ພະລັງງານນິວ​ເຄຼຍ ກໍາລັງຖືກຊຸກຍູ້ໃຫ້ເປັນອີກໜຶ່ງທາງເລືອກຂອງພະລັງງານສະອາດ


ກ່ອນໜ້ານີ້ພະລັງງານນິວ​ເຄຼຍເຄີຍຖືກເຫັນວ່າມັນເປັນໄພຄຸກຄາມຕໍ່ສິ່ງເເວດລ້ອມ, ເເຕ່ໃນປັດຈຸບັນ ການໃຊ້ພະລັງງານນິວເຄຼຍກໍາລັງໄດ້ຮັບຄວາມນິຍົມເພີ່ມຂຶ້ນໃນລະດັບສາກົນພ້ອມກັບປະເທດຕ່າງໆທົ່ວໂລກໃນຖານະພະລັງງານສະອາດໃນອະນາຄົດ. ເຊິ່ງ​ໂລກ​ກຳລັງແຂ່ງ​ຂັນກັນ​ເພື່ອ​ໃຫ້ບັນລຸ​ຄວາມ​ເປັນ​ກາງ​ທາງສະພາບດິນຟ້າອາກາດ​ໃນ​ປີ 2050, ໂດຍໃນຕອນນີ້ບັນດາ​ປະ​ເທດ ​ແລະ ພູມີພາກຕ່າງໆກຳລັງ​ກວດກາ​ຄືນ​ເຖິງສັກກະຍະພາບຂອງ​ພະລັງງານ​ນິວ​ເຄຼຍ​ເພື່ອ​ສະໜອງ​ພະລັງງານ​ທີ່​ສະອາດ​ຍິ່ງຂຶ້ນ.

ບັນດາ​ຜູ້​ເຂົ້າ​ຮ່ວມ​ປະຊຸມໄດ້​ຍົກ​ໃຫ້​ເຫັນ​ເຖິງສັກກະຍະພາບໃນ​ດ້ານ​ພະລັງງານ​ນິວ​ເຄຼຍ, ເຊິ່ງນອກເໜືອຈາກພະລັງງານ​ໝຸນວຽນເເລ້ວ ຍັງ​ສາມາດ​ຊ່ວຍ​ຫຼຸດຜ່ອນ​ຄ່າໃຊ້ຈ່າຍ​ໄຟຟ້າ​ທີ່​ປາສະຈາກ​ຟອດ​ຊິນ​ຂອງ​ຢູໂຣບ. ໂດຍມີການຄາດ​ການວ່າ, ພະລັງງານ​ນິວ​ເຄຼຍສາມາດ​ຜະລິດ​ໄຟຟ້າ​ໄດ້​ເຖິງ 150 ກິ​ກາ​ວັດ​ພາຍໃນ​ປີ 2050 ​ໃຫ້ສະຫະພາບຢູໂຣບເມື່ອ​ທຽບ​ໃສ່​ກັບປັດຈຸ​ບັນທີ່ຜະລິດໄດ້​ປະມານ 100 ກິ​ກາ​ວັດ.

ໂດຍຈະຕ້ອງມີການກໍ່ສ້າງເຄື່ອງປະຕິກອນຂະໜາດໃຫຍ່ ເເລະ ​ເຄື່ອງ​ປະຕິ​ກອນຂະ​ຫນາດ​ນ້ອຍ (SMR) ທີ່ສ້າງຂຶ້ນໃໝ່ເຖິງ 30 – 40 ເຄື່ອງໃນສະຫະພາບຢູໂຣບ.

ລັດຖະມົນຕີ ​ແລະ ຜູ້​ແທນ​ຂັ້ນ​ສູງ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ແຜນ​ທີ່​ຈະ​ຊ່ວຍ​ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງສະຫະພາບຢູໂຣບ​ໃນ​ດ້ານ​ພະລັງງານ​ນິວ​ເຄຼຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/