ນັກບິນເຢຍລະມັນ ນຳເຮືອບິນວົນເປັນຮູບເຂັມສັກຢາ ເຕືອນຄົນໄປສັກວັກຊີນໂຄວິດ


Flightrader24 ສະແດງພາບເສັ້ນທາງການບິນຮູບເຂັມສີດຢາ ຂະນະທີ່ເຢຍລະມັນເລີ່ມຕົ້ນໂຄງການສີດວັກຊີນໂຄວິດ-19 ແລ້ວ.

ວັນທີ 27 ທັນວາ 2020 ສຳນັກຂ່າວ Reuters ລາຍງານການໃຫ້ສຳພາດຂອງ “ຊາມີ ຄຣາເມີ” ນັກບິນຊາວເຢຍລະມັນທີ່ນຳເຮືອບິນຂຶ້ນບິນເປັນໄລຍະທາງ 200 ກິໂລແມັດ ໂດຍກຳນົດເສັ້ນທາງໃຫ້ອອກມາເປັນຮູບເຂັມສັກຢາ ເພື່ອຢ້ຳເຕືອນໃຫ້ຜູ້ຄົນຮູ້ເຖິງການເລີ່ມຕົ້ນສັກວັກຊີນປ້ອງກັນໂຣກໂຄວິດ-19 ຂອງສະຫະພາບເອີຣົບ.

ນັກບິນໄວອາຍຸ 20 ປີ ໃຊ້ເຄື່ອງ GPS ກຳນົດເສັ້ນທາງການບິນລ່ວງໜ້າວ່າຈະຕ້ອງບິນໄປຈຸດໃດເພື່ອບັນທຶກເສັ້ນທາງການບິນສະແດງຜົນອອກມາເປັນຮູບນີ້ ເຊິ່ງໃນທີ່ສຸດໄດ້ປາກົດຢູ່ໃນ Flightradar24 ເວັບໄຊສຳລັບກວດສອບເສັ້ນທາງການບິນຊື່ດັງ.

ຄຣາເມີ ໃຫ້ສຳພາດກັບສຳນັກຂ່າວຣອຍເຕີວ່າ ຍັງມີຄົນທີ່ຄັດຄ້ານການສັກວັກຊີນຢູ່ ແລະ ການກະທຳຂອງເຂົາອາດຈະເປັນເຄື່ອງຢ້ຳເຕືອນໃຫ້ຄົນເຫຼົ່ານັ້ນເລີ່ມຄິດເຖິງເລື່ອງນີ້ ແລະ ເຂົາຢາກໃຫ້ເຮັດເລື່ອງມ່ວນໆຂຶ້ນມາ ເພາະອຸດສະຫະກຳການບິນນັ້ນໄດ້ຮັບຜົນກະທົບຢ່າງໜັກໃນຊ່ວງໂຄວິດ-19 ລະບາດ.

ເຊິ່ງເຢຍລະມັນໄດ້ມີການເລີ່ມຕົ້ນການສັກວັກຊີນໂຄວິດ-19 ຢ່າງເປັນທາງການໃນວັນທີ 27 ທັນວາ 2020 ໂດຍລັດຖະບານມີແຜນທີ່ຈະກະຈາຍວັກຊີນກວ່າ 1.3 ລ້ານໂດສ ໄປຍັງໜ່ວຍງານສາທາລະນະສຸກທ້ອງຖິ່ນພາຍໃນທ້າຍປີ 2020 ທີ່ຜ່ານມາ ແລະ ຈະກະຈາຍໃຫ້ໄດ້ເຖິງ 700.000 ໂດສຕໍ່ອາທິດ ໃນເດືອນມັງກອນ 2021 ນີ້.

ທີ່ມາ: