ພໍ່ລຸງນອນຫຼັບເລິກຈົນຄິດວ່າຕາຍ! ສຸດທ້າຍສະເດີດຕື່ນຍ້ອນຖືກເຈົ້າໜ້າທີ່ກວດ ATK


ເຊື່ອວ່າຫຼາຍຄົນກໍໜ້າຈະເຄີຍນອນຫຼັບເລິກມາແລ້ວ ທີ່ບໍ່ວ່າຈະປຸກດ້ວຍວິທີໃດກໍແມ່ນຈະຕື່ນຕົວຍາກ ເຊິ່ງລັກສະນະແນວນີ້ຫຼາຍຄົນມັກເອີ້ນວ່າ “ຫຼັບປານຕາຍ” ນັ້ນເພາະອາດເກີດຈາກອາການອ່ອນເພຍສະສົມ ແລະ ກໍມີກໍລະນີຂອງພໍ່ລຸງຊາວໄທຄົນໜຶ່ງທີ່ລາວໃນນອນຫຼັບເລິກຈົນຫຼາຍຄົນຄິດວ່າລາວຕາຍ ແຕ່ສຸດທ້າຍລາວກໍໄດ້ສະເດີດຕື່ນຂຶ້ນມາຍ້ອນການກວດ ATK.

ໂດຍເລື່ອງລາວນີ້ເກີດຈາກພໍ່ລຸງຊາວໄທ ອາຍຸ 48 ປີ ມີຊື່ວ່າທ້າວ ບຸນ (ນາມສົມມຸດ) ເປັນຄົນແຂວງຍະໂສທອນ ໃນເວລາ 02:00 ຂອງວັນທີ 20 ເມສາທີ່ຜ່ານມາ ພໍ່ລຸງກໍໄດ້ໄປເປີດຫ້ອງນອນທີ່ຣີສອດແຫ່ງໜຶ່ງ ພ້ອມທັງບອກໃຫ້ພະນັກງານຂອງຣີສອດໃຫ້ຫາຄົນມາເປັນໝູ່ໂອ້ລົມນຳໃນຫ້ອງນອນ. ຕໍ່ມາພະນັກງານກໍໄດ້ແຈ້ງວ່າບ່ອນນີ້ບໍ່ມີບໍລິການຈັດຫາໝູ່ຄູ່ໃຫ້ໄປຢູ່ນຳ ຈາກນັ້ນພໍ່ລຸງຈຶ່ງໄດ້ເຂົ້າໄປພັກໃນຫ້ອງແລ້ວເຮັດການເປີດໄຟ, ເປີດແອແລະໄດ້ລັອກປະຕູ.

ໃນເວລາຕໍ່ມາຂອງວັນທີ 21 ເວລາເຊົ່າຫ້ອງຂອງພໍ່ລຸງກໍໄດ້ໝົດລົງ ແຕ່ກໍບໍ່ເຫັນວ່າພໍ່ລຸງຈະອອກຈາກຫ້ອງພັກ ພະນັກງານຂອງຣີສອດຈຶ່ງໄດ້ພະຍາຍາມເຂົ້າໄປເຄາະປະຕູຢູ່ຫຼາຍຄັ້ງ ແຕ່ເຄາະແນວໃດກໍບໍ່ມີສຽງຕອບຮັບ. ພະນັກງານເຫັນເປັນເລື່ອງຜິດປົກກະຕິ ຈຶ່ງໄດ້ນຳເອົາກະແຈສຳຮອງເຂົ້າໄປເປີດປະຕູເບິ່ງ ແຕ່ວ່າປະຕູນັ້ນຖືກລັອກກອນຈາກທາງໃນຂອງຫ້ອງຈຶ່ງເຮັດໃຫ້ບໍ່ສາມາດເປີດອອກໄດ້, ຈາກນັ້ນຈຶ່ງໄດ້ໄປສ່ອງເບິ່ງຢູ່ປ່ອງຢ້ຽມ ແລະໄດ້ເຫັນວ່າພໍ່ລຸງຄົນດັ່ງກ່າວແມ່ນນອນຢູ່ໃນລັກສະນະຄ້າຍຄືຄົນຕາຍ. ດ້ວຍເຫດນີ້ພະນັກງານຈຶ່ງໄດ້ໂທລະສັບໄປແຈ້ງກັບເຈົ້າໜ້າທີ່ຕຳຫຼວດເພື່ອໃຫ້ເຂົ້າມາກວດສອບ.

ເມື່ອເຈົ້າໜ້າທີ່ໄປຮອດບ່ອນເກີດເຫດກໍພົບວ່າປະຕູຂອງຫ້ອງພັກຖືກລັອກຈາກທາງດ້ານໃນບໍ່ສາມາດເປີດອອກໄດ້ ທາງອາສາກູ້ໄພທີ່ໄປພ້ອມກັບຕຳຫຼວດຈຶ່ງໄດ້ໃຊ້ອຸປະກອນເພື່ອງັດປະຕູຈົນເປີດອອກ ເຊິ່ງພາຍໃນຫ້ອງກໍໄດ້ພົບກັບບໍ່ລຸງທີ່ຢູ່ໃນລັກສະນະນອນສະແຄງ ແລະ ມີຜ້າຫົ່ມປົກຫົວຢູ່ ອາສາກູ້ໄພກໍໄດ້ພະຍາຍາມເອີ້ນຮ້ອງໃຫ້ຕື່ນຢູ່ດົນເຕີບ ແຕ່ກໍຍັງບໍ່ຕື່ນ, ດັ່ງນັ້ນທາງງເຈົ້າໜ້າທີ່ຈຶ່ງສະຫຼຸບວ່າເສຍຊີວິດແລ້ວ.



ຈາກນັ້ນອາສາກູ້ໄພຈຶ່ງໄດ້ນຳຊຸດກວດ ATK  ໄປແຍ່ຮູດັງເພື່ອກວດຫາເຊື້ອໂຄວິດ-19 ກ່ອນທີ່ຈະມີການຊັນນະສູດສົບຕາມຂັ້ນຕອນ ແຕ່ໃນຂະນະທີ່ອາສາກູ້ໄພກໍລັງໃຊ້ຊຸດກວດ ATK ແຍ່ຮູດັງຢູ່ນັ້ນ ປາກົດວ່າພໍ່ລຸງກໍໄດ້ສະເດີດຕື່ນຂຶ້ນມາ ຈົນສ້າງຄວາມຕື່ນຕົກໃຈໃຫ້ກັບເຈົ້າໜ້າທີ່ລວມທັງນັກຂ່າວທີ່ໄປຖ້າຕິດຕາມ. ຫຼັງຈາກນັ້ນເຈົ້າໜ້າທີ່ກໍໄດ້ເຮັດການສອບຖາມແຕ່ພໍ່ລຸງກໍຍັງເວົ້າບໍ່ຮູ້ເລື່ອງ ແລະ ມີອາການຄ້າຍກັບຄົນຫິວນອນມາດົນ.

ແຕ່ເຫດການດັ່ງກ່າວກໍໄດ້ຈົບລົງດ້ວຍດີ ເພາະເປັນພຽງການເຂົ້າໃຈຜິດຂອງທາງພະນັກງານແລະເຈົ້າໜ້າທີ່ ທີ່ຄິດວ່າພໍ່ລຸງເສຍຊີວິດ ແຕ່ມັນເປັນພຽງການນອນຫຼັບເລິກລ້າໆ ແລະ ໝູ່ເພື່ອເດເຄີຍນອນຫຼັບເລິກຈົນມີຄົນຄິດວ່າເຮົາຕາຍຄືພໍ່ລຸງຄົນນີ້ບໍ່?

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/