ຝຣັ່ງກຽມແບນພລາສຕິກທີ່ໃຊ້ໃນການບັນຈຸຜັກແລະໝາກໄມ້!


ຝຣັ່ງປະກາດຫ້າມໃຊ້ພລາສຕິກໃນການບັນຈຸຜັກແລະໝາກໄມ້ເກືອບທຸກຊະນິດ ເລີ່ມຕັ້ງແຕ່ເດືອນມັງກອນປີ 2022 ຄາດວ່າຈະລົດຈຳນວນຂີ້ເຫຍື້ອພລາສຕິກພ້ອມກັບຊຸກຍູ້ໃຫ້ປະເທດກ້າວໜ້າສູ່ເສດຖະກິດໝຸນວຽນ.

“ເຮົາໃຊ້ພລາສຕິກແບບໃຊ້ເທື່ອດຽວແລ້ວຖິ້ມເປັນຈຳນວນຫຼາຍໃນຊີວິດປະຈຳວັນ ກົດໝາຍເສດຖະກິດໝຸນວຽນມີເປົ້າໝາຍເພື່ອລົດການນຳໃຊ້ພລາສຕິກແບບໃຊ້ແລ້ວຖິ້ມ ແລະ ສົ່ງເສີມການໃຊ້ວັດສະດຸອື່ນມາທົດແທນ ຫຼືໃຊ້ສິ່ງທີ່ນຳກັບມາໃຊ້ໄດ້ໃໝ່ແລະສາມາດຣີໄຊເຄິນໄດ້” ກະຊວງສິ່ງແວດລ້ອມໄດ້ລະບຸໃນຖະແຫຼງການ ໂດຍອາໄສອໍານາດກົດໝາຍຕາມເສດຖະກິດໝຸນວຽນທີ່ບັງຄັບໃຊ້ໃນເດືອນກຸມພາ ປີ 2020 ທີ່ຜ່ານມາ.

ພ້ອມກັນນີ້ ທາງລັດຖະບານຂອງຝຣັ່ງຍັງໄດ້ເຜີຍລາຍຊື່ຜັກ ແລະ ໝາກໄມ້ທີ່ຫ້າມບັນຈຸໃນພລາສຕິກ ແລະ ຈຳໜ່າຍ ເລີ່ມຕັ້ງແຕ່ວັນທີ 1 ເດືອນມັງກອນປີໜ້າ ເຊິ່ງມີຢູ່ປະມານ 30 ຊະນິດເຊັ່ນ: ກະທຽມຕົ້ນ, ໝາກເລັ່ນ, ໝາກແອບເປິ້ນ, ກ້ວຍ, ໝາກກ້ຽງ… ໂດຍປັດຈຸບັນມີການຄາດວ່າ ມາດຕະການທີ່ປະກາດອອກໄປຫຼ້າສຸດຈະຊ່ວຍລົດຂີ້ເຫຍື້ອຈາກພລາສຕິກໄດ້ຫຼາຍກວ່າ 1 ພັນລ້ານອັນ/ປີ.

ປະທານສະຫະພັນຄົນຂາຍໝາກໄມ້ຂອງຝຣັ່ງ ທ່ານ Francois Roch ໄດ້ກ່າວວ່າ: ມັນເປັນເລື່ອງທີ່ຍາກທີ່ຈະປ່ຽນໄປໃຊ້ເຈ້ຍແທນພລາສຕິກພາຍໃນໄລຍະເວລາທີ່ສັ້ນ, ນອກຈາກນີ້ລູກຄ້າຈຳນວນຫຼາຍບໍ່ຕ້ອງການຊື້ໝາກໄມ້ທີ່ບໍ່ມີສິ່ງໃດຫໍ່ຫຸ້ມ ເພາະຢ້ານວ່າໝາກໄມ້ອາດຖືກລູກຄ້າຄົນອື່ນສຳຜັດມາກ່ອນ. ຢ່າງໃດກໍຕາມ ທາງລັດຖະບານຍັງອະນຸໂລມໃຫ້ໃຊ້ພລາສຕິກໃສ່ໝາກໄມ້ທີ່ຊອຍແລ້ວ ຫຼື ໝາກໄມ້ທີ່ຊ້ຳໄດ້ງ່າຍ ແລະ ຈະຄ່ອຍໆໃຫ້ຢຸດໃຊ້ພາຍໃນເດືອນມິຖຸນາ ປີ 2026.

ໃນທ້າຍເດືອນມິຖຸນາ ປີ 2023 ໝາກເລັ່ນເຊີຣີ່ແດງ, ຖົ່ວແຂກຂຽວ ແລະ ໝາກພີດ (Peach) ຈະຖືກຫ້າມບັນຈຸດ້ວຍພລາສຕິກ. ສ່ວນ ອອງດີຟ (endives), ໜໍ່ໄມ້ຝຣັ່ງ, ເຫັດ, ຜັກສະລັດ ແລະ ສະໝຸນໄພບາງຊະນິດ ຍັງສາມາດຈຳໜ່າຍໃນພລາສຕິກໄດ້ຈົນເຖິງທ້າຍປີ 2024. ນອກນັ້ນພວກໝາກໄມ້ຕະກູນເບີຣີ່ເຊັ່ນ: ສະຕໍເບີຣີ່ ຈະຈຳໜ່າຍໃນພລາສຕິກໄດ້ຈົນເຖິງເດືອນມິຖຸນາປີ 2026.

ການຫ້າມໃຊ້ພລາສຕິກບັນຈຸໃສ່ໝາກໄມ້ ເປັນສ່ວນໜຶ່ງຂອງໂຄງການໄລຍະເວລາຫຼາຍປີຂອງລັດຖະບານໃນການເລີກໃຊ້ພລາສຕິກ ເລີ່ມຕັ້ງແຕ່ການແບນທໍ່ດູດພລາສຕິກ, ບ່ວງ-ສ້ອມ-ມີດພລາສຕິກ, ພາຊະນະພລາສຕິກ ລວມເຖິງກ່ອງໂຟມໃນປີ 2021.

ຕັ້ງແຕ່ປີ 2022  ເປັນຕົ້ນໄປ ໃນພື້ນທີ່ສາທາລະນະຈະຕ້ອງຕິດຕັ້ງນໍ້າພຸສໍາລັບໃຊ້ດື່ມໃຫ້ປະຊາຊົນໄດ້ບໍລິໂພກ ເພື່ອຫຼຸດຜ່ອນການຊື້ນ້ຳດື່ມຈາກຕຸກນ້ຳພລາສຕິກ ແລະ ຊ່ວຍຫຼຸດຜ່ອນຂີ້ເຫຍື້ອຈາກພລາສຕິກອີກພ້ອມ. ນອກຈາກນີ້ ລັດຖະບານຝຣັ່ງຍັງສັ່ງຫ້າມຮ້ານອາຫານຈານດ່ວນໃຊ້ພາຊະນະແບບໃຊ້ແລ້ວຖິ້ມສຳລັບການນັ່ງກິນຢູ່ຮ້ານ ເຊິ່ງຈະເລີ່ມຕັ້ງແຕ່ເດືອນ ມັງກອນ ປີ 2023.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/