ນັກກິລາ ສະນຸກເກີ ລາວ ກຽມເຂົ້າຮ່ວມການແຂ່ງຂັນຊິງແຊ້ມລະດັບອາຊີ 2023 ຄັ້ງທຳອິດໃນປະຫວັດສາດວົງການສະນຸກເກີລາວ


ສະຫະພັນກິລາບິນລ້ຽດ-ສະນຸກເກີແຫ່ງຊາດລາວ ກຽມສົ່ງ 4 ຄະນະນັກກິລາ ບິນລ້ຽດ-ສະນຸກເກີ ທີມຊາດລາວ ເຂົ້າຮ່ວມການແຂ່ງຂັນ ຊິງແຊ້ມລະດັບອາຊີ 4 ລາຍການທ້າຍປີນີ້ ເປັນຄັ້ງທຳອິດໃນປະຫວັດສາດ ຂອງວົງການສະນຸກເກີ ລາວ ແລະ ຈະເລີ່ມລາຍການທຳອິດ ໃນລາຍການ 2023 Chinese Pool International Elite ທີ່ນະຄອນປັກກິ່ງ, ປະເທດຈີນ ໃນລະຫວ່າງຕົ້ນເດືອນ ມິຖຸນານີ້.

ອີງຕາມການລາຍງານຂອງ ໂທລະພາບແຫ່ງຊາດລາວ, ທ່ານ ລິຄິດ ອິນທະວົງ ເລຂາທິການສະຫະພັນກິລາບິນລ້ຽດ-ສະນຸກເກີແຫ່ງຊາດລາວ ທັງເປັນຄູເຝິກ ໄດ້ເປີດເຜີຍວ່າ: ລາຍການນີ້ ຈັດຂຶ້ນເປັນປະຈຳທຸກປີ, ປີໜຶ່ງມີ 8 ລາຍການ, 6 ເດືອນຕົ້ນປີ ມີ 4 ລາຍການ ແລະ 6 ເດືອນທ້າຍປີ ມີ 4 ລາຍການ.

ນອກຈາກນີ້ ທ່ານ ລິຄິດ ອິນທະວົງ  ຍັງໃຫ້ຮູ້ອີກວ່າ: ນີ້ເປັນຄັ້ງທຳອິດທີ່ນັກກິລາບິນລ້ຽດສະນຸກເກີທີມຊາດລາວ ໄດ້ສິດເຂົ້າຮ່ວມແຂ່ງຂັນ ຍ້ອນຜົນງານທີ່ພົ້ນເດັ່ນໃນການແຂ່ງຂັນ ຊີເກມ ໂດຍສະເພາະຄັ້ງຫຼ້າສຸດທີ່ກຳປູເຈຍ ລວມທັງຜົນງານໃນການເຂົ້າຮ່ວມ ເອຊຽນ ອິນດໍຣເກມ ຜ່ານມາ.

ສຳລັບລາຍຊື່ຄະນະນັກກິລາບິນລ້ຽດ-ສະນຸກເກີທີມຊາດລາວ ຈະເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະກອບມີ: ທ້າວ ລິຄິດ ອິນທະວົງ, ທ້າວ ສິດທິເດດ ສັງບ່ຽງ, ທ້າວ ສຸລິຍາ ມີນາລາວົງ, ທ້າວ ດາວພະຈັນ ພຸດທະບັນດິດ ແລະ ທ້າວ ຫົງສາວະດີ ວົງໄຊ.

ໂດຍຕາຕະລາງການແຂ່ງຂັນທັງ 4 ລາຍການປະກອບມີ:

  • 10-24 ມິຖຸນາ 2023 International Elite
  • 8-22 ສິງຫາ 2023 International Grand Prix
  • 8-22 ຕຸລາ 2023 International Open
  • 1-15 ທັນວາ 2023 Grand Final

ເຊິ່ງກ່ອນຈະຮອດການແຂ່ງຂັນທີ່ປັກກິ່ງ ທາງສະຫະພັນກິລາບິນລ້ຽດ-ສະນຸກເກີແຫ່ງຊາດລາວ ໄດ້ມີການສົ່ງ ສິດທິເດດ ແລະ ສຸລິຍາ ເຈົ້າຂອງຫຼຽນເງິນຄູ່ຊາຍ ຊີເກມ ຄັ້ງທີ 32 ເຂົ້າຮ່ວມແຂ່ງຂັນສະນຸກເກີລະດັບອາຊີບ ທີ່ປະເທດໄທ 24-31 ພຶດສະພາ 2023 ເພື່ອເປັນການກະກຽມຄວາມພ້ອມໃນການແຂ່ງຂັນຄັ້ງຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/