ນັກບູຮານຄະດີ ຄົ້ນພົບອຸມົງອາຍຸຫຼາຍພັນປີ ກ້ອງວິຫານ “ທາໂປຊິຣິສ ແມັກນາ” ທີ່ອາດນໍາໄປສູ່ການຄົ້ນພົບຂຸມສົບຂອງ “ຄລີໂອພັດຕາ ທີ 7”


ຄລີໂອພັດຕາ ທີ 7 ຫຼື ຊື່ເຕັມ ຄລີໂອພັດຕາ ທີ 7 ຟີໂລພາເທີ (Kleopátra Filopátor) ອະດີດລາຊິນີມະຫາສະເໜ່ແຫ່ງ ອີຢິບ ບູຮານ ຜູ້ທີ່ມີຊື່ສຽງນັບຕັ້ງແຕ່ຍຸກບູຮານ ຈົນມາຮອດປັດຈຸບັນ ຈົນມີການນຳມາຂຽນເປັນປຶ້ມ ມາສ້າງເປັນຮູບເງົາຫຼາຍເລື່ອງ. ແຕ່ຄວາມຈິງກໍຄື ເລື່ອງລາວຂອງພະນາງນັ້ນ ເບິ່ງຄືວ່າຍັງເຕັມໄປດ້ວຍປິດສະໜາຄວາມລັບ ເຊັ່ນສາເຫດຂອງການເສຍຊີວິດ ລວມໄປເຖິງ ສະຖານທີ່ຝັງສົບ ທີ່ມາຮອດປັດຈຸບັນ ກໍຍັງບໍ່ມີໃຜສາມາດຄົ້ນພົບໄດ້.

ເຖິງຢ່າງໃດກໍຕາມ ຄວາມຫວັງທີ່ຈະສາມາດແກ້ໄຂປິດສະໜາດັ່ງເບິ່ງຄືຈະມີແສງສະຫວ່າງໜ້ອຍໜຶ່ງແລ້ວ ຫຼັງນັກບູຮານຄະດີ ຄົ້ນພົບອຸມົງອາຍຸຫຼາຍພັນປີ ທີ່ເຊື່ອວ່າອາດຈະນຳໄປສູ່ຂຸມສົບຂອງ ຄລີໂອພັດຕາ ໄດ້.

Kathleen Martinez ນັກບູຮານຄະດີທີ່ພະຍາຍາມຂຸດຄົ້ນຂຸມຝັງສົບຂອງ ຄລີໂອພັດຕາ ໃນເມືອງ ເລັກຊານເດຣຍ ປະເທດ ອີຢິບ ມາແລ້ວຫຼາຍປີ ຫຼ້າສຸດ Martinez ແລະ ທີມງານ ໄດ້ ຄົ້ນພົບອຸມົງຢູ່ໃຕ້ວິຫານ ທາໂປຊິຣິສ ແມັກນາ (Taposiris Magna), ທີ່ເຊື່ອກັນວ່າ ວິຫານດັ່ງກ່າວຖືກສ້າງຂຶ້ນເພື່ອ ບູຊາ ເທບ ໂອຊີຣິສ.

ໂດຍອຸມົງດັ່ງກ່າວມີຄວາມສູງເກືອບ 2 ແມັດ, ມີຄວາມຍາວປະມານ 1.300 ແມັດ ແລະ ຢູ່ເລິກລົງໄປໃນພື້ນດິນປະມານ 13 ແມັດ ໂດຍ Martinez ໄດ້ພົບການເຊື່ອມໂຍງຫຼາຍຢ່າງຂອງ ລາຊິນີ ຄລີໂອພັດຕາ ໃນບໍລິເວນຂອງວິຫານແຫ່ງນີ້. ຍົກຕົວຢ່າງ ຫຼຽນຈໍານວນໜຶ່ງທີ່ຖືກແກະສະລັກເປັນຮູບໃບໜ້າຂອງ ຄລີໂອພັດຕາ ແລະ ອາເລັກຊານເດີ້ ມະຫາລາດ. ສິ່ງນີ້ນໍາໄປສູ່ການສົມມຸດຖານທີ່ວ່າວິຫານແຫ່ງນິ້ໄດ້ຖືກນໍາໃຊ້ໃນຍຸກທີ່ ລາຊີນີ ຄລີໂອພັດຕາ ຍັງຢູ່ໃນອຳນາດຢູ່. ສິ່ງນີ້ເຮັດໃຫ້ນັກບູຮານຄະດີທີ່ຄົ້ນພົບມີຄວາມຫວັງບໍ່ໜ້ອຍ ວ່າຖ້າຫາກຈະມີບ່ອນຝັງສົບ ຄລີໂອພັດຕາ ແທ້ໆ ກໍຄວນຕ້ອງຝັງຢູ່ໃນບໍລິເວນນີ້.

Martinez ແລະ ທີມງານຍັງຈະສືບຕໍ່ຄົ້ນຫາສໍາຫຼວດສ່ວນເລິກຂອງອຸໂມງດັ່ງກ່າວນີ້ໃຫ້ລະອຽດຕໍ່ໄປ ໂດຍລາວບອກວ່າ ນີ້ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ ເນື່ອງຈາກຍັງມີຄວາມທ້າທາຍທີ່ສຳຄັນ ເພາະເສັ້ນທາງນີ້ມັນນຳໄປສູ່ທາງຍ່າງໃຕ້ນ້ຳ ເຊິ່ງຄາດວ່າເກີດຈາກເຫດແຜ່ນດິນໄຫວໃນອະດີດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/