ນາຍົກລັດຖະມົນຕີ ຕ້ອນຮັບທ່ານ ເລຂາທິການໃຫຍ່ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ


ໃນຕອນແລງ ຂອງວັນທີ 21 ເມສາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງທ່ານ ກໍດອນ ຮຸກ (Gordon Hook), ເລຂາທິການໃຫຍ່ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ ພ້ອມດ້ວຍຄະນະປະເມີນສາກົນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ກໍດອນ ຮຸກ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້ ເປັນການເກັບກໍາຂໍ້ມູນ, ວິເຄາະສະພາບ ແລະ ບັນຫາຕ່າງໆໃນໄລຍະຜ່ານມາ ເພື່ອຮ່າງບົດລາຍງານການປະເມີນ ສປປ ລາວ (ສະບັບທີ 2) ກ່ອນຈະນໍາເອົາບົດລາຍງານດັ່ງກ່າວ ເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມປະຈໍາປີ ຂອງກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ ໃນເດືອນ ກໍລະກົດ 2023 ນີ້. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບເຖິງ ຄວາມພະຍາຍາມ, ຄວາມເອົາໃຈໃສ່ຂອງທຸກພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ກ່ຽວກັບການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ຜູ້ກໍ່ການຮ້າຍ ຕະ ຫຼອດໄລຍະຜ່ານມາ ເຊິ່ງໄດ້ມີການປັບປຸງ ແລະ ສ້າງນິຕິກໍາ ລວມທັງ ກົນໄກການຄຸ້ມຄອງ ເຊິ່ງເຮັດໃຫ້ວຽກງານດັ່ງກ່າວ ຖືກຈັດຕັ້ງປະຕິບັດມີຜົນສໍາເລັດ ແລະ ມີປະສິດທິຜົນ ເປັນຢ່າງດີ. ໃນໂອກາດດຽວກັນ ທ່ານນາຍົກລັດຖະມົນຕີ ກໍໄດ້ມີຄໍາເຫັນ ຢືນຢັນວ່າ ລັດຖະບານ ສປປ ລາວ ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ການຕ້ານການຟອກເງິນຢ່າງເປັນລະບົບ, ສືບຕໍ່ແກ້ໄຂບັນຫາຂໍ້ຄົງຄ້າງຢ່າງຕັ້ງໜ້າ ແລະ ຈິງຈັງ ເພາະວຽກງານດັ່ງກ່າວ ມີຄວາມສໍາຄັນ ຕໍ່ການພັດທະນາເສດຖະກິດຂອງ ສປປ ລາວ ພ້ອມທັງ ຫວັງຢ່າງຍິ່ງວ່າທ່ານ ເລຂາທິການໃຫຍ່ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ ພ້ອມດ້ວຍຄະນະປະເມີນສາກົນ ຈະນໍາເອົາບັນດາຂໍ້ສະເໜີ, ຄໍາຄິດເຫັນ, ຂໍ້ມູນຕ່າງໆ ທີ່ທາງຄະນະຝ່າຍລາວ ໄດ້ສະໜອງໃຫ້ ມາພິຈາລະນາຢ່າງຖີ່ຖ້ວນ ທັງນີ້ ກໍເພື່ອຮັບປະກັນໃຫ້ການປະເມີນຜົນໃນຄັ້ງນີ້ ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງ ສປປ ລາວ ເພາະຜົນການປະເມີນໃນຄັ້ງນີ້ ມີຄວາມສໍາຄັນຫຼາຍ ແລະ ມີຜົນຕໍ່ຄວາມໜ້າເຊື່ອຖືຂອງ ສປປ ລາວ ລວມທັງ ເປັນການສ້າງເງື່ອນໄຂ ແລະ ຄວາມເຊື່ ໝັ້ນໃຫ້ແກ່ນັກລົງທຶນຈາກຕ່າງປະເທດ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ເຊິ່ງຈະເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດຂອງປະເທດລາວ ໃຫ້ນັບມື້ນັບໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ. ພ້ອມກັນນີ້, ກໍສະເໜີໃຫ້ສືບຕໍ່ໃຫ້ການແນະນໍາ ຊ່ວຍເຫຼືອທາງດ້ານບຸກຄະລາກອນ, ດ້ານວິຊາການ ແລະ ບົດຮຽນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຂອງຕ່າງປະເທດ ທີ່ໄດ້ມີຜົນສໍາເລັດເປັນຢ່າງດີ.

ໃນໂອກາດດຽວກັນ, ທ່ານ ກໍ ດອນ ຮຸກ (Gordon Hook) ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ໃນຄັ້ງນີ້, ພ້ອມທັງ ລາຍງານໃຫ້ຊາບ ກ່ຽວກັບຈຸດປະສົງ ແລະ ຜົນການເຄື່ອນ ໄຫວເຮັດວຽກ ຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໃນຄັ້ງນີ້ ກໍຄື ແຜນການທີ່ຈະເຮັດວຽກຮ່ວມກັນກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໃນຕໍ່ໜ້າ.

ຂອບໃຈຂໍ້ມູນຈາກ:

https://bit.ly/3V0savQ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/