ພິທີເປີດຕົວ “Loca Pay” ນະວັດຕະກຳໃໝ່ໃນການຈ່າຍເງິນ ທີ່ຈະຊ່ວຍໃຫ້ນັກທ່ອງທ່ຽວຕ່າງຊາດຈ່າຍເງິນງ່າຍຂຶ້ນ

ພິທີເປີດຕົວ

ໃນຕອນແລງຂອງວັນທີ 16 ທັນວາ 2022 ທີ່ໂຮງແຮມ ລາວພລາຊາ, ບໍລິສັດ ໂລກ້າ ຈຳກັດ ຮ່ວມກັບ ທະນາຄານຮ່ວມພັດທະນາ (JDB BANK) ໄດ້ຮ່ວມກັນຈັດພິທີເປີດຕົວຜະລິດຕະພັນໃໝ່ກໍຄື Loca Pay ນະວັດຕະກຳການຈ່າຍເງິນ ສຳລັບນັກທ່ອງທ່ຽວ ທີ່ຈະມາຊ່ວຍໃຫ້ບໍລິສັດ SME ພາຍໃນປະເທດ ໃຫ້ມີສ່ວນຮ່ວມໃນເສດຖະກິດ ແລະ ລາຍໄດ້ຈາກນັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ຫຼາຍກວ່າເກົ່າ. ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ສຸພາພອນ ຄຳແສນງາມ ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ທະນູສອນ ພົນອາມາດ ປະທານສະມາຄົມ ການຄ້າໄອຊີທີ ລາວ, ທ່ານນາງ ລຳພອນ ສິມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປ ລາວ, ທ່ານ ນັດທະວຸດ ພຶງຈະເລີນພົງ ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານ ບໍລິສັດ ອຸກບີ ຈຳກັດ, ຕາງໜ້າຄະນະຜູ້ອຳນວຍການ ທະນາຄານ ຮ່ວມພັດທະນາ, ຄະນະຜູ້ອຳນວຍການ ບໍລິສັດ ໂລກ້າເພເມັ້ນ ເຕັກໂນໂລຊີ ຈຳກັດຜູ້ດຽວ ແລະ ບັນດາແຂກຜູ້ມີກຽດ ພ້ອມດ້ວຍສື່ມວນຊົນ ເປັນກຽດເຂົ້າຮ່ວມ.

ພິທີເປີດຕົວ

ທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການ ບໍລິສັດ ໂລກ້າເພເມັ້ນ ເຕັກໂນໂລຊີ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ບໍ່ວ່າຈະເປັນ ປະເທດລາວ ຫຼື ປະເທດໃດໆໃນໂລກ ຕ່າງກໍເລີ່ມຫັນປ່ຽນຈາກການຊຳລະຄ່າສິນຄ້າ ແລະ ບໍລິການຕ່າງໆ ດ້ວຍເງິນສົດ ມາເປັນ ການຊຳລະແບບ ອີເລັກໂທຣນິກກັນໝົດ ແລະ ສປປ ລາວ ໃນໄລຍະ 3-4 ປີທີ່ຜ່ານມາ ການຊຳລະຄ່າສິນຄ້າ ແລະ ບໍລິການຕ່າງໆ ຜ່ານ ຄິວອາ ໂຄ໊ດ ແມ່ນໄດ້ຮັບຄວາມນິຍົມຫຼາຍໃນຂອບເຂດທົ່ວປະເທດ ນັບຕັ້ງແຕ່ຮ້ານຄ້ານ້ອຍໆ ໄປຈົນຮອດໂຮງແຮມລະດັບ 5 ດາວ.

ພິທີເປີດຕົວ

ແຕ່ການຊຳລະຜ່ານ ຄິວອາ ໂຄ໊ດແບບເກົ່ານັ້ນ ແມ່ນບໍ່ຕອບໂຈດສຳລັບນັກທ່ອງທ່ຽວຕ່າງປະເທດ ເນື່ອງຈາກວ່າ ບັດເຄດິດ ສາກົນ ທີ່ນັກທ່ອງທ່ຽວຖືເຂົ້າມານັ້ນ ແມ່ນບໍ່ສາມາດໃຊ້ຊຳລະຜ່ານ ຄິວອາ ໂຄ໊ດ ດັ່ງກ່າວໄດ້ ເຮັດໃຫ້ນັກທ່ອງທ່ຽວທີ່ຖືບັດເຄດິດ ສາກົນ ເຂົ້າມານັ້ນ ເລືອກທີ່ຈະໄປໃຊ້ບໍລິການຕາມຮ້ານຄ້າ ຫຼື ໂຮງແຮມໃຫຍ່ໆ ທີ່ສາມາດຮັບຊຳລະຜ່ານບັດເຄດິດ ສາກົນ ໄດ້. ເຮັດໃຫ້ລາຍໄດ້ສ່ວນນີ້ບໍ່ມີການກະຈາຍຕົວ ເຊິ່ງເຮັດໃຫ້ ພາກທຸລະກິດຂະໜາດນ້ອຍຕ່າງໆ ບໍ່ສາມາດມີສ່ວນຮ່ວມກັບເສດຖະກິດ ການທ່ອງທ່ຽວໄດ້ຢ່າງເຕັມທີ່. ສະນັ້ນ ທາງໂລກ້າ ຈຶ່ງໄດ້ຄິດຄົ້ນ ແລະ ພັດທະນາ ລະບົບການຊຳລະເງິນ Loca Pay ຂຶ້ນມາເພື່ອແກ້ໄຂບັນຫາດັ່ງກ່າວ.

ພິທີເປີດຕົວ

Loca Pay ແມ່ນບໍລິການຊໍາລະເງິນ ທີ່ນອນຢູ່ໃນແອັບຂອງ Loca Taxi ທີ່ຈະໃຫ້ບໍລິການຊຳລະຄ່າສິນຄ້າ ແລະ ບໍລິການຕ່າງໆ ໂດຍຜ່ານການສະແກນ ຄິວອາ ໂຄ໊ດ ໃນມາດຕະຖານ Lao QR Payment. ໂດຍ Loca Pay ຖືກພັດທະນາ ແລະ ອອກແບບມາພາຍໃຕ້ຄໍາຂວັນທີ່ວ່າ Pay Around like a Local ກໍຄື ໃຫ້ຄົນຕ່າງຊາດ ຫຼື ຕ່າງຖິ່ນສາມາດໃຊ້ຈ່າຍຢ່າງສະດວກສະບາຍຄືກັບຄົນໃນທ້ອງຖິ່ນນັ້ນເອງ. ເຊິ່ງ Loca Pay ຈະເປັນການເຊື່ອມຕໍ່ບັດ ເຄດິດ ສາກົນ ເປັນຕົ້ນແມ່ນ ບັດ VISA ແລະ Mastercard ທີ່ມີເຄືອຂ່າຍຢູ່ກັບຫຼາຍຮ້ອຍທະນາຄານທົ່ວໂລກ ແລະ ຈະເປັນຕົວກາງໃນການຊໍາລະເງິນລະຫວ່າງ SME ໃນປະເທດ ແລະ ບັດເຄດິດຂອງສາກົນ ເພື່ອຊ່ວຍໃຫ້ ການຊຳລະດ້ວຍບັດເຄຣດິດຂອງນັກທ່ອງທ່ຽວນັ້ນ ມີຄວາມສະດວກສະບາຍໃນລາວ ແລະ ຊ່ວຍໃຫ້ SME ພາຍໃນປະເທດ ໄດ້ມີສ່ວນຮ່ວມໃນເສດຖະກິດ ການທ່ອງທ່ຽວ ໃຫ້ໄດ້ຫຼາຍກວ່າເກົ່າ.

ພິທີເປີດຕົວ

ທ່ານ ສຸລິໂຍ ວົງດາລາ ຍັງໄດ້ບອກໃຫ້ຮູ້ອີກວ່າ ໃນອະນາຄົດ Loca pay ໄດ້ມີແຜນທີ່ຈະຂະຫຍາຍໄປໃນຕ່າງປະເທດ ກໍຄືຄົນລາວທີ່ເດີນທາງໄປທ່ຽວຕ່າງປະເທດ ແລ້ວເຊື່ອມຕໍ່ບັດ ເອທີເອັມຂອງຕົວເອງເຂົ້າກັບ Loca Pay ກໍຈະສາມາດໃຊ້ຈ່າຍໃນຕ່າງປະເທດໄດ້ເລີຍ.

ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນໃຫ້ຄຳເຫັນໃນໂອກາດຄັ້ງນີ້ວ່າ: Loca Pay ຖືເປັນໜຶ່ງເຕັກໂນໂລຊີ ໃນການອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວຕ່າງປະເທດ ໃນການເຂົ້າມາໃຊ້ຈ່າຍໃນປະເທດລາວເຮົາ ແລະ ຖືເປັນບາດກ້າວສຳຄັນໃນການຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ໄດ້ມີສ່ວນຮ່ວມ ແລະ ຂັບເຄື່ອນເສດຖະກິດການທ່ອງທ່ຽວ ອັນເປັນທ່າແຮງສຳຄັນຂອງປະເທດຊາດໄດ້ຫຼາຍກວ່າເກົ່າ ເຊິ່ງກໍໄດ້ສອດຄ່ອງກັບທາງລັດຖະບານ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ກໍຄື ການແກ້ໄຂບັນຫາເສດຖະກິດ. ໃນປັດຈຸບັນທາງພັກລັດເອງ ກໍໄດ້ມີການສຳເລັດການສ້າງແຜນແມ່ບົດ ໃນການຊຸກຍູ້ ແລະ ພັດທະນາທຸລະກິດ ສະຕາດອັບ ເພື່ອກ້າວເຂົ້າສູ່ເສດຖະກິດໃນຍຸກດິຈິຕອລ ແບບຍືນຍົງ.

ພິທີເປີດຕົວ

Loca Pay ຖືໄດ້ວ່າຈະເປັນຕົວປະຕິວັດໃໝ່ໃນວົງການການຊຳລະເງິນ ທີ່ນອກຈາກຈະຊ່ວຍນັກທ່ອງທ່ຽວໃນການຊຳລະເງິນແລ້ວ Loca Pay ຍັງເປັນຜູ້ທີ່ຊ່ວຍ ແລະ ສົ່ງເສີມໃຫ້ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍນັ້ນ ສາມາດເຂົ້າເຖິງກຳລັງຊື້ຂອງນັກທ່ອງທ່ຽວໄດ້ຫຼາຍຂຶ້ນ ຈາກທີ່ເຂົາເຈົ້ານັ້ນສາມາດຈ່າຍເງິນຜ່ານຄິວອາໂຄ໊ດຂອງທະນາຄານລາວໄດ້ ໂດຍທີ່ຮ້ານຄ້ານັ້ນບໍ່ຕ້ອງມີເຄື່ອງຮູດບັດເພື່ອຮັບບັດເຄຣດິດຂອງນັກທ່ອງທ່ຽວ ເພາະການຊຳລະຜ່ານ ຄິວອາ ນັ້ນຖືເປັນສິ່ງທີ່ຍອດນິຍົມໃນປະເທດລາວ ແລະ ເປັນທີ່ຍອມຮັບທີ່ກວ້າງຂວາງຕັ້ງແຕ່ຮ້ານຄ້ານ້ອຍໆ ໄປຈົນເຖິງລະດັບທຸລະກິດຂະໜາດໃຫຍ່ນັ້ນເອງ.

ສຳລັບຕົວຂອງ LOCA ນັ້ນແມ່ນໄດ້ດໍາເນີນການບໍລິການລົດໂດຍສານ ຫຼື ແທັກຊີມາຕັ້ງແຕ່ປີ 2018 ຈົນກ້າວຂຶ້ນເປັນບໍລິການແທັກຊີອອນລາຍອັນດັບໜຶ່ງໃນລາວພາຍໃນເວລາພຽງ 4 ປີ ດ້ວຍຊື່ສຽງໃນການບໍລິການທີ່ປອດໄພ ແລະເຊື່ອຖືໄດ້ ເຊິ່ງ LOCA ເອງກໍໄດ້ຖືກບັນຈຸຢູ່ໃນ 100 ບໍລິສັດອັນດັບຕົ້ນໆຂອງ Forbes ASIA ທີ່ໜ້າຈັບຕາໃນນປີ 2021 ອີກດ້ວຍ. ການເປີດຕົວບໍລິການໃໝ່ຢ່າງ Loca Pay ນັ້ນ ກໍແມ່ນໄດ້ຮັບການອໍານວຍຄວາມສະດວກ ໂດຍຜ່ານທະນາຄານຮ່ວມພັດທະນາເພື່ອໃຫ້ການຊຳລະການເງິນມີຄວາມໂປ່ງໃສ ແລະ ໄວ້ວາງໃຈໄດ້ແນ່ນອນ. ການບໍລິການ LOCA PAY ຍັງແມ່ນໄດ້ຮັບການອະນຸມັດຢ່າງເປັນທາງການຈາກກົມລະບົບຊຳລະສຳສາງ ຂອງທະນາຄານແຫ່ງ ສປປ ລາວ ໃນການດຳເນີນງານລະບົບ ຈຶ່ງໝັ້ນໃຈໄດ້ເຖິງຄວາມປອດໄພ ແລະ ຄວາມເປັນສ່ວນຕົວໃນການຈ່າຍເງິນຂອງທ່ານທົ່ວປະເທດລາວຢ່າງແນ່ນອນ.

ສາມາດນຳໃຊ້ບໍລິການ Loca Pay ໄດ້ແລ້ວມື້ນີ້ເທິງແອັບ LOCA. ຮອງຮັບທຸກລະບົບບໍ່ວ່າຈະເປັນ iOS, Android ແລະ Huawei.

ດາວໂຫຼດແອັບໄດ້ທີ່: https://www.loca.la/download

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/