ຮູ້ຈັກ Andras Arato ເຈົ້າຂອງມີມຮອຍຍິ້ມສິ້ນຫວັງໃນຕຳນານ


ຫຼາຍຄົນກໍຄົງຈະຄຸ້ນໜ້າຄຸ້ນຕາດີກັນກັບ Andras Arato ຜູ້ທີ່ມີສາຍາວ່າ ເປັນເຈົ້າຂອງມີມໃບໜ້າຮອຍຍິ້ມສິ້ນຫວັງໃນຕຳນານ ຫຼື ເອີ້ນກັນອີກຊື່ວ່າ Hide The Pain Harold ນັ້ນເອງ.

Andras Arato ເກີດເມື່ອວັນທີ 11 ກໍລະກົດ ປີ 1945 ທີ່ເມືອງ ກອສເຊັກ (Kőszeg) ປະເທດຮົງກາລີ ພ້ອມຍັງມີລະດັບການສຶກສາຈົບຈາກຄະນະວິສະວະກຳອີເລັກໂທຣນິກຂອງມະຫາວິທະຍາໄລເທັກໂນໂລຢີ ແລະ ເສດຖະສາດບູດາເບສທ໌ (Budapest University of Technology And Economics) ແລະ ຍັງເຄີຍເປັນອະດີດນັກວິສະວະກຳອີເລັກໂທຣນິກ ເຊິ່ງຕອນນີ້ກະສຽນອາຍຸແລ້ວ. ນອກຈາກນີ້, ລາວຍັງເປັນຄົນໜຶ່ງທີ່ມີຜົນງານໃນການຕີພິມບົດລາຍງານກ່ຽວກັບເທັກໂນໂລຢີຂອງແສງ ແລະ ໄດ້ຮັບຮາງວັນດີເດັ່ນຈາກສະມາຄົມເທັກນິກໄຟຟ້າຮົງກາລີ (MEE) ອີກ.

ໃນເມື່ອເປັນແບບນັ້ນແລ້ວ ເປັນຫຍັງຢູ່ດີໆ Andras Arato ຈື່ງກາຍມາເປັນທີ່ຮູ້ຈັກໃນນາມເຈົ້າຂອງໃບໜ້າທີ່ມັກເຫັນຕາມມີມຕ່າງໆໄດ້?

ເລື່ອງນີ້ເລີ່ມຕົ້ນຂຶ້ນຈາກການໂພສຮູບຂອງລາວທີ່ໄດ້ໄປທ່ຽວລົງທາງສື່ສັງຄົມອອນລາຍ ເຊິ່ງໄດ້ຮັບຄວາມສົນໃຈຈາກຊ່າງຖ່າຍພາບຄົນໜື່ງ ແລະ ຊ່າງຖ່າຍພາບຄົນນັ້ນ ກໍໄດ້ເຊີນລາວໃຫ້ມາເປັນນາຍແບບໃນການຖ່າຍຮູບສະສົມເພື່ອຈຸດປະສົງຕ່າງໆ ແລະ ລາວກໍໄດ້ຕອບຮັບຄຳເຊີນເຊັ່ນດຽວກັນ.

ໃນໄລຍະເລີ່ມຕົ້ນ, ລາວມັກຈະເຫັນຮູບຂອງລາວ ເຊິ່ງໄດ້ຮັບການແກ້ໄຂດັດແປງໃສ່ເຄື່ອງແບບທ່ານໝໍ ຈົນເບິ່ງຄືວ່າ ລາວກຳລັງເຮັດວຽກເປັນທ່ານໝໍຢູ່. ນອກຈາກນັ້ນ, ລາວກໍໄດ້ເຫັນຮູບຂອງລາວທີ່ຖືກດັດແປງໃສ່ເຄື່ອງແບບຕ່າງໆ ບໍ່ວ່າຈະເປັນ ຊ່າງໄມ້, ຄູອາຈານ, ນັກແຕ້ມຮູບ ເປັນຕົ້ນ.

ແຕ່ໃນເວລາຕໍ່ມາ, ລາວຊຳ້ພັດໄດ້ພົບເຫັນຮູບຂອງລາວ ເຊິ່ງໄດ້ກາຍເປັນມີມດັງໃນໂລກອິນເຕີເນັດໄປແລ້ວ. ພ້ອມນັ້ນ, ກໍໄດ້ມີຜູ້ຄົນໃນສື່ສັງຄົມອອນລາຍພົບເຫັນຮູບຕອນທີ່ Andras Arato ກຳລັງຍິ້ມ ແລະ ພວກເຂົາຕ່າງພາກັນເວົ້າວ່າ ຮອຍຍິ້ມຂອງລາວແປກ ແລະ ຮູ້ສຶກຄືວ່າ ເບື້ອງຫຼັງຮອຍຍິ້ມຂອງລາວ ແທ້ຈິງແລ້ວແມ່ນມີຄວາມໂສກເສົ້າ ແລະ ຄວາມສິ້ນຫວັງເຊື່ອງໄວ້ຢູ່ ນັ້ນຈຶ່ງເປັນສາເຫດທີ່ເຮັດໃຫ້ລາວມີສາຍາວ່າ Hide The Pain Harold ນັ້ນເອງ.

ເມື່ອເປັນແນວນັ້ນ, Andras Arato ຈື່ງຮູ້ສຶກບໍ່ຄ່ອຍພໍໃຈເທົ່າປານໃດ ແລະ ລາວກໍຄິດວ່າ ຈັກມື້ໜຶ່ງມີມທີ່ເກີດຂື້ນຈາກຮອຍຍິ້ມຂອງລາວກໍຈະຖືກລືມໃນໄວໆນີ້ ແຕ່ໃນຄວາມເປັນຈິງແລ້ວ ມີມດັ່ງກ່າວຍັງຄົງເປັນທີ່ຍອດຮິດ ແລະ ໂດ່ງດັງ ເຊິ່ງຫຼາຍໆຄົນໃນໂລກອິນເຕີເນັດຕ່າງພາກັນໃຊ້ຮູບຮອຍຍິ້ມຂອງລາວໃນການເຮັດມີມນັບມື້ນັບຫຼາຍຂື້ນ.

ຈົນໃນທີ່ສຸດ, ລາວກໍຍອມຮັບຮູບຂອງລາວທີ່ໄດ້ກາຍເປັນມີມ ແລະ ສາມາດສ້າງສຽງຫົວໃຫ້ແກ່ຜູ້ຄົນໄດ້. ບໍ່ພຽງແຕ່ເທົ່ານັ້ນ, ຍັງມີຫຼາຍໆພາກສ່ວນທີ່ໄດ້ຕິດຕໍ່ຫາລາວ ເພື່ອຂໍເຊີນໃຫ້ຮັບວຽກໂຄສະນາ ອັນເປັນໂອກາດອັນດີໃຫ້ແກ່ລາວ ເຊັ່ນ: ການເດີນທາງໄປໃນສະຖານທີ່ທີ່ລາວບໍ່ເຄີຍໄປ, ການເປັນນາຍແບບໃນການໂຄສະນາເຄື່ອງດື່ມ Coca-Cola, ການເປັນໂຄສົກໃຫ້ແກ່ວິທະຍຸທ້ອງຖິ່ນໃນຮົງກາລີ ເປັນຕົ້ນ.

ທີ່ມາ: https://cutt.ly/K5PB78m

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/