ແມ່ນໃຜມັກກິນນ້ຳໝາກເລັ່ນແນ່? ຫຼາຍຄົນກໍມັກ ແຕ່ຫຼາຍຄົນກໍບໍ່ມັກ ແຕ່ນ້ຳໝາກເລັ່ນເປັນນ້ຳໝາກໄມ້ ທີ່ມີປະໂຫຍດຫຼາຍເພາະເຕັມໄປດ້ວຍວິຕາມິນເອ, ວິຕາມິນຊີ, ໄລໂຄປີນ, ແຮ່ທາດ, ໃຍອາຫານ ແລະ ສານອາຫານບາງຊະນິດທີ່ເປັນສານຕ້ານອະນຸມູນອິດສະຫຼະ ພ້ອມຍັງມີການສຶກສາບາງອັນທີ່ບອກວ່າໝາກເລັ່ນຊ່ວຍຫຼຸດຄວາມສ່ຽງຂອງໂຣກບາງຊະນິດ.
ເຊິ່ງຫຼ້າສຸດນັກວິໄຈຈາກມະຫາວິທະຍາໄລ Cornell ໄດ້ຄົ້ນພົບວ່ານ້ຳໝາກເລັ່ນ ມີຄຸນສົມບັດໃນການຂ້າເຊື້ອໂຣກທີ່ມີຊື່ວ່າ Salmonella Typhi ທີ່ເປັນແບັກທີເຣຍທີ່ເຮັດເກີດໂຣກໄທຟອຍ ໂດຍໃນໄລຍະທຳອິດຂອງການສຶກສາພົບວ່າ ນ້ຳໝາກເລັ່ນມີຄຸນສົມບັດຕ້ານເຊື້ອໄດ້ແທ້ໆ.
ແນ່ນອນວ່າປະໂຫຍດຂອງການດື່ມນ້ຳໝາກເລັ່ນຍັງມີຫຼວງຫຼາຍ ທັງຊ່ວຍເສີມສ້າງກະດູກ, ຊ່ວຍເລື່ອງສຸຂະພາບຜິວ, ມີປະໂຫຍດຕໍ່ດວງຕາ, ຊ່ວຍເລື່ອງລະບົບຫົວໃຈ ແລະ ອາດປ້ອງກັນມະເຮັງບາງຊະນິດອີກດ້ວຍ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/