ມາແລ້ວ! ເກມໃນຕຳນານ Super Mario RPG ຖືກ Remake ໃໝ່ໃນ Nintendo Switch


ບໍ່ໃຫ້ລໍຖ້າດົນ ຫຼັງຈາກມີຂ່າວລືມາກ່ອນໜ້ານີ້ວ່າເກມໃນຕຳນານໃນ Super Famicom ຈະຖືກນຳມາ Remake ໃໝ່ໝົດ ເພື່ອເອົາລົງໃນ Nintendo Switch. ຕໍ່ມາພາຍໃນງານ Nintendo Direct ກໍໄດ້ມີການເປີດຕົວເກມ Super Mario RPG: Legend of the Seven Stars ເຊິ່ງຈະມີການ Remake ໃໝ່ໝົດໂດຍຈະອອກວາງຂາຍໃນວັນທີ 17 ພະຈິກ 2023 ໃນ Switch.

Super Mario RPG ເປັນເກມແນວ RPG Turn-based ທີ່ໃຫ້ເຮົາຮັບບົດເປັນລຸງໜວດ Mario ໂດຍໃຫ້ເດີນທາງໃນອານາຈັກເຫັດ ເພື່ອໄປຊ່ວຍເຈົ້າຍິງ ເຊິ່ງເກມໄດ້ວາງຈຳໜ່າຍຄັ້ງທຳອິດໃນປີ 1996 ແລະ ກໍກາຍມາເປັນເກມທີ່ຢູ່ໃນໃຈຂອງໃຜຫຼາຍໆຄົນ.

ໂດຍຕົ້ນສະບັບຂອງ Super Mario RPG ສ້າງໂດຍຄ້າຍ Squaresoft ເປັນທີມສ້າງທີມດຽວກັບ Final Fantasy ຮ່ວມມືກັບ Nintendo ສ້າງຕົວລະຄອນຫຼັກຢ່າງ Mario ແລະ ໃນສ່ວນຂອງພາກ Remake ນັ້ນໃຊ້ຊື່ວ່າ Super Mario RPG: Legend of the Seven Stars ຍັງຄົງມາໃນຮູບແບບ RPG Turn-based ທີ່ຕ້ອງໃສ່ຄຳສັ່ງແລ້ວໂຈມຕີ ເຊິ່ງຈະມີການເສີມການກະທຳຂອງ Mario ລົງໄປອີກເຊັ່ນ: ການກົດປຸ່ມເພື່ອຕາມຈັງຫວະ ເພື່ອເຂົ້າໂຈມຕີຊ້ຳໃຫ້ຮຸນແຮງຂຶ້ນ ແລະ ຍັງໃສ່ສາກທີ່ເປັນແອັກຊັນເຂົ້າມາໃຫ້ຫຼິ້ນຕະຫຼອດເກມ ເຊິ່ງມີມາຕັ້ງແຕ່ຕົ້ນສະບັບ ພຽງມາປັບໃສ່ກຣາຟຟິກໃໝ່ທັງໝົດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/