ນັກວິທະຍາສາດພົບວ່າ ແຂ້ ສາມາດມີລູກເອງໄດ້ໂດຍບໍ່ມີການປະສົມພັນ


ນັກວິທະຍາສາດລາຍງານວ່າ ພົບກໍລະນີທຳອິດຂອງແຂ້ເພດແມ່ ທີ່ສາມາດໃຫ້ກຳເນີດລູກໂດຍບໍ່ໄດ້ມີການຜະສົມພັນກັບເພດຜູ້ເລີຍ ເພາະມັນຢູ່ລຳພັງ ແລະ ບໍ່ໄດ້ໃກ້ກັບໂຕຜູ້ເລີຍເປັນເວລາປະມານ 16 ປີ ໂດຍການມີລູກແບບບໍ່ໄດ້ປະສົມພັນນີ້ແມ່ນເອີ້ນ Virgin Birth.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ນັກວິທະຍາສາດພົບແຂ້ທີ່ສາມາດຖືພາໄດ້ເອງໂດຍບໍ່ມີການປະສົມພັນເປັນຄັ້ງທຳອິດ ທີ່ສວນສັດໃນປະເທດ ຄອດຕາລິກາ ຫຼັງຈາກຜົນການກວດສອບຢືນຢັນວ່າ ແຂ້ໂຕແມ່ໂຕນີ້ ຜະລິດໂຕອ່ອນທີ່ມີລະຫັດຂອງກຳມະພັນ ກົງກັບຕົນເອງຮອດ 99%.

ແຂ້ໂຕດັ່ງກ່າວຖືກລ້ຽງໄວ້ໃນສວນສັດ Parque Reptilandia ໂດຍທາງສວນສັດລ້ຽງມັນໂຕດຽວຕັ້ງແຕ່ອາຍຸ 2 ປີເມື່ອປີ 2002 ແຕ່ກໍເກີດເລື່ອງຂຶ້ນໃນປີ 2018 ຄົນດູແລສວນສັດກັບພົບເຫັນໄຂ່ຂອງແຂ້ ຈຳນວນ 14 ໜ່ວຍໃນກົງ ແຕ່ໄຂ່ພວກເຫຼົ່າບໍ່ໄດ້ອອກມາເປັນໂຕ ແຕ່ເມື່ອວິເຄາະທາງກຳມະພັນແລ້ວພົບວ່າກົງກັນ 99% ເຊິ່ງຢືນຢັນໄດ້ວ່າໄດ້ຮັບກຳມະພັນມາຈາກແມ່ເທົ່ານັ້ນບໍ່ມີພໍ່.

ຢ່າງໃດກໍຕາມທາງ ດຣ.ບູ ລະບຸວ່າບໍ່ໄດ້ປະຫຼາດໃຈກັບການຄົ້ນພົບໃນເທື່ອນີ້ ເພາະເຫັນເລື່ອງນີ້ໃນສະຫຼາມ, ນົກ, ງູ ແລະ ກະປອມຕ່າງໆ ມັນເປັນເລື່ອງທີ່ເກີດຂຶ້ນທົ່ວໄປ ແລະ ເປັນວົງກວ້າງ ແຕ່ທີ່ພວກເຮົາບໍ່ເຄີຍເຫັນມັນໃນແຂ້ກໍອາດເປັນເພາະວ່າ ຜູ້ຄົນບໍ່ໄດ້ພະຍາຍາມເບິ່ງຫາກໍລະນີຕົວຢ່າງແຂ້.

ທັງນີ້ ນັກວິທະຍາສາດມີການຕັ້ງທິດສະດີວ່າ ຄວາມສາມາດການສືບພັນໂດຍບໍ່ອາໄສການປະສົມພັນ ຈະເກີດຂຶ້ນໃນສັດທີ່ເຫຼືອຈຳນວນໜ້ອຍ ແລະ ສ່ຽງສູນພັນ ເຊິ່ງທາງ ດຣ.ບູ ເອງກໍເຫັນດີ ແລະ ລະບຸວ່າປາກົດການນີ້ອາດຈະເກີດຂຶ້ນກັບໄດໂນເສົາບາງສາຍພັນຕອນທີ່ຈຳນວນຂອງພວກມັນລົດລົງ ເພາະສິ່ງແວດລ້ອມປ່ຽນໄປ “ຂໍ້ເທັດຈິງທີ່ວ່າກົນໄກການສືບພັນໂດຍບໍ່ອາໄສເພດຄືກັນໃນສັດຫຼາກຫຼາຍພັນ ໄດ້ຊີ້ໃຫ້ວ່າ ນີ້ເປັນຄຸນສົມບັດເກົ່າແກ່ທີ່ສືບທອດຕໍ່ມາຜ່ານຍຸກສະໄໝ ດັງນັ້ນມັນຈຶ່ງສະໜັບສະໜູນແນວຄິດທີ່ວ່າ ໄດໂນເສົາກໍອາດຈະສືບພັນດ້ວຍວິທີນີ້ໄດ້ເຊັ່ນກັນ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/