ທ່າມກາງກະແສຄວາມຮ້ອນແຮງຂອງ Bitcoin ໃນສອງສາມມື້ຜ່ານມາ ໄດ້ເຮັດໃຫ້ສອງບໍລິສັດຍັກໃຫຍ່ທີ່ໃຫ້ບໍລິການດ້ານການເງິນຄື Merrill Lynch (ບໍລິສັດນາຍໜ້າຊື້ຂາຍຫຼັກຊັບພາຍໃຕ້ການຄຸ້ມຄອງຂອງ Bank of America Corp) ແລະ Wells Fargo & Co (ທະນາຄານ ແລະ ການບໍລິການດ້ານການເງິນ) ໄດ້ເລີ່ມອະນຸຍາດໃຫ້ກຸ່ມລູກຄ້າທີ່ຮັ່ງມີບາງສ່ວນສາມາດເຂົ້າເຖິງ Spot Bitcoin ETF ໄດ້.
ຈາກການເຄື່ອນໄຫວດັ່ງກ່າວ ສະທ້ອນໃຫ້ເຫັນວ່າສະຖາບັນການເງິນທີ່ສໍາຄັນມີຄວາມຕ້ອງການ ແລະ ໃຫ້ການຍອມຮັບ Bitcoin ETFs ຫຼາຍຂຶ້ນ, ທ່າມກາງການເພິ່ມຂຶ້ນຂອງລາຄາ Bitcoin ທີ່ກໍາລັງເຂົ້າໃກ້ສູ່ລະດັບສູງທີ່ສຸດ ໂດຍຢືນເໜືອລະດັບ 60,000 ໂດລາຄັ້ງທໍາອິດ, ຫຼັງຈາກທີ່ຜ່ານຈຸດທົດສອບເປັນເວລາດົນນານ.
ໂດຍທະນາຄານທັງສອງໄດ້ສະເໜີ Bitcoin ETF ທີ່ໄດ້ຮັບການອະນຸມັດ ໂດຍໃຫ້ລູກຄ້າເປັນຜູ້ເລືອກ ເຊິ່ງຈະມີບັນຊີນາຍໜ້າເປັນຜູ້ຈັດການສິນຊັບດັ່ງກ່າວ ແຕ່ຈະບໍ່ມີການເປີດເຜີຍລາຍຊື່ຂອງລູກຄ້າ ຫຼື ຈໍານວນກອງທຶນ ETF ທີ່ໃຫ້ບໍລິການ.

ຫຼັງຈາກທີ່ SEC ສະຫະລັດໄດ້ອະນຸມັດກອງທຶນ Spot Bitcoin ETFs ຈຳນວນ 11 ກອງທຶນໃນເດືອນມັງກອນທີ່ຜ່ານມາ. ເຊິ່ງກ່ອນໜ້ານີ້ໄດ້ມີການເກງກຳໄລໃນອຸດສາຫະກໍາ cryptocurrency ມາດົນຫຼາຍປີ ແລະ ໄດ້ຖືກປະຕິເສດຫຼາຍຄັ້ງ. ການອະນຸມັດ Spot Bitcoin ETF ຈະຊ່ວຍໃຫ້ນັກລົງທຶນລົງສາມາດລົງທຶນຜ່ານກອງທຶນ ໂດຍບໍ່ຈຳເປັນຕ້ອງຊື້ຫຼືຖືຄອງ Bitcoin ດ້ວຍຕົນເອງ.
Spot Bitcoin ETFs ໄດ້ຖືກເຫັນວ່າເປັນວິທີການທີ່ຈະດຶງດູດນັກລົງທຶນຈາກສະຖາບັນ ແລະ ຜູ້ຄ້າລາຍຍ່ອຍເຂົ້າໄປສູ່ພື້ນທີ່ຂອງ cryptocurrency ຫຼາຍຂຶ້ນ, ລວມໄປເຖິງການສ້າງສະພາບຄ່ອງ ແລະ ເຮັດໃຫ້ເກີດຄວາມໂປ່ງໃສຫຼາຍຂຶ້ນອີກດ້ວຍ. ຢ່າງໃດກໍຕາມ, ມັນກໍຍັງນໍາມາເຖິງຄວາມສ່ຽງເຊັ່ນ: ການເໜັງຕີງຂອງລາຄາຕະຫຼາດ, ການແຮັກລະບົບຄວາມປອດໄພ ແລະ ຄວາມບໍ່ແນ່ນອນດ້ານກົດລະບຽບຕ່າງໆ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/