນ ແລະ ກ້ານຳສະເໜີແນວຄວາມຄິດແປກໃໝ່ຊ່ວຍອົງກອນຢູ່ສະເໝີ.
- ທັກສະໃນການແກ້ໄຂບັນຫາທີ່ຊັບຊ້ອນ ແລະ ກ້າຕັດສິນໃຈ
ໃນການເຮັດວຽກງານ ບໍ່ສາມາດຫຼີກເວັ້ນບັນຫາທີ່ມີຄວາມຊັບຊ້ອນ ແລະ ວຽກງານທີ່ມີຄວາມຮີບດ່ວນໄດ້. ດັ່ງນັ້ນ, ໜຶ່ງໃນທັກສະທີ່ຕ້ອງເຝິກຝົນກໍຄື ການເປັນຄົນມັກຄົ້ນຄິດ, ວິເຄາະ, ເຂົ້າໃຈບັນຫາທີ່ເກີດຂຶ້ນ, ຊອກຫາທາງແກ້ໄຂ, ບໍ່ປ່ຽນວັນປະກັນມື້, ກ້າຕັດສິນໃຈໃຫ້ທັນຕໍ່ເວລາແຕ່ຕ້ອງຢູ່ພາຍໃຕ້ການຄົ້ນຄິດວິເຄາະຢ່າງຖີ່ຖ້ວນມາແລ້ວ.

- ທັກສະການຟື້ນຕົວໄດ້ໄວ
ຖ້າທ່ານເຮັດວຽກງານໃດໜຶ່ງຜິດພາດ ແລະ ອາດຖືກຕຳໜິຈາກເພື່ອນຮ່ວມງານ ຫຼື ກ່າວເຕືອນຈາກຫົວໜ້າ, ເປັນເວລາຫຼາຍອາທິດຕໍ່ມາ ທ່ານຍັງຄົງຈົມຢູ່ກັບຄວາມຜິດພາດ ແລະ ຄຳກ່າວເຕືອນ ຈົນບໍ່ສາມາດກ້າວຂ້າມໄປສູ່ໜ້າວຽກອື່ນໄດ້. ຊ້ຳບໍ່ໜຳ, ທ່ານອາດຄິດຕຳໜິເພື່ອນຮ່ວມງານ ຫຼື ຫົວໜ້າ ທີ່ເຮັດໃຫ້ທ່ານຮູ້ສຶກຜິດຕໍ່ຕົນເອງເປັນເວລາຫຼາຍມື້. ຖ້າທ່ານເຄີຍເປັນແບບນີ້ ອາດຕ້ອງເຖິງເວລາທີ່ຄວນປັບປຸງໃຫ້ມີແນວຄວາມຄິດປ່ອຍວາງ, ເປີດໃຈກວ້າງ, ຍອມຮັບ ແລະ ຖືເອົາເປັນບົດຮຽນ. ບໍ່ມີປະໂຫຍດຫຍັງທີ່ຕ້ອງຢູ່ກັບຄວາມຜິດໃນອະດີດ ເມື່ອບັນຫາໄດ້ຜ່ານໄປແລ້ວ ແລະ ຖືກແກ້ໄຂແລ້ວ ທ່ານຄວນຢູ່ກັບປັດຈຸບັນ ກຽມຄວາມພ້ອມທີ່ຈະເຮັດໜ້າວຽກໃໝ່ທີ່ຖືກມອບໝາຍໃຫ້ໄດ້ຮັບຜົນສຳເລັດຫຼາຍຂຶ້ນ.
- ທັກສະການບໍລິຫານເວລາ
ແມ່ນຄວາມສາມາດໃນການຈັດສັນເວລາໃນການເຮັດວຽກໄດ້ຢ່າງມີປະສິດທິພາບ, ຮູ້ແບ່ງເວລາສຳລັບແຕ່ລະໜ້າວຽກ ແລະ ຈັດສັນເວລາໄດ້ດີ. ນອກນັ້ນ, ຍັງສາມາດບໍລິຫານເວລາສ່ວນຕົວ ແລະ ເວລາເຮັດວຽກໄດ້ຢ່າງເໝາະສົມ, ສາມາດຮັບຜິດຊອບວຽກງານທີ່ຖືກມອບໝາຍສຳເລັດພາຍໃນເວລາກຳນົດ.
- ທັກສະໃນການເຮັດວຽກເປັນທີມ ແລະ ສ້າງຄວາມສຳພັນທີ່ດີກັບທີມ
ຖ້າທ່ານຕ້ອງເຮັດວຽກເປັນທີມກັບເພື່ອນຮ່ວມງານທີ່ບໍ່ຍອມຮັບຟັງຄວາມຄິດເຫັນໃດໆ ຫຼື ບໍ່ຊ່ວຍວຽກທີມງານເລີຍ ທ່ານຄົງໜັກໃຈບໍ່ໜ້ອຍ. ສະນັ້ນ, ການເຮັດວຽກເປັນທີມ ນອກຈາກຈະຕ້ອງມີຄວາມສາມາດເຂົ້າກັນໄດ້ດີກັບທີມງານແລ້ວ, ເຮົາຕ້ອງເຝິກຕົນເອງໃຫ້ເປັນຜູ້ຍິນດີຮັບຟັງຄຳຄິດເຫັນ, ຮັບຟັງການຄອມເມັ້ນຈາກທີມ (feedback), ຈິງໃຈຊ່ວຍເຫຼືອເພື່ອນຮ່ວມທີມ ແລະ ຕ້ອງມີຄວາມຮັບຜິດຊອບໃນໜ້າທີ່ຂອງຕົນທີ່ຖືກມອບໝາຍຈາກທີມງານໃຫ້ສຳເລັດ.

- ທັກສະຄວາມເປັນຜູ້ນຳ
ເປັນໜຶ່ງໃນທັກສະທີ່ເຮົາອາດເຄີຍໄດ້ຍິນຄຸ້ນຫູເລື້ອຍໆ. ເມື່ອເປັນຫົວໜ້າທີມ ໜ້າທີ່ຫຼັກຈະຕ້ອງນໍາພາທີມງານໄປໃນທິດທາງທີ່ຖືກຕ້ອງ, ໃຫ້ຄຳແນະນຳວຽກງານທີ່ຊັດເຈນແກ່ລູກທີມ, ຮັກສາຄວາມສຳພັນຂອງທຸກຄົນໃນທີມງານໃຫ້ເຕັມໃຈທີ່ຈະເຮັດວຽກຮ່ວມກັນ, ກະຈາຍວຽກງານໃຫ້ເໝາະສົມກັບແຕ່ລະຄົນເພື່ອເຮັດໃຫ້ວຽກອອກມາມີປະສິດທິພາບ, ກ້າຫານໃນການຕັດສິນໃຈ, ບໍ່ໂຍນຄວາມຮັບຜິດຊອບໄປໃຫ້ແກ່ສະມາຊິກພາຍໃນທີມແຕ່ຢ່າງດຽວ.
ແຫຼ່ງຂໍ້ມູນອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/