ຢາກຂາຍດີຕ້ອງຮູ້! ກົນລະຍຸດລາຄາ “Decoy Pricing” ເພີ່ມຍອດຂາຍໂດຍບໍ່ຕ້ອງຫຼຸດລາຄາລົງ


ເຄີຍບໍ່? ເວລາທີ່ເຮົາຕັ້ງໃຈຈະໄປຊື້ເຄື່ອງແລ້ວກັບຕ້ອງຈ່າຍໃນລາຄາທີ່ແພງກວ່າທີ່ຕັ້ງໃຈໄວ້, ແທ້ຈິງແລ້ວມັນມີກົນລະຍຸດຕະຫຼາດທີ່ແອບແຝງຢູ່ເບື້ອງຫຼັງທີ່ເອີ້ນວ່າ “Decoy Pricing” ຫຼື “ກົນລາຍຸດລາຄາລໍ້ໃຈ” ນັ້ນເອງ.

Decoy Pricing ແມ່ນຫຍັງ?

Decoy Pricing ຫຼື ກົນລາຍຸດລາຄາລໍ້ໃຈ ແມ່ນເຕັກນິກການກໍານົດລາຄາຜະລິດຕະພັນໃຫ້ຫຼາກຫຼາຍ ໂດຍມີຕົວເລືອກຢ່າງໜ້ອຍໜຶ່ງຕົວເລືອກທີ່ເບິ່ງແລ້ວຮູ້ສຶກວ່າ “ບໍ່ກຸ້ມຄ່າ” ເມື່ອທຽບກັບຕົວເລືອກອື່ນໆ.

ເປັນຫຍັງຈຶ່ງຕ້ອງໃຊ້ Decoy Pricing?

ກົນລະຍຸດນີ້ໃຊ້ຫຼັກຈິດວິທະຍາໃນການ “ການປຽບທຽບ”

ເມື່ອລູກຄ້າເຫັນຕົວເລືອກລາຄາທີ່ “ບໍ່ກຸ້ມຄ່າ” ຈະເຮັດໃຫ້ຕົວເລືອກລາຄາອື່ນໆເບິ່ງແລ້ວຮູ້ສຶກບໍ່ກຸ້ມຄ່າຂຶ້ນມາແບບອັດຕະໂນມັດ.

ເຫດຜົນທີ່ທ່ານຄວນທີ່ຈະໃຊ້ກົນລະຍຸດ Decoy Pricing ມີດັ່ງນີ້:

1. ເພີ່ມຍອດຂາຍ:

ເມື່ອລູກຄ້າເຫັນຕົວເລືອກລາຄາທີ່ “ບໍ່ກຸ້ມຄ່າ” ຈະເຮັດໃຫ້ລູກຄ້າເລືອກລາຄາອື່ນໆທີ່ເບິ່ງແລ້ວກຸ້ມຄ່າຂຶ້ນມາແບບອັດຕະໂນມັດ. ດັ່ງນັ້ນ, ລູກຄ້າມີແນວໂນ້ມທີ່ຈະຊື້ທາງເລືອກທີ່ມີລາຄາທີ່ສູງຂຶ້ນ.

2. ເພີ່ມກໍາໄລ:

ໂດຍທົ່ວໄປແລ້ວ ຕົວເລືອກ Decoy ນັ້ນຈະມີກໍາໄລໜ້ອຍກວ່າທາງເລືອກອື່ນໆ.ແຕ່ເມື່ອລູກຄ້າເລືອກຊື້ຕົວເລືອກທີ່ມີລາຄາສູງກວ່າ. ສົ່ງຜົນໃຫ້ທຸລະກິດມີ “ກໍາໄລຕໍ່ໜ່ວຍ” ທີ່ສູງຂຶ້ນ

3. ດຶງດູດຄວາມສົນໃຈ:

ຕົວເລືອກ Decoy ມັກຈະມີເອກະລັກທີ່ໂດດເດ່ນ ແລະ ແຕກຕ່າງຈາກຕົວເລືອກອື່ນ, ເພື່ອດຶງດູດຄວາມສົນໃຈຂອງລູກຄ້າ ແລະ ເຮັດໃຫ້ພວກເຂົາຈື່ຈໍາຜະລິດຕະພັນ ຫຼື ບໍລິການຂອງທ່ານໄດ້.

4. ກະຕຸ້ນການຕັດສິນໃຈໃນການຊື້:

ເມື່ອລູກຄ້າເຫັນຕົວເລືອກທີ່ຫຼາກຫຼາຍ, ເພື່ອທີ່ຈະເຮັດໃຫ້ພວກເຂົາຮູ້ສຶກ “ຢ້ານທີ່ຈະເສຍໂອກາດ” ແລະ ມີແນວໂນ້ມທີ່ຈະຕັດສິນໃຈຊື້ສິນຄ້າ ຫຼື ບໍລິການຂອງທ່ານຫຼາຍຂຶ້ນ.

5. ສ້າງພາບລັກໃຫ້ກັບເເບຣນ:

Decoy Pricing ສາມາດໃຊ້ເພື່ອສ້າງພາບລັກໃຫ້ກັບແບຣນຂອງທ່ານໄດ້

ຍົກ​ຕົວ​ຢ່າງ: ຖ້າທ່ານຕ້ອງການສ້າງພາບລັກໃຫ້ກັບແບຣນທີ່ “ຫຼູຫຼາ” ທ່ານສາມາດຕັ້ງລາຄາຕົວເລືອກ Decoy ໃຫ້ສູງໄດ້.

ຕົວຢ່າງ: Decoy Pricing ໃນຊີວິດຈິງ

ລອງເບິ່ງຕົວຢ່າງ iPhone 15 Pro.

  • iPhone 15 Pro 128GB ລາຄາ 1,113 ໂດລາ
  • iPhone 15 Pro 256GB ລາຄາ 1,242 ໂດລາ
  • iPhone 15 Pro 512GB ລາຄາ 1,485 ໂດລາ

ຫຼາຍຄົນອາດຈະຄິດວ່າ 128GB ໜ້ອຍເກີນໄປ, ເລີຍຄິດທີ່ຈະຢາກໄດ້ຂະໜາດ 256GB ແທນ. ແຕ່ໃຈເຢັນ! ໃຫ້ທ່ານລອງສົມທຽບລາຄາເບິ່ງກ່ອນ.

iPhone 15 Pro 256GB ເພີ່ມຄວາມຈຸເປັນສອງເທົ່າ ແຕ່ຈ່າຍເພິ່ມພຽງ 129 ໂດລາ

ແຕ່ iPhone 15 Pro 512GB ເພີ່ມຄວາມຈຸສອງເທົ່າ ແຕ່ຈ່າຍເພີ່ມ 372 ໂດລາ

ຜົນທີ່ໄດ້ກໍຄື: ຫຼາຍຄົນຕັດສິນໃຈຊື້ 256GB ແທນເພາະພວກເຂົາຮູ້ສຶກວ່າ “ກຸ້ມຄ່າກວ່າ” ກັບເງິນທີ່ເສຍໄປ. ຮ້ານຄ້າຂາຍ iPhone 15 Pro ຄວາມຈຸ 256GB  ໄດ້ຫຼາຍຂຶ້ນ ແລະ ມີກຳໄລຕໍ່ໜ່ວຍສູງຂຶ້ນ.

Decoy Pricing ເຮັດວຽກແນວໃດ?

ມີສອງທິດສະດີທາງຈິດວິທະຍາຫຼັກທີ່ອະທິບາຍວ່າ Decoy Pricing ເຮັດວຽກແນວໃດ:

  • ທິດສະດີການດຶງດູດ: ຜູ້ຄົນມັກຖືກດຶງດູດໄປທີ່ຕົວເລືອກທີ່ “ໂດດເດັ່ນ” ຫຼື “ແຕກຕ່າງ” ໃນກໍລະນີຂອງ Decoy Pricing, ຕົວເລືອກທີ່ “ບໍ່ກຸ້ມຄ່າ” ນັ້ນຈະບໍ່ດຶງດູດຄວາມສົນໃຈຈາກລູກຄ້າ. ເຮັດໃຫ້ຕົວເລືອກອື່ນເບິ່ງໜ້າສົນໃຈຍິ່ງຂຶ້ນ.
  • ທິດສະດີການປຽບທຽບ: ຜູ້ຄົນມັກຈະຕັດສິນໃຈໂດຍການປຽບທຽບຕົວເລືອກຕ່າງໆ. ໃນກໍລະນີຂອງ Decoy Pricing, ຕົວເລືອກທີ່ “ບໍ່ກຸ້ມຄ່າ” ນັ້ນເຮັດໜ້າທີ່ເປັນຈຸດອ້າງອີງ ເຮັດໃຫ້ຕົວເລືອກອື່ນໆເບິ່ງ “ມີຄ່າ” ຫຼາຍຂຶ້ນມາໂດຍອັດຕະໂນມັດ.

ເຄັດລັບ:

  • ການໃຫ້ຕົວເລືອກລາຄາ 3-4 ຕົວເລືອກ: ບໍ່ຄວນມີທາງເລືອກຫຼາຍເກີນໄປ, ເນື່ອງຈາກວ່າມັນອາດຈະເຮັດໃຫ້ລູກຄ້າສັບສົນ.
  • ຕັ້ງລາຄາ Decoy ໃຫ້ເໝາະສົມ: ລາຄາ Decoy ບໍ່ຄວນແຕກຕ່າງຈາກທາງເລືອກອື່ນໆ ຫຼາຍຈົນເກີນໄປ
  • ສື່ສານກັບລູກຄ້າໃຫ້ເຂົາໃຈ: ອະທິບາຍໃຫ້ລູກຄ້າຮູ້ວ່າ ເປັນຫຍັງຈຶ່ງຕ້ອງເລືອກລາຄານີ້ເຖິງຈະ “ກຸ້ມຄ່າກວ່າ”

ຢ່າງໃດກໍຕາມ, Decoy Pricing ນັ້ນ “ບໍ່ແມ່ນສູດແຫ່ງຄວາມສຳເລັດ”. ການໃຊ້ກົນລະຍຸດນີ້ຫຼາຍເກີນໄປ ອາດຈະເຮັດໃຫ້ລູກຄ້າສັບສົນ ແລະ ບໍ່ຕັດສິນໃຈຊື້.

ສະຫຼຸບ, Decoy Pricing ນັ້ນເປັນກົນລະຍຸດການຕະຫຼາດທີສະຫຼາດ ເມື່ອເຮົາໃຊ້ຄວບຄູ່ໄປກັບການສື່ສານທີ່ມີປະສິດທິພາບ ກໍຈະຊ່ວຍໃຫ້ທຸລະກິດຂອງທ່ານສາມາດເພີ່ມຍອດຂາຍ ແລະ ຜົນກຳໄລໄດ້ຢ່າງແນ່ນອນ.

ທີ່ມາ:

facebook

shopify

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/