ຢາກມີແບບນີ້! Uniqlo ເພີ່ມຄ່າແຮງໃຫ້ພະນັກງານໃນຍີ່ປຸ່ນສູງເຖິງ 40% ເພື່ອຕໍ່ສູ້ກັບພາວະເງິນເຟີ້

ຢາກມີແບບນີ້! Uniqlo

ໃນປັດຈຸບັນນີ້ສະຖານະການຂອງເສດຖະກິດທົ່ວໂລກແມ່ນກຳລັງຖົດຖອຍ ເຊິ່ງຍີ່ປຸ່ນກໍເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບ ຈົນເຮັດໃຫ້ເກີດພາວະເງິນເຟີ້. ທັງນີ້ເຖິງວ່າເຄື່ອງໃຊ້ຈະມີລາຄາເພີ່ມຂຶ້ນ ແຕ່ເງິນເດືອນພື້ນຖານຂອງຊາວຍີ່ປຸ່ນແມ່ນຍັງເທົ່າເດີມບໍ່ມີການປັບປ່ຽນ. ຢ່າງໃດກໍຕາມຫຼ້າສຸດນີ້ເມື່ອວັນທີ 11 ມັງກອນ 2022 Fast Retailing ເຊິ່ງເປັນບໍລິສັດແມ່ຂອງ Uniqlo ໄດ້ປະກາດເພີ່ມຄ່າແຮງພະນັກງານປະຈຳໃນຍີ່ປຸ່ນຄັ້ງໃຫຍ່ເພື່ອຕໍ່ສູ້ກັບໄພເງິນເຟີ້.

ໂດຍທາງ Fast Retailing ຈະເພີ່ມຄ່າຈ້າງລາຍປີສຳລັບພະນັກງານປະຈຳໃນຍີ່ປຸ່ນສູງເຖິງ 40% ເລີ່ມເດືອນມີນານີ້ ເຊິ່ງອັດຕາຄ່າຈ້າງໃໝ່ນີ້ແມ່ນຈະໃກ້ຄຽງກັບພະນັກງານໃນຕະຫຼາດຢູໂຣບ ແລະ ສະຫະລັດອາເມຣິກາ.

ຢາກມີແບບນີ້! Uniqlo

ນະໂຍບາຍໃໝ່ດັ່ງກ່າວແມ່ນມີຜົນຕໍ່ພະນັກງານ 8.400 ຄົນ ເຊິ່ງຄອບຄຸມພະນັກງານຂອງ Fast Retailing ແລະ ພະນັກງານທີ່ຮ້ານຄ້າຂອງບໍລິສັດ ໂດຍເງິນເດືອນເລີ່ມຕົ້ນຈະເພີ່ມຂຶ້ນເປັນ 300.000 ຫຼືປະມານ 38 ລ້ານກີບ ຈາກປັດຈຸບັນຢູ່ທີ່ 255.000 ເຢນ ຫຼື ປະມານ 33 ລ້ານກີບ ແລະ ທີ່ຜ່ານມາ Fast Retailing ແມ່ນເລີ່ມຂຶ້ນຄ່າຈ້າງໃນປີ 2020 ທີ່ຜ່ານມາ ແຕ່ກໍຂຶ້ນໃຫ້ກັບພະນັກງານບາງສ່ວນເທົ່ານັ້ນ.

ພ້ອມນັ້ນ Fast Retailing ຍັງເພີ່ມຄ່າຈ້າງປະມານ 20% ໃຫ້ພະນັກງານລາຍຊົ່ວໂມງອີກດ້ວຍ ເຊິ່ງເລີ່ມເມື່ອເດືອນກັນຍາປີ 2021. ໂດຍລວມແລ້ວການປ່ຽນແປງນີ້ ຄາດວ່າຈະເພີ່ມຕົ້ນທຶນແຮງງານຂອງຜູ້ຄ້າຍ່ອຍແຟຊັນປະມານ 15%.

ຢາກມີແບບນີ້! Uniqlo

ທັງນີ້ ການປະກາດດັ່ງກ່າວມີຂຶ້ນຫຼັງຈາກ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຂອງຍີ່ປຸ່ນໄດ້ອອກມາຮຽກຮ້ອງໃຫ້ບໍລິສັດຕ່າງໆ ເລັ່ງຕິດຕາມການປັບຂຶ້ນຄ່າແຮງເພື່ອຊ່ວຍເຫຼືອຜູ້ຄົນທີ່ປະສົບບັນຫາລາຄາສິນຄ້າທີ່ສູງຂຶ້ນ ບວກກັບອັດຕາເງິນເດືອນພາຍໃນປະເທດຍັງຄົງຊົງຕົວ ເຖິງແມ່ນວ່າອັດຕາເງິນເຟີ້ຈະເພີ່ມຂຶ້ນໃນອັດຕາທີ່ໄວທີ່ສຸດໃນຮອບຫຼາຍທົດສະຫວັດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/