ນະຄອນຫຼວງວຽງຈັນ ກຽມຕິດຕັ້ງໄຟຈະລາຈອນ 41 ຈຸດ ມູນຄ່າ 1,3 ລ້ານໂດລາສະຫະລັດ


ກຽມກໍ່ສ້າງ ແລະ ຕິດຕັ້ງໄຟສັນຍານຈະລາຈອນ 41 ຈຸດ ໃນ ນະຄອນຫຼວງວຽງຈັນ ຈະໃຊ້ງົບປະມານ 1,3 ລ້ານໂດລາສະຫະລັດ ຫຼື ປະມານ 30 ຕື້ກີບ ໃຊ້ເວລາປະມານ 10 ​ເດືອນ.

ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ບໍລິສັດ ຮຸ້ນສ່ວນ Tapaco ຫວຽດນາມ ລົງນາມສັນຍາກໍ່ສ້າງໄຟສັນຍານຈະລາຈອນ 41 ຈຸດ ພາຍໃຕ້ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ (ນວ) ໂດຍຈະໃຊ້ເວລາໃນການກໍ່ສ້າງ 10 ເດືອນ ເຊິ່ງຈະໃຊ້ງົບປະມານເກືອບ 30 ຕື້ກີບ.

ການກໍ່ສ້າງດັ່ງກ່າວ ແມ່ນໄດ້ຮັບທຶນກູ້ຢືມຈາກທະນາຄານພັດທະນາອາຊີ ຫຼື ADB ແລະ ລັດຖະບານລາວ ເຊິ່ງໜ້າວຽກຕົ້ນຕໍຂອງໂຄງການປະກອບມີການຕິດຕັ້ງໄຟສັນຍານຈະລາຈອນ 41 ຈຸດ ໃນຂອບເຂດໂຄງການ ແລະ ເຂດໃກ້ຄຽງ ໃນນີ້ມີລະບົບໄຟສັນຍານບູລິມະສິດ (Pre-emptive) ໃໝ່ 28 ຈຸດ ລະບົບໄຟສັນຍານປົກກະຕິ (Non-preemptive) ໃໝ່ 8 ຈຸດ ແລະ ເກົ່າ 5 (ອັບເດດ) ຕິດຕັ້ງອຸປະກອນຄວບຄຸມລະບົບ ຄຶື: ຕູ້ຄວບຄຸມ ເຄື່ອງ Magnetic Loop ໃສ່ພື້ນທາງ ຕິດຕັ້ງເສົາ ດອກໄຟ ສາຍໄຟ ແລະ ອື່ນໆ.

ເບື້ອງຕົ້ນບໍລິສັດຮັບເໝົາ ຕ້ອງໄດ້ສຳຫຼວດຄືນພື້ນທີ່ ແລະ ຈຸດທີ່ຈະກໍ່ສ້າງ ແລ້ວອອກແບບລາຍລະອຽດການກໍ່ສ້າງ ເພື່ອນຳສະເໜີໂຄງການຮັບຮອງພາຍໃນ 60 ວັນ ຫຼັງຈາກລົງນາມສັນຍາ ປັດຈຸບັນໄດ້ຮັບຜົນສຳເລັດຂະບວນການປະມູນ ຈັດຫາເອົາຜູ້ຮັບເໝົາກໍ່ສ້າງ ແລະ ຕິດຕັ້ງໄຟສັນຍານຈະລາຈອນຕາມການເຫັນດີຂອງຜູ້ໃຫ້ທຶນ ກໍຄື ADB ວັນທີ 5 ມັງກອນ 2024, ໃນມູນຄ່າ 1.382.696,36 ໂດລາສະຫະລັດ ຫຼື ປະມານ 28,55 ຕື້ກີບ (ລວມພາສີ-ອາກອນ).

ພິທີລົງນາມສັນຍາດັ່ງກ່າວ ຈັດຂຶ້ນວັນທີ 18 ມັງກອນ 2024, ຢູ່ໂຮງແຮມເມືອງແທັງ ເປັນການລົງນາມລະຫວ່າງ ທ່ານ ດຣ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ແລະ ທ່ານ ວູ ຮຸຍ ລອງ ປະທານບໍລິສັດ ຮຸ້ນສ່ວນ Tapaco ຫວຽດນາມ ມີທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂໍ້ມູນຈາກ: Shaping new face of Vientiane mobility

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/