ປະເທດລາວ ກຳລັງກຽມພ້ອມຕ້ອນຮັບນັກທ່ອງທ່ຽວຈີນເຕັມຮູບແບບ

ປະເທດລາວ ກຳລັງກຽມພ້ອມ

ເພື່ອກະກຽມຄວາມພ້ອມ ດ້ານວຽກງານການທ່ອງທ່ຽວ ໃນຕໍ່ໜ້າ ສະມາຄົມສົ່ງເສີມ ຜູ້ປະກອບການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ລາວ (LAO SME) ໄດ້ຮ່ວມກັນຈັດກອງປະຊຸມ ຄັ້ງປະຖົມມະລືກຂຶ້ນ ໃນວັນທີ 13 ມັງກອນ 2023 ຜ່ານມາ, ທີ່ຮ້ານປະຕູໄຊ ຄາເຟ. ໂດຍການເຂົ້າຮ່ວມຂອງທ່ານ ລິດທິໄກ ພູມມະສັກ ປະທານສະມາຄົມ LAO SME ແລະ ທ່ານ ສະເຫຼີມ ຄໍາແພງວົງ ຮອງປະທານສະມາຄົມ ທຸລະກິດທ່ອງທ່ຽວລາວ ພ້ອມດ້ວຍຄະນະບໍລິຫານ ແລະ ຜູ້ປະກອບການທ່ອງທ່ຽວເຂົ້າຮ່ວມ.

ທ່ານ ລິດທິໄກ ພູມມະສັກ ປະທານສະມາຄົມ LAO SME ກ່າວວ່າ: ເພື່ອປຶກສາຫາລືບັນຫາຫຼາຍດ້ານທີ່ຕິດພັນກັບບັນດາວຽກງານການທ່ອງທ່ຽວ, ວຽກງານ SME, ການພັດທະນາເສດຖະກິດເພື່ອໃຫ້ເກີດຄວາມຍືນຍົງ ໜຶ່ງໃນນັ້ນແມ່ນ: ການຕ້ອນຮັບນັກທ່ອງທ່ຽວໂດຍສະເພາະແມ່ນນັກທ່ອງທ່ຽວທີ່ມາຈາກປະເທດຈີນ, ການປ້ອງກັນການລະບາດຂອງໂຄວິດ-19, ການປ້ອງກັນການເກີດອາຊະຍາກຳທີ່ຈະມີຜົນກະທົບຕໍ່ການທ່ອງທ່ຽວ ແລະ ສິ່ງສໍາຄັນກໍຄືແນວທາງເພື່ອຈະເຮັດໃຫ້ລາຍຮັບຂອງການທ່ອງທ່ຽວກະຈາຍໄປຫາບັນດາຫົວໜ່ວຍ SME ຕ່າງໆ.

ປະເທດລາວ ກຳລັງກຽມພ້ອມ

ເຊິ່ງໃນກອງປະຊຸມ ຄະນະບໍລິຫານໄດ້ຍົກບັນຫາຕ່າງໆຂຶ້ນມາເຊັ່ນ: ການປົກປ້ອງອາຊີບສະຫງວນຂອງປະຊາຊົນລາວ ກໍຄືອາຊີບກ່ຽວກັບການທ່ອງທ່ຽວໂດຍສະເພາະແມ່ນ: ພະນັກງານພາທ່ຽວ, ດ້ານກົດໝາຍ ແລະ ການຈັດຕັ້ງປະຕິບັດກົດໝາຍ ເພື່ອບໍ່ໃຫ້ຄົນຕ່າງປະເທດໄດ້ສວຍໂອກາດມາຍາດອາຊີບຂອງຄົນລາວ.

ປະເທດລາວ ກຳລັງກຽມພ້ອມ

ນອກຈາກນັ້ນ, ກໍໄດ້ນໍາສະເໜີວິທີການແກ້ໄຂ, ການຮ່ວມມືສ້າງຄວາມເຂັ້ມແຂງໃຫ້ທຸລະກິດການທ່ອງທ່ຽວໂດຍການນໍາໃຊ້ເທັກໂນໂລຢີດິຈິຕອລແພລັດຟອມຂອງຂະແໜງການທ່ອງທ່ຽວທີ່ພັດທະນາຂຶ້ນ 8Booking.Biz ທີ່ເປັນໂຄງການຮ່ວມມືລະຫວ່າງກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກັບ ສະມາຄົມ LAO SME ໃຫ້ເກີດປະໂຫຍດແກ່ບັນດາທຸລະກິດການທ່ອງທ່ຽວໂດຍສະເພາະແມ່ນສະມາຊິກສະມາຄົມທຸລະກິດທ່ອງທ່ຽວລາວ, ການຈອງລົດ, ຈອງການເດີນທາງ, ກິດຈະກຳການທ່ອງທ່ຽວ, ທີ່ພັກແຮມ, ລວມທັງການຈອງປີ້ລົດໄຟໃນອະນາຄົດ ແລະ ສອງສະມາຄົມໄດ້ໂອ້ລົມກັນວ່າຈະເຮັດແນວໃດເພື່ອຈະໄດ້ເປັນຕົວແທນຈໍາໜ່າຍປີ້ລົດໄຟເພື່ອໃຫ້ນັກທ່ອງທ່ຽວທີ່ເປັນກຸບທົວໄດ້ຮັບຜົນປະໂຫຍດ ເພື່ອກ້າວສູ່ການລາຍງານລັດຖະບານໃນການເຈລະຈາກັບທາງຜູ້ຮັບຜິດຊອບທາງລົດໄຟລາວຈີນຕາມລໍາດັບ.

ຈາກນັ້ນທັງສອງສະມາຄົມໄດ້ເຊັນບົດບັນທຶກການຮ່ວມມື ເພື່ອວາງແຜນການຈັດຕັ້ງປະຕິບັດກິດຈະກຳໃນປີ 2023 ຕື່ມອີກ ແລ້ວລາຍງານຕໍ່ກະຊວງວ່າທັງສອງສະມາຄົມໄດ້ຮ່ວມມື ພ້ອມຕົກລົງເປັນທິດທາງດຽວກັນ ໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ປະເທດລາວ ກຳລັງກຽມພ້ອມ

ຂອບໃຈຂໍ້ມູນຈາກ:

https://bit.ly/3Hae4mA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/