ຟອງສະບູແຕກ! ລາຄາໂມງຫຼູມື 2 ລາຄາຕົກຢ່າງຕໍ່ເນື່ອງ ຈົນແຕະລະດັບ ຕໍ່າທີ່ສຸດໃນຮອບ 2 ປີ


ໂມງທີ່ສວມໃສ່ເທິງຂໍ້ມື ທີ່ຖືກຜະລິດຂຶ້ນຢ່າງພິຖີພິຖັນ ແລະ ໄດ້ການຍອມຮັບໄປທົ່ວໂລກ ຢ່າງ Rolex, Patek Philippe ແລະ Audemars Piguet ຫຼື ແບຣນໂມງຫຼູຫຼາຕ່າງໆ ກຳລັງປະເຊີນກັບມູນຄ່າການຂາຍທີ່ລົດລົງຢ່າງຕໍ່ເນື່ອງ. ຕາມຂໍ້ມູນຫຼ້າສຸດຕະຫຼາດມືສອງສຳລັບໂມງຫຼູເຫຼົ່ານີ້ ໄດ້ຕົກລົງຈົນແຕະລະດັບຕໍ່າສຸດໃນຮອບ 2 ປີ ແຕກຕ່າງຈາກໄລຍະທີ່ມີການແຜ່ລະບາດຂອງ ໂຄວິດ-19 ທີ່ລາຄາດີດຕົວຂຶ້ນສູງຈົນເປັນປະຫວັດສາດຂອງວົງການໂມງຫຼູ.

ຈາກຂໍ້ມູນຈາຂອງ WatchCharts ເຊິ່ງເປັນແພລັດຟອມທີ່ໃຊ້ໃນການກວດສອບລາຄາຂອງໂມງຫຼູ ເຫັນວ່າ ລາຄາສະເລ່ຍຂອງໂມງຫຼູມືສອງລົດລົງຢ່າງຫຼວງຫຼາຍເຖິງ 31% ນັບຕັ້ງແຕ່ເດືອນມີນາປີ 2022 ເຊິ່ງໃນເວລາທີ່ລາຄາມັນສູງໆນັ້ນ ມີຄົນຍອມຈ່າຍລາຄາເພີ່ມອີກ 5 ເທົົ່າຈາກລາຄາໜ້າຮ້ານ ເພື່ອໄດ້ເປັນເຈົ້າຂອງໂມງຫຼູ ທີ່ຕົນເອງມັກ.

ໂດຍຜູ້ປະກອບການໃນວົງການຂາຍໂມງຫຼູ ມື 2 ໃຫ້ຄຳເຫັນວ່າ ກ່ຽວກັບລາຄາທີ່ດີດສູງຂຶ້ນໃນໄລຍະ 1-2 ປີທີ່ຜ່ານມານີ້ ເກີດຈາກການປະສົມປະສານລະຫວ່າງການກັກຕົວຢູ່ເຮືອນໃນໄລຍະເວລາທີ່ມີໂຣກລະບາດ  ແລະ ການເພີ່ມຂຶ້ນຂອງມູນຄ່າຂອງສະກຸນເງິນດິຈິຕອລ ເຊັ່ນ Bitcoin ແຕ່ຕອນນີ້ຕະຫຼາດກຳລັງປັບຖານເຂົ້າສູ່ຈຸດທີ່ສົມດຸນແລ້ວ.

ຕາມຂໍ້ມູນຂອງ WatchCharts ພົບວ່າ Rolex ມື 2 ລາຄາໂດຍສະເລ່ຍລົດລົງ 12% ຈາກປີກ່ອນ, ລາຄາສະເລ່ຍຂອງ Audemars Piguet ລົດລົງປະມານ 17% ຈາກປີກ່ອນ ແລະ ລາຄາສະເລ່ຍຂອງ Patek Philippe ລົດລົງເຖິງ 19% ຈາກປີກ່ອນ.

ການປ່ຽນແປງຄັ້ງນີ້ໃນຕະຫຼາດ ໂມງຫຼູໄດ້ຮັບການຕິດຕາມດ້ວຍຄວາມກັງວົນຈາກຜູ້ຊ່ຽວຊານໃນອຸດສາຫະກຳ ເຊິ່ງຫຼາຍຄົນໄດ້ອອກຄຳເຕືອນວ່າ ຟອງສະບູອາດແຕກໃນລັກສະນະດຽວກັນກັບສະກຸນເງິນດິຈິຕອລ ແລະ ສິນຊັບທີ່ໄດ້ຮັບຄວາມນິຍົມໃນໄລຍະຂອງການແຜ່ລະບາດຄັ້ງໃຫຍ່ທີ່່ຜ່ານມານີ້ ເຊັ່ນ NFT ແລະ ທີ່ດິນອອນລາຍຕ່າງໆ.

ຂອບໃຈຂໍ້ມູນຈາກ:

https://watchcharts.com

The Standard

https://www.cnbc.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/