ຮ່ວມສົ່ງແຮງໃຈເຊຍ ທັບນັກກິລາເບສບອລລາວໃນການແຂ່ງຂັນ XIII EAST ASIAN BASEBALL CUP 2023 ທີ່ປະເທດໄທ


ສະຫະພັນກິລາເບສບອລ ແລະ ຊອຟບອລແຫ່ງຊາດລາວ ສົ່ງທັບນັກກິລາເບສບອລລາວ ລວມທັງ ຄະນະຫຼາຍກວ່າ 22 ຊີວິດ ເດີນທາງໄປເຂົ້າຮ່ວມແຂ່ງຂັນໄລ່ລ່າຄວາມສຳເລັດໃນງານ XIII EAST ASIAN BASEBALL CUP 2023 ໃນລະຫວ່າງວັນທີ 29 ເມສາ-06 ພຶດສະພາ 2023 ຢູ່ທີ່ຣາຊະອານາຈັກໄທ.

ໂດຍການແຂ່ງຂັນໃນຄັ້ງນີ້ ຈະເປັນການແຂ່ງຂັນເບສບອລ ອາຊຽນ ໂຊນຕາເວັນອອກເຊິ່ງຈະມີທັງໝົດ 7 ປະເທດເຂົ້າຮ່ວມປະກອບມີ: ສປປ ລາວ, ສິງກະໂປ, ມາເລເຊຍ, ຟິລິບປິນ, ຮ່ອງກົງ, ກຳປູເຈຍ ແລະ ໄທ ເຈົ້າພາບ.

     ເຊິ່ງການແຂ່ງຂັນໃນຮອບທຳອິດຈະແບ່ງອອກເປັນສອງກຸ່ມປະກອບມີ:

– ກຸ່ມ A ປະກອບມີ: ໄທ, ຮ່ອງກົງ ແລະ ລາວ

– ກຸ່ມ B ປະກອບມີ: ສິງກະໂປ, ມາເລເຊຍ, ຟີລິບປິນ ແລະ ກຳປູເຈຍ.

ສຳລັບຕາຕະລາງແຂ່ງຂັນຂອງນັກເບສບອລທີມຊາດລາວ ແມ່ນມີຄິວລົງສະໜາມຍາດຄະແນນກັບຮ່ອງກົງ ໃນວັນທີ 30 ເມສານີ້ ເວລາ 13:00 ໂມງ ແລະ ນັດທີສອງ ມີຄິວລົງສະໜາມດວນກັບປະເທດເຈົ້າພາບຢ່າງປະເທດໄທ ໃນວັນທີ 1 ພຶດສະພາ ເວລາ 13:00 ເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/