ພົບຫຼັກຖານຮ້ານອາຫານ “ສະຕຣີດຟູ້ດ” ໃນປອມເປອີ


ຊ່ວງເທສະການຄຣິສມາດແຫ່ງປີ 2020 ມີລາຍງານຂ່າວການຄົ້ນພົບຂໍ້ມູນໃໝ່ຈາກຊາກຂອງເມືອງປອມເປອີ ເຊິ່ງອາດຊ່ວຍບົ່ງຊີ້ລັກສະນະຂອງອາຫານທີ່ຂາຍຕາມພື້ນທີ່ທົ່ວໄປໃນເມືອງຍຸກນັ້ນ. ໃນລາຍງານຂ່າວໄດ້ເຜີຍວ່າ ນັກບູຮານຄະດີໄດ້ຄົນພົບ “Fresco” ຫຼື ພາບຂຽນສີປູນປຽກເທິງຊຸ້ມທີ່ເຊື່ອວ່າໃຊ້ສຳຫຼັບຂາຍອາຫານ ແລະ ເຄື່ອງດື່ມສຳຫຼັບຜູ້ຄົນທີ່ສັນຈອນໄປມາ.

ໃນຊ່ວງພູເຂົາໄຟ Vesuvius ລະເບີດເມື່ອປີ  ຄ.ສ 79 ເມືອງປອມເປອີ ເປັນເມືອງຂະໜາດກາງປະຊາກອນປະມານ 11,000 ຄົນ ມີຊຸມຊົນ ແລະ ໂຄງສ້າງເຄື່ອງໃຊ້ຕ່າງໆ ແລະ ສະຖາປັດຕະຍະກຳທີ່ຮຸ່ງເຮືອງໃນຍຸກນັ້ນ. ແຕ່ທັນທີທີ່ພູເຂົາໄຟລະເບີດ ໄພທຳມະຊາດໄດ້ສ້າງຄວາມເສຍຫາຍ ແລະ ພາກຊີວິດຊາວໂຣມັນຈຳນວນຫຼາຍ ເມື່ອເວລາຜ່ານໄປຈຶ່ງເລີ່ມມີນັກວິຊາການຂຸດຄົ້ນບໍລິເວນເໝືອງໄດ້ຄົ້ນພົບຮ່ອງຮອຍຂອງເຕົາໄຟທີ່ໃຊ້ໃນການເຮັດອາຫານໃນຍຸກນັ້ນ ແລະ ມີສະພາບຫັກພັງຢູ່ບາງສ່ວນ ການຂຸດຄົ້ນຍັງດຳເນີນມາຈົນເຖິງປັດຈຸບັນ.

ການເປີດເຜີຍການຄົ້ນພົບຄັ້ງຫຼ້າສຸດໃນປີ 2020 ໃນການຖະແຫຼງການລະບຸວ່າ ເປັນສິ່ງທີ່ຄົ້ນພົບໃນໂຊນຂຸດຄົ້ນທີ່ເອີ້ນວ່າ “Regio V” ເຊິ່ງຍັງບໍ່ໄດ້ເປີດໃຫ້ຜູ້ຄົນພາຍນອກເຂົ້າເບິ່ງ ໃນການລາຍງານຂ່າວຈາກສື່ຕ່າງປະເທດຫຼາຍແຫ່ງເອີ້ນສິ່ງທີ່ພົບວ່າ Termopolium ເປັນພາສາລາຕິນໝາຍເຖິງ “ໂຕະເຄື່ອງດື່ມຮ້ອນ”

ພື້ນທີ່ Regio V ຖືເປັນໂຊນທີ່ສຳຄັນສຳຫຼັບການສຶກສາທາງບູຮານຄະດີໃນປອມເປອີ ສາມາດເຂົ້າເບິ່ງສະພາບພື້ນທີ່ໂດບລວມໄດ້ທີ່ລິ້ງລຸ່ມນີ້:

ຮ່ອງຮອຍກ່ຽວກັບອາຫານການກິນທີ່ກ່າວມາໃນເບື້ອງຕົ້ນນັ້ນ ພົບເຫັນໄດ້ວ່າຈາກເຫຍືອກດິນເຜົາແບບເລິກທີ່ເຊື່ອວ່າໃຊ້ສຳຫຼັບໃສ່ອາຫານຮ້ອນ ເຊິ່ງເຈົ້າຂອງຮ້ານຈະວາງເຫຍືອກໄວ້ໃນສ່ວນທາງລຸ່ມຂອງໂຕະ ຫາກເບິ່ງໂຕະຈາກມຸມດ້ານເທິງຈະພົບເຫັນຮ່ອງຊົງກົມລຽງກັນຢູ່.

ໃນການຖະແຫຼງການຈາກປອມເປອີ ລະບຸວ່າ ພວກເຂົາຄົ້ນພົບໂຕະໃນສະພາບດີ ເນື່ອງຈາກມັນຖືກປົກຄຸມດ້ວຍຂີ້ເທົ່າຂອງຖ່ານພູໄຟ ໂດຍຖືກຄົ້ນພົບຄັ້ງທຳອິດຕັ້ງແຕ່ປີ 2019 ແຕ່ການຂຸດຄົ້ນເພີ່ມເຕີມຖືກເລື່ອນອອກໄປເພື່ອອະນຸລັກພື້ນທີ່ໃນຮູບລວມກ່ອນ.

ຈາກຮູບໂຕະທີ່ຄົ້ນພົບສະແດງໃຫ້ເຫັນວ່າດ້ານໜ້າຕົກແຕ່ງດ້ວຍຮູບຂຽນສີສັນສົດໃສປະກົດເປັນຮູບສັດເຊິ່ງຊື່ວ່າ ສະທ້ອນສ່ວນປະສົມຂອງເນື້ອສັດທີ່ເປັນວັດຖຸດິບໃນອາຫານທີ່ຂາຍຢູ່ເທິງໂຕະດ້ວຍສັດທີ່ພົບເຫັນມີໄກ່ ແລະ ເປັດ (ປ່າ) ສອງໂຕໃນສະພາບກັບຫົວກັບຫາງຄ້າຍກັບກຳລັງຖືກກຽມເປັນອາຫານ.

ຂະນະທີ່ອີກຮູບໜຶ່ງເປັນຮູບໝາໃນສະພາບສວມປອກຄໍ ແລະ ສາຍຈູງ ໃຫ້ກັບຕົວຮູບມີອັກສອນ Graphic ໃຈຄວາມວ່າ “nicia cinaede cacator” ແປໃຈຄວາມໄດ້ວ່າ “Nixias shameless shitter!” ບົດຄວາມຈາກຝ່າຍທີ່ເບິ່ງແຍງພື້ນທີ່ປອມເປອີຕັ້ງຂໍ້ສັງເກດວ່າ  Graphic ນີ້ອາດເປັນຝີມືຂອງພວກນັກເລງທີ່ມາຂຽນລໍ້ລຽນໃຜບາງຄົນທີ່ອາດເຮັດວຽກໃນຮ້ານ ຫຼື ອາດເປັນເຈົ້າຂອງຮ້ານຜູ້ມີນາມວ່າ Nicias.

ຮູບຂຽນສີບາງສ່ວນຍັງເປັນຮູບຕົກແຕ່ງ, ເປັນຮູບເທບກຣີກຢູ່ເທິງມ້ານ້ຳໃນມືພິນພິຄາດຊະນິດໜຶ່ງຢູ່ນຳ ຖັດຈາກຮູບເທບກຣີກໄປທາງຊ້າຍມື ປະກົດເປັນຮູບຮ້ານຂາຍຂອງເຊິ່ງເຊື່ອວ່າເປັນຮູບຂອງຮ້ານເອງອາດເປັນ “ສັນຍາລັກທາງການຄ້າຂາຍ” ກໍອາດເປັນໄປໄດ້.

Massimo Ossana ຮັກສາການຜູ້ອຳນວຍການພື້ນທີ່ບູຮານຄະດີແຫ່ງປອມເປອີ ເປີດເຜີຍວ່າ ການຄົ້ນພົບຄັ້ງນີ້ຖືວ່າເປັນໂອກາດອັນຍາກທີ່ຈະເກີດຂຶ້ນ ອີກທັງຍັງເປັນຄັ້ງທຳອິດທີ່ພວກເຂົາຂຸດຄົ້ນພົບໂຕະໄດ້ທັງອັນ.

ໃນການຖະແຫຼງການຍັງເຜີຍວ່າ ນັກບູຮານຄະດີຍັງຄົ້ນພົບໂຖ ທີ່ເອີ້ນກັນວ່າ “petera” ເຫຍືອກເຊຣາມິກໃຊ້ສຳຫຼັບປຸງສູດ ຫຼື ຊຸບ, ແກ້ວວາຍ ແລະ ໂຖຂະໜາດໃຫຍ່ (amphora).

ຂະນະທີ່ Valeria Amoretti  ນັກມະນຸດວິທະຍາປະຈຳພື້ນທີ່ເປີດເຜີຍຜົນການວິເຄາະເບື້ອງຕົ້ນວ່າ ລັກສະນະຮູບຊົງທີ່ປະກົດດ້ານໜ້າໂຕະບົ່ງບອກເຖິງອາຫານ ແລະ ເຄື່ອງດື່ມທີ່ຂາຍຢູ່ບ່ອນນັ້ນມີຮ່ອງຮອຍຂອງຊີ້ນໝູ, ປາ, ຫອຍທາກ ແລະ ອື່ນໆ. ເຊິ່ງລາວເບິ່ງວ່າເປັນເຄື່ອງບົ່ງຊີ້ເຖິງຄວາມຫຼາກຫຼາຍຂອງຊີ້ນສັດທີ່ນຳມາໃຊ້ເປັນອາຫານ.

ທີ່ມາ: https://today.line.me/th/v2/article/RKNpgz?utm_source=copyshare