ລວມທັກສະ Soft Skills ທີ່ຈຳເປັນຕໍ່ການເຮັດວຽກ ໃນປີ 2023


ມື້ນີ້ທີມງານພວກເຮົາໄດ້ສັງລວມເອົາບັນດາທັກສະທາງສັງຄົມ (Soft Skills) ທີ່ເດັ່ນໆໃນປີ 2023 ເຊິ່ງຈະຊ່ວຍໃຫ້ທ່ານກ້າວໜ້າໃນວຽກງານມາຝາກ.

ເມື່ອເວົ້າເຖິງຄວາມຕ້ອງການຂອງຕະຫຼາດແຮງງານໃນປີນີ້ ຖືໄດ້ວ່າເປັນປີທີ່ທົ່ວໂລກເຕັມໄປດ້ວຍການປ່ຽນແປງທາງດ້ານເສດຖະກິດ-ສັງຄົມ, ວິທະຍາສາດ, ເທັກໂນໂລຢີໃໝ່ໆເກີດຂຶ້ນຕະຫຼອດເວລາ ຈຶ່ງປະຕິເສດບໍ່ໄດ້ວ່າ ອົງກອນຕ່າງໆບໍ່ພຽງແຕ່ຕ້ອງການພະນັກງານທີ່ມີທັກສະຄວາມຮູ້-ຄວາມຊ່ຽວຊານຕໍ່ໜ້າວຽກ (Hard Skills) ເທົ່ານັ້ນ, ແຕ່ຍັງຕ້ອງການພະນັກງານທີ່ມີທັກສະທາງດ້ານສັງຄົມ (Soft Skills) ເພີ່ມຂຶ້ນ ເຊັ່ນ: ທັກສະການແກ້ໄຂບັນຫາ, ທັກສະດ້ານການສື່ສານ, ທັກສະຄວາມເປັນຜູ້ນໍາ ເປັນຕົ້ນ. ສະນັ້ນ, ເຮົາມາເບິ່ງນຳກັນວ່າທັກສະ Soft Skills ທີ່ເປັນທີ່ຕ້ອງການຂອງຕະຫຼາດແຮງງານໃນປີນີ້ມີຫຍັງແດ່.

  1. ທັກສະດ້ານການສື່ສານທີ່ດີ

ການສື່ສານ ແມ່ນພື້ນຖານທຳອິດທີ່ຜູ້ຈ້າງງານຈະພິຈາລະນາຮັບພະນັກງານເຂົ້າເຮັດວຽກໃນອົງກອນໃດໜຶ່ງ, ຄົນທີ່ມີທັກສະການສື່ສານກັບບຸກຄົນອື່ນໄດ້ດີ ອາດບໍ່ໄດ້ໝາຍເຖິງຄົນທີ່ເວົ້າເກັ່ງ, ແຕ່ໝາຍເຖິງຄົນທີ່ຮູ້ຈັກຮັບຟັງ, ບໍ່ຟ້າວຕັດສິນຄົນອື່ນ, ເລືອກໃຊ້ຄຳເວົ້າທີ່ເຂົ້າກັບກາລະໂອກາດໄດ້ເໝາະສົມ, ບໍ່ເວົ້າແຊກແຊງ ຫຼື ຕັດບົດ, ຮູ້ໃຊ້ນ້ຳສຽງທີ່ເໝາະສົມ, ມີຄວາມສາມາດໃນການເຈລະຈາ, ມີຄວາມກ້າຫານປະກອບຄຳຄິດເຫັນເພື່ອພັດທະນາອົງກອນ.

  1. ທັກສະຄວາມສະຫຼາດທາງດ້ານອາລົມ

ໃນການເຮັດວຽກງານ ບາງຄັ້ງກໍບໍ່ສາມາດປາສະຈາກຄວາມຄິດເຫັນທີ່ແຕກຕ່າງກັນໄດ້, ແຕ່ຄົນທີ່ມີຄວາມສະຫຼາດທາງດ້ານອາລົມ ຈະເຂົ້າໃຈ ແລະ ຮູ້ວິທີຮັບມືກັບຄວາມແຕກຕ່າງເຫຼົ່ານັ້ນເປັນຢ່າງດີ, ພວກເຂົາຍອມຮັບຄວາມຄິດເຫັນທີ່ແຕກຕ່າງ, ມີເຫດຜົນ, ບໍ່ໃຊ້ອາລົມ, ບໍ່ໃຊ້ຄຳເວົ້າຕອບໂຕ້ທີ່ມີລັກສະນະຮຸນແຮງເຂົ້າໃນການແກ້ໄຂຂໍ້ຂັດແຍ້ງທີ່ເກີດຂຶ້ນ, ພວກເຂົາມີຄວາມສາມາດປ່ຽນແປງບັນຍາກາດທີ່ເຄັ່ງຕຶງໃຫ້ຜ່ອນຄາຍລົງໄດ້. ທັກສະນີ້ ມີຄວາມຈຳເປັນທີ່ສຸດຕໍ່ການເຮັດວຽກຮ່ວມກັບຜູ້ອື່ນ, ກັບລູກຄ້າຂອງອົງກອນ ແລະ ເປັນໜຶ່ງໃນທັກສະຂອງຄົນທີ່ຈະກ້າວຂຶ້ນເປັນຜູ້ນໍາຂອງອົງກອນໃນອະນາຄົດ.

  1. ທັກສະຄວາມສະຫຼາດທາງວັດທະນະທຳ ແລະ ສັງຄົມ

ອົງກອນໃດໜຶ່ງ ລ້ວນແຕ່ມີພະນັກງານທີ່ມາຈາກຫຼາກຫຼາຍວັດທະນະທຳ, ສາສະໜາຄວາມເຊື່ອ ແລະ ຮູບແບບການໃຊ້ຊີວິດທີ່ແຕກຕ່າງກັນ.  ຖ້າທ່ານເປັນພະນັກງານທີ່ມີຄວາມສາມາດໃນການເປີດໃຈຍອມຮັບ ແລະ ເຮັດວຽກຮ່ວມກັບສັງຄົມທີ່ແຕກຕ່າງກັນໄດ້ ຈະຊ່ວຍໃຫ້ທ່ານມີຄວາມກ້າວໜ້າ, ເປັນທີ່ຮັກຂອງເພື່ອນຮ່ວມງານ ແລະ ເປັນທີ່ຍອມຮັບໃນອົງກອນ.

  1. ທັກສະໃນການປັບຕົວ ແລະ ສະແຫວງຫາຄວາມຮູ້

ປັດຈຸບັນ ເຄື່ອງມືທັນສະໄໝໃໝ່ໆທີ່ເອື້ອອຳນວຍໃຫ້ແກ່ການເຮັດວຽກ ເລີ່ມເຂົ້າມາມີບົດບາດຫຼາຍຂຶ້ນ. ສຳລັບພະນັກງານທີ່ຍັງເຄີຍຊິນກັບການເຮັດວຽກຮູບແບບເກົ່າ ອາດບໍ່ຄ່ອຍເປີດໃຈຍອມຮັບການປ່ຽນແປງນີ້ໄດ້. ດັ່ງນັ້ນ, ຈົ່ງເປັນຄົນທີ່ປັບຕົວໃຫ້ເຂົ້າກັບການປ່ຽນແປງໃໝ່ສະເໝີ, ບໍ່ຢຸດພັດທະນາຕົວເອງ, ເປີດໃຈຮຽນຮູ້ໃຫ້ກັບທຸກສິ່ງອ້ອມຂ້າງ, ເພາະວ່າການຮຽນ ບໍ່ໄດ້ຢຸດໄວ້ຢູ່ທີ່ໄວຮຽນເທົ່ານັ້ນ.

  1. ທັກສະທາງຄວາມຄິດສ້າງສັນ

ຖ້າທ່ານເປັນຫົວໜ້າ ທ່ານຄົງບໍ່ຢາກສົ່ງເສີມພະນັກງານທີ່ເຮັດວຽກພຽງແຕ່ຕາມຄຳສັ່ງຢ່າງດຽວ, ບໍ່ມີແນວຄວາມຄິດ ຫຼື ຈິນຕະນາການຕໍ່ການພັດທະນາວຽກງານຊ່ວຍອົງກອນ. ດັ່ງນັ້ນ, ຈົ່ງເຝິກຕົນເອງໃຫ້ເປັນຄົນທີ່ມີແນວຄິດສ້າງສັນ ແລະ ກ້ານຳສະເໜີແນວຄວາມຄິດແປກໃໝ່ຊ່ວຍອົງກອນຢູ່ສະເໝີ.

  1. ທັກສະໃນການແກ້ໄຂບັນຫາທີ່ຊັບຊ້ອນ ແລະ ກ້າຕັດສິນໃຈ

ໃນການເຮັດວຽກງານ ບໍ່ສາມາດຫຼີກເວັ້ນບັນຫາທີ່ມີຄວາມຊັບຊ້ອນ ແລະ ວຽກງານທີ່ມີຄວາມຮີບດ່ວນໄດ້. ດັ່ງນັ້ນ, ໜຶ່ງໃນທັກສະທີ່ຕ້ອງເຝິກຝົນກໍຄື ການເປັນຄົນມັກຄົ້ນຄິດ, ວິເຄາະ, ເຂົ້າໃຈບັນຫາທີ່ເກີດຂຶ້ນ, ຊອກຫາທາງແກ້ໄຂ, ບໍ່ປ່ຽນວັນປະກັນມື້, ກ້າຕັດສິນໃຈໃຫ້ທັນຕໍ່ເວລາແຕ່ຕ້ອງຢູ່ພາຍໃຕ້ການຄົ້ນຄິດວິເຄາະຢ່າງຖີ່ຖ້ວນມາແລ້ວ.

  1. ທັກສະການຟື້ນຕົວໄດ້ໄວ

ຖ້າທ່ານເຮັດວຽກງານໃດໜຶ່ງຜິດພາດ ແລະ ອາດຖືກຕຳໜິຈາກເພື່ອນຮ່ວມງານ ຫຼື ກ່າວເຕືອນຈາກຫົວໜ້າ, ເປັນເວລາຫຼາຍອາທິດຕໍ່ມາ ທ່ານຍັງຄົງຈົມຢູ່ກັບຄວາມຜິດພາດ ແລະ ຄຳກ່າວເຕືອນ ຈົນບໍ່ສາມາດກ້າວຂ້າມໄປສູ່ໜ້າວຽກອື່ນໄດ້. ຊ້ຳບໍ່ໜຳ, ທ່ານອາດຄິດຕຳໜິເພື່ອນຮ່ວມງານ ຫຼື ຫົວໜ້າ ທີ່ເຮັດໃຫ້ທ່ານຮູ້ສຶກຜິດຕໍ່ຕົນເອງເປັນເວລາຫຼາຍມື້. ຖ້າທ່ານເຄີຍເປັນແບບນີ້ ອາດຕ້ອງເຖິງເວລາທີ່ຄວນປັບປຸງໃຫ້ມີແນວຄວາມຄິດປ່ອຍວາງ, ເປີດໃຈກວ້າງ, ຍອມຮັບ ແລະ ຖືເອົາເປັນບົດຮຽນ. ບໍ່ມີປະໂຫຍດຫຍັງທີ່ຕ້ອງຢູ່ກັບຄວາມຜິດໃນອະດີດ ເມື່ອບັນຫາໄດ້ຜ່ານໄປແລ້ວ ແລະ ຖືກແກ້ໄຂແລ້ວ ທ່ານຄວນຢູ່ກັບປັດຈຸບັນ ກຽມຄວາມພ້ອມທີ່ຈະເຮັດໜ້າວຽກໃໝ່ທີ່ຖືກມອບໝາຍໃຫ້ໄດ້ຮັບຜົນສຳເລັດຫຼາຍຂຶ້ນ.

  1. ທັກສະການບໍລິຫານເວລາ

ແມ່ນຄວາມສາມາດໃນການຈັດສັນເວລາໃນການເຮັດວຽກໄດ້ຢ່າງມີປະສິດທິພາບ, ຮູ້ແບ່ງເວລາສຳລັບແຕ່ລະໜ້າວຽກ ແລະ ຈັດສັນເວລາໄດ້ດີ. ນອກນັ້ນ, ຍັງສາມາດບໍລິຫານເວລາສ່ວນຕົວ ແລະ ເວລາເຮັດວຽກໄດ້ຢ່າງເໝາະສົມ, ສາມາດຮັບຜິດຊອບວຽກງານທີ່ຖືກມອບໝາຍສຳເລັດພາຍໃນເວລາກຳນົດ.  

  1. ທັກສະໃນການເຮັດວຽກເປັນທີມ ແລະ ສ້າງຄວາມສຳພັນທີ່ດີກັບທີມ

ຖ້າທ່ານຕ້ອງເຮັດວຽກເປັນທີມກັບເພື່ອນຮ່ວມງານທີ່ບໍ່ຍອມຮັບຟັງຄວາມຄິດເຫັນໃດໆ ຫຼື ບໍ່ຊ່ວຍວຽກທີມງານເລີຍ ທ່ານຄົງໜັກໃຈບໍ່ໜ້ອຍ. ສະນັ້ນ, ການເຮັດວຽກເປັນທີມ ນອກຈາກຈະຕ້ອງມີຄວາມສາມາດເຂົ້າກັນໄດ້ດີກັບທີມງານແລ້ວ, ເຮົາຕ້ອງເຝິກຕົນເອງໃຫ້ເປັນຜູ້ຍິນດີຮັບຟັງຄຳຄິດເຫັນ, ຮັບຟັງການຄອມເມັ້ນຈາກທີມ (feedback), ຈິງໃຈຊ່ວຍເຫຼືອເພື່ອນຮ່ວມທີມ ແລະ ຕ້ອງມີຄວາມຮັບຜິດຊອບໃນໜ້າທີ່ຂອງຕົນທີ່ຖືກມອບໝາຍຈາກທີມງານໃຫ້ສຳເລັດ.

  1. ທັກສະຄວາມເປັນຜູ້ນຳ

ເປັນໜຶ່ງໃນທັກສະທີ່ເຮົາອາດເຄີຍໄດ້ຍິນຄຸ້ນຫູເລື້ອຍໆ. ເມື່ອເປັນຫົວໜ້າທີມ ໜ້າທີ່ຫຼັກຈະຕ້ອງນໍາພາທີມງານໄປໃນທິດທາງທີ່ຖືກຕ້ອງ, ໃຫ້ຄຳແນະນຳວຽກງານທີ່ຊັດເຈນແກ່ລູກທີມ, ຮັກສາຄວາມສຳພັນຂອງທຸກຄົນໃນທີມງານໃຫ້ເຕັມໃຈທີ່ຈະເຮັດວຽກຮ່ວມກັນ, ກະຈາຍວຽກງານໃຫ້ເໝາະສົມກັບແຕ່ລະຄົນເພື່ອເຮັດໃຫ້ວຽກອອກມາມີປະສິດທິພາບ, ກ້າຫານໃນການຕັດສິນໃຈ, ບໍ່ໂຍນຄວາມຮັບຜິດຊອບໄປໃຫ້ແກ່ສະມາຊິກພາຍໃນທີມແຕ່ຢ່າງດຽວ.

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/