ບໍລິສັດຜູ້ຜະລິດແບັດເຕີຣີຍັກໃຫຍ່ຂອງຈີນສາມາດນຳເອົາ “ແບັດເຕີຣີ EV ທີ່ໃຊ້ແລ້ວ” ມາຣີໄຊເຄິນໃຫ້ກັບມາໃຊ້ໄດ້ໃໝ່ອີກຄັ້ງຢ່າງມີປະສິດທິພາບໃນອັດຕາທີ່ສູງເຖິງ 99.6%


Contemporary Amperex Technology (CATL) ບໍລິສັດຍັກໃຫຍ່ດ້ານການຜະລິດແບັດເຕີຣີໃນປະເທດຈີນ ໄດ້ປະກາດວ່າສາມາດຣີໄຊເຄິນ “ແບັດເຕີຣີ EV” ໃຫ້ກັບມານຳໃຊ້ໄດ້ໃໝ່ໃນອັດຕາທີ່ສູງເຖິງ 99.6%! ເຊິ່ງນີ້ຈະຊ່ວຍປະຢັດແຮ່ທາດທີ່ສຳຄັນເຊິ່ງເປັນທີ່ຕ້ອງການໃນປັດຈຸບັນໄດ້.

Dr. Robin Zeng ປະທານບໍລິສັດ CATL ໄດ້ກ່າວໃນກອງປະຊຸມ World Economic Forum ປີ 2024 ທີ່​ນະຄອນ Davos ໃນວັນພຸດທີ່ຜ່ານມານີ້ວ່າ:

“ຄວາມ​ຕ້ອງການ​ແຮ່​ທາດ​​ສຳຄັນ​ທີ່ກຳລັງ​ເພີ່ມ​ຂຶ້ນ​ ອາດສົ່ງຜົນກະທົບຕໍ່ຕ່ອງໂສ້ອຸປະທານໄດ້. ໂດຍບັນຫາເຫຼົ່ານີ້ສາມາດແກ້ໄຂໄດ້ດ້ວຍເຕັກໂນໂລຊີ ການຣີໄຊເຄິນແບັດເຕີຣີ ແລະ ການຮ່ວມມືຈາກທົ່ວໂລກ”

ໃນປັດຈຸບັນ, ລົດໄຟຟ້າທີ່ກຳລັງໄດ້ຮັບຄວາມນິຍົມໃນທົ່ວໂລກ ໃນຖານະທາງເລືອກທີ່ເຂົ້າມາແທນລົດທີ່ໃຊ້ນຳມັນໃນການຂັບເຄື່ອນ ເຊິ່ງໃນພາກສ່ວນການຜະລິດແບັດເຕີຣີຂະໜາດໃຫຍ່ນີ້ ໄດ້ສ້າງຄວາມເຄັ່ງຕຶງຢູ່ໃນຕ່ອງໂສ້ອຸປະທານໃນການຂຸດຄົ້ນບໍ່ແຮ່.

ດັ່ງນັ້ນ ການຮອງຮັບຕ່ອງໂສ້ອຸປະທານແຮ່ທາດທີ່ສຳຄັນແມ່ນຕ້ອງມີຄວາມຫົດຢືດ, ເນື່ອງຈາກແບັດເຕີຣີ Lithium Iron Phosphate (LFP) ຍັງຄົງເປັນທີ່ຕ້ອງການໃນທົ່ວໂລກ. ໂດຍນີ້ແມ່ນແຕກຕ່າງຈາກ cobalt ແລະ nickel ທີ່ຫຼຸດໜ້ອຍລົງ ສົ່ງຜົນໃຫ້ຕ້ອງມີການພັດທະນາເຕັກໂນໂລຊີໃນການຂຸດຄົ້ນບໍ່ແຮ່ ແລະ ການຫຼອມໂລຫະທີ່ຈະຊ່ວຍເພີ່ມການສະໜອງຂອງ Lithium ແລະ ຊ່ວຍຫຼຸດຜ່ອນການຂາດແຄນແຮ່ທາດລົງໄດ້.

Robin Zeng ກ່າວຕື່ມວ່າ “ພວກເຮົາລອງຄິດກັບໄປເບິ່ງວ່າໃນ 5 ປີທີ່ຜ່ານມາ, ໄດ້ມີການຂຸດຄົ້ນບໍ່ແຮ່ lithium 1.8%. ແຕ່ພວກເຂົາກັບໄດ້ແຮ່ທາດ lithium ພຽງ 0.3% ເທົ່ານັ້ນ”

ການເພີ່ມຄວາມໜາແໜ້ນຂອງພະລັງງານແມ່ນໜຶ່ງໃນປັດໄຈສໍາຄັນຂອງເຕັກໂນໂລຊີແບັດເຕີຣີ. ດ້ວຍນະວັດກໍາການອອກແບບທີ່ທັນສະໄໝໃນປັດຈຸບັນ ເຮັດໃຫ້ລົດໄຟຟ້າສາມາດເດີນທາງໄດ້ເຖິງ 100 ກິໂລແມັດ, ດ້ວຍປະລິມາດຂອງແບັດເຕີຣີທີ່ 12kWh ເມື່ອທຽບກັບຄ່າສະເລ່ຍຂອງ 15-16 kWh.

Robin Zeng ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຣີໄຊເຄິນແບັດເຕີຣີ ໂດຍກ່າວວ່າ ວັດສະດຸສ່ວນໃຫຍ່ໃນແບັດເຕີຣີແມ່ນສາມາດນຳມາຣີໄຊເຄິນໃໝ່ໄດ້ຢ່າງມີປະສິດທິພາບ ເຊິ່ງແຕກຕ່າງຈາກນ້ຳມັນທີ່ບໍ່ສາມາດນຳມາຣີໄຊເຄິນໃໝ່ໄດ້. ແລະເມື່ອບໍ່ດົນມານີ້ CATL ໄດ້ຮ່ວມມືກັບ Brunp ເຊິ່ງເປັນບໍລິສັດໃນເຄືອ, ໂດຍສາມາດປະສົບຜົນສຳເລັດໃນການນຳເອົາ nickel, cobalt ແລະ manganese ກັບມາໃຊ້ໄດ້ໃໝ່ເຖິງ 99.6% ແລະ 91% ສໍາລັບ Lithium ຈາກແບັດຕີຣີທີ່ບໍ່ໄດ້ໃຊ້ແລ້ວໃນປີກ່ອນຈໍານວນ 100,000 ໂຕນແລະ ໄດ້ສະກັດເອົາ Lithium carbonate ຈໍານວນ 13,000 ໂຕນຈາກພວກມັນ.

“ຖ້າ​ຫາກ​ພວກ​ເຮົາ​ສາມາດ​ສະໜອງ​ເຕັກ​ໂນ​ໂລ​ຊີ​ການ​ນຳ​ມາ​ໃຊ້​ຄືນ​ໃໝ່​ໃຫ້​ກັບຢູ​ໂຣບ, ສະຫະລັດ​ອາ​ເມ​ຣິກາ ​ແລະ ​ພາກ​ພື້ນ​ອື່ນໆ​ຂອງ​ໂລກ, ມັນ​ຈະ​ງ່າຍ​ຂຶ້ນ​ໃນ​ການ​ແກ້​ໄຂ​ບັນຫາ​ໃນການ​ຂຸດ​ຄົ້ນ​ບໍ່​ແຮ່”

ໂດຍເປົ້າໝາຍຂອງ CATL ແມ່ນເພື່ອເຮັດໃຫ້ເຕັກໂນໂລຊີພະລັງງານທີ່ມີຄຸນະພາບສູງສາມາດເຂົ້າເຖິງໄດ້ທົ່ວໂລກ ຊ່ວຍໃຫ້ບັນລຸເປົ້າໝາຍຄວາມຍືນຍົງລະດັບສາກົນ. ໂດຍເນັ້ນໜັກເຖິງຄວາມຕ້ອງການທີ່ຈະແບ່ງປັນເຕັກໂນໂລຊີ. ລວມທັງເຕັກໂນໂລຊີການຣີໄຊເຄິນເພື່ອຕໍ່ສູ້ກັບການປ່ຽນແປງຂອງໂລກ.

ຢ່າງໃດກໍຕາມ, ໄດ້ມີການຄາດການວ່າມີພຽງປະມານ 5% ຂອງແບັດເຕີຣີລົດໄຟຟ້າທີ່ໄດ້ຖືກນໍາມາໃຊ້ໃໝ່ໃນປັດຈຸບັນ. ໂດຍສະເພາະແມ່ນ Lithium ທີ່ຫາຍາກເປັນພິເສດ ແລະ ມີລາຄາແພງໃນການສະກັດອອກມາຈາກແບັດເຕີຣີທີ່ໃຊ້ແລ້ວ.

ທີ່ມາ:

facebook

eco-business

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/