ມາເບິ່ງເລື່ອງແປກໆປາດຸກຂາດເຄິ່ງໂຕ ທີ່ເກີດຈາກການແບ່ງປັນອາຫານຂອງປາໂລມາໃຫ້ມະນຸດ


ເລື່ອງແປກໆນີ້ເກີດຂຶ້ນທີ່ ອຳເພີບາງປະກົງ ປະເທດໄທ, ເມື່ອມີຜູ່ໃຊ້ Facebook ຊື່ Prathan Rittplang ໂພສລົົງກຸ່ມ “ตกปลาหน้าดิน” ວ່າ: ປາດຸກ VS  ປາໂລມາ ຄູ່ກັດແຫ່ງແມ່ນໍ້າບາງປະກົງ

ໂດຍມີເນື້ອໃນວ່າ ທຸກໆລະດູໜາວ ປະຊາຊົນທີ່ອາໄສຢູ່ແຄມນ້ຳບາງປະກົງທີ່ໃກ້ກັບປາກອ່າວ ຈະກຽມພ້ອມສະວິງໄປສ້ອນເອົາປາດຸກທະເລ ທີ່ເຫຼືອແຕ່ເຄິ່ງໂຕ ຈາກການແບ່ງປັນຂອງປາໂລມາ.

ປາໂລມາຈະໃຊ້ປາກດຸດລົງໄປໃນຂີ້ຕົມ ເພື່ອໃຫ້ປາດຸກລອຍຂຶ້ນມາ ແລ້ວຈຶ່ງງັບກິນແຕ່ເຄິ່ງໂຕ. ໂລມາສະຫຼາດພໍທີ່ຈະກັດກິນແຕ່ເຄິ່ງໂຕ ເພາະວ່າຈະບໍ່ໃຫ້ຫງ່ຽງຄົມໆຂອງປາດຸກບາດ, ສ່ວນຫົວ ແລະ ພຸງທີ່ຂາດ ຈະລອຍຫາຍໃຈຂຶ້ນມາເໜືອຜິວນ້ຳ ໃຫ້ຊາວບ້ານໄດ້ມາສ້ອນເອົາມາເຮັດແນວກິນໄດ້ ເຊິ່ງສາມາດເຮັດເປັນເມນູແຊບໆໄດ້ຫຼາຍເລີຍ.

ລາວໄດ້ເວົ້າຕື່ມວ່າ “ມັນແມ່ນການແບ່ງປັນຕາມທຳມະຊາດ ຄົນຫາກິນ, ສັດຫາກິນ ຢ່າລະເມີດເຊິ່ງກັນ ແລະ ກັນ”

ແລ້ວຢູ່ບ້ານເຮົາເດ? ເຄີຍເຫັນເຫດການຄ້າຍໆແບບນີ້ບໍ່ ສາມາດເອົາມາແຊຣ໌ນຳກັນໄດ້.

ຂອບໃຈຂໍ້ມູນຈາກ: https://news.trueid.net/detail/MwK3z5JxPqMw

https://www.facebook.com/groups/295753780584031/permalink/1827679404058120/