ມົງກຸດ Miss Grand Laos 2021 ງາມສະຫງ່າ ມີເອກະລັກ


ເປີດຕົວມົງກຸດ Miss Grand Laos 2021 ມູນຄ່າ 150 ລ້ານກີບ ພ້ອມສົ່ງຕົວແທນລາວໄປສູ່ເວທີໂລກ. ລວດລາຍເອກະລັກຂອງມົງກຸດເພັດມີຮູບຊົງງາມສະຫງ່າ ແລະ ມີລວດລາຍທີ່ເປັນເອກະລັກຂອງຄົນລາວ.

ມົງກຸດ Miss grand Laos 2021 ເປັນມົງກຸດແຫ່ງກຽດຕິຍົດ ໃຫ້ແມ່ຍິງລາວທີ່ຈະໄດ້ສວມໃສ່. ສຳລັບຜູ້ຈະໄດ້ສວມໃສ່ ຫຼື ເປັນຕົວແທນລາວສູ່ເວທີລະດັບສາກົນ ຕ້ອງເປັນຄົນທີ່ງາມທັງຮູບຮ່າງໜ້າຕາ ແລະ ຈິດໃຈ, ເປັນຄົນທີ່ພຽບພ້ອມດ້ວຍຄວາມຮູ້, ຄວາມສາມາດ, ກ້າສະແດງອອກ.

ແຮງບັນດານໃຈຂອງມົງກຸດ ແມ່ນໄດ້ມາຈາກດອກໄມ້ປະຈຳຊາດລາວ ຄືດອກຈຳປາ ແລະ ປະຕູໄຊ (ໃນອະດີດເອີ້ນວ່າ ອະນຸສາວະລີ) ທີ່ເປັນອະນຸສອນສະຖານ ຂອງຊາດລາວເຮົາ ຈຶ່ງໄດ້ເປັນມົງກຸດ Miss grand Laos 2021.

ຈາກການເປີດເຜີຍຂອງທ່ານ ສາຍແກ້ວ ສີດາວົງ ປະທານໂຄງການປະກວດ Miss Grand Laos ໃຫ້ຮູ້ວ່າ: ໃນປີນີ້ ເນື່ອງຈາກວ່າຍັງພົບກັບວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ປີ 2021 ບໍ່ສາມາດຈັດການປະກວດ Miss Grand Laos ໄດ້, ຈຶ່ງຕ້ອງໄດ້ຈັດຫາຕົວແທນໃນເວທີ  Miss Grand International.

ການປະກວດແມ່ນຈະຈັດຂຶ້ນທີ່ປະເທດໄທ ເດືອນທັນວາໃນທ້າຍປີນີ້. ໃນການຄັດເລືອກ Miss Grand Laos ຈະໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2021, ພາຍຫຼັງຄັດເລືອກແລ້ວ ກໍຈະໄດ້ເດີນທາງໄປຮ່ວມກິດຈະກຳກັບກອງປະກວດທັນທີ ທີ່ປະເທດໄທ. ສຳລັບຜູ້ສະໜັບສະໜູນມົງກຸດແມ່ນ ກັອດໄດມອນ, ສະປອນເຊີ້ແມ່ນ ສູນຄວາມງາມ Thipsavanh Cosmetic.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/