ມັງງະເປັນເຫດ! ຊາຍຍີ່ປຸ່ນ 2​ ຄົນຖືກຈັບຂໍ້ຫາຂັບລົດອັນຕະລາຍ ເຜີຍສາເຫດຍ້ອນອ່ານ ກາຕູນແຂ່ງລົດມາຫຼາຍ ເລີຍຢາກລອງດຣີຟ ເບິ່ງ


ຊາຍຍີ່ປຸ່ນ 2 ​ຄົນຖືກຈັບຂໍ້ຫາຂັບລົດອັນຕະລາຍ ຈົນກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊັບສິນຂອງລັດ ພາຍຫຼັງການສືບສວນສອບສວນ ທັງ 2 ​ໃຫ້ສາລະພາບວ່າ ສາເຫດທີ່ພາກັນຂັບລົດແນວນີ້ ຍ້ອນອ່ານ ກາຕູນ ຫຼື ມັງງະເລື່ອງ Initial D ເຊິ່ງເປັນມັງງະກ່ຽວກັບການແຂ່ງລົດມາຫຼາຍ ເລີຍຢາກລອງດຣີຟເບິ່ງ.

ເຫດເກີດເມື່ອ ຕອນຄໍ່າຂອງວັນທີ 3 ກໍລະກົດທີ່ຜ່ານມາ ໄດ້ມີລົດເກັງເລັ່ງເຄື່ອງຢ່າງແຮງມາຕໍາເອົາກັບຮາວເຫຼັກກັ້ນຫົນທາງຢູ່ແຂວງ ຄານາກາວະ ປະເທດຍີ່ປຸ່ນ ຫຼັງຜູ້ຂັບຂີ່ພະຍາຍາມເລັ່ງເຄື່ອງ ຫັກລ້ຽວລົດບໍລິເວນສາມແຍກແຕ່ບໍ່ທັນ.

ຜ່ານການເປີດເຜີຍຂອງເຈົ້າໜ້າທີ່ຕຳຫຼວດໃຫ້ຮູ້ວ່າ ຜູ້ຂັບຂີ່ລົດທັງ 2 ເປັນໄວໜຸ່ມ ອາຍຸ 20 ປີ ແລະ 21 ປີ ເຊິ່ງລົດທີ່ຂັບໄປຕຳເອົາກັບຮາວເຫຼັກແມ່ນລົດ Nissan 180 SX ສີຂາວ ແລະ ອີກຄັນໜຶ່ງທີ່ເປັນໝູ່ກັນ ແລະ ຂັບຕິດຕາມກັນມາເປັນລົດຍີ່ຫໍ້ Toyota Chaser ສີດໍາ ເຊິ່ງເປັນລົດເກັງທີ່ແຕ່ງໄວ້ຊິ້ງໂດຍສະເພາະ.

ໂດຍຜູ້ຂັບຂີ່ລົດ Toyota Chaser ສີດໍາ ໄດ້ໃຫ້ສາລະພາບວ່າ: “ພວກເຂົາທັງ 2 ຄົນເປັນລູກອ້າຍລູກນ້ອງກັນ ແລະ ຢາກລອງເອົາລົດຂອງຕົນເອງລົງໄປດຣີຟ ໃນຫົນທາງແທ້ໆ ຫຼັງໄດ້ອ່ານມັງງະເລື່ອງ Initial D ເຊິ່ງເປັນມັງງະກ່ຽວກັບການແຂ່ງລົດ ຊື່ດັງຂອງປະເທດຍີ່ປຸ່ນ”

ຢ່າງໃດກໍຕາມພາຍຫຼັງເກີດເຫດການດັ່ງດ່າວ ແລະ ການເປີດເຜີຍເຖິງສາເຫດ ຫຼາຍຝ່າຍກໍອອກມາວິພາກວິຈານ ແລະ ສະແດງຄວາມບໍ່ພໍ່ໃຈຕໍ່ກັບຂໍ້ອ້າງທີ່ທັງ 2 ຄົນນີ້ອ້າງ ເພາະການຢາກແຂ່ງລົດຫຼື ຢາກລອງດຣີຟ ຄວນຈະລົງໄປທີ່ສະໜາມເທົ່ານັ້ນບໍ່ແມ່ນຫົນທາງສັນຈອນ ເພາະຖ້າວ່າສິ່ງທີ່ຕຳບໍ່ແມ່ນຮາວເຫຼັກ ແຕ່ເປັນຄົນ ຄວາມເສຍຫາຍ ແລະ ບາດແຜທີ່ຈະຕາມມານັ້ນບໍ່ອາດສາມາດປະເມີນໄດ້.

ສຳລັບ Initial D ເປັນມັງງະ ຫຼື ກາຕູນແຂ່ງລົດຈາກລາຍເສັ້ນຂອງອາຈານ ຊຸອິຈິ ຊິເງໂນະ ເປີດຕົວອອກມາເຫຼັ້ມທຳອິດເມື່ອປີ 1995 ແລະ ຖືກມາສ້າງເປັນຮູບເງົາຈົນໂດ່ງດັງໄປທົ່ວໂລກ. ກ່ອນຈະມີການນຳມາສ້າງຕໍ່ອີກ ຊື່ວ່າ MF Ghost ທີ່ເປີດຕົວອອກມາເມື່ອປີ 2017.

ຂອບໃຈຂໍ້ມູນຈາກ: automaton, crazyforanimetrivia

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/