ກອງປະຊຸມ ຄະນະລັດຖະບານ ປະຈຳເດືອນ ກຸມພາ 2024 ໄດ້ຮັບຮອງເອົາຮ່າງກົດໝາຍ ແລະ ດຳລັດ ເພື່ອນຳໃຊ້ເປັນທິດທາງໃນການແກ້ໄຂບັນຫາເສດຖະກິດ ແລະ ການເງິນທີ່ຍັງຄົງຄ້າງ ໂດຍຜ່ານການສ້າງແຜນຍຸດທະສາດເພື່ອຜ່ານຜ່າສິ່ງທ້າທາຍໃນປັດຈຸບັນ.
ຫຼັງຈາກປິດກອງປະຊຸມປະຈຳເດືອນຂອງຄະນະລັດຖະບານເປັນເວລາ 2 ວັນທີ່ຈັດຂຶ້ນໃນວັນທີ 28-29 ກຸມພານີ້. ໂດຍການເປັນປະທານຂອງ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ໂຄສົກລັດຖະບານ ທ່ານ ນາງ ທິບພະກອນ ຈັນທະວົງສາ ກ່າວຕໍ່ກອງປະຊຸມຂ່າວໃນວັນພະຫັດວານນີ້ວ່າ ລັດຖະບານໄດ້ຮັບຮອງເອົາຮ່າງກົດໝາຍຫຼາຍສະບັບ ແລະ ດຳລັດທີ່ໄດ້ອອກແບບພິເສດເພື່ອເອົາຊະນະຄວາມຫຍຸ້ງຍາກດ້ານເສດຖະກິດ.
ໃນນັ້ນປະກອບມີຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ ເຊິ່ງຈະໄດ້ຮັບການປັບປຸງໃຫ້ສອດຄ່ອງກັບຄຳເຫັນຂອງບັນດາສະມາຊິກຄະນະລັດຖະບານ ເພື່ອຮັບປະກັນຄວາມຈະແຈ້ງ ແລະ ຮອບດ້ານ.
ກອງປະຊຸມຍັງໄດ້ເຫັນດີເປັນເອກະພາບໃນການຮັບຮອງເອົາຮ່າງກົດໝາຍວ່າດ້ວຍການປັບປຸງອາກອນມູນຄ່າເພີ່ມ (VAT) ໃຫ້ກະຊວງການເງິນ ແລະ ອົງການທີ່ກ່ຽວຂ້ອງພິຈາລະນາຕື່ມອີກ. ກົດໝາຍສະບັບນີ້ໄດ້ສະແດງອອກນະໂຍບາຍຍົກເວັ້ນການຊຳລະອາກອນມູນຄ່າເພີ່ມຈາກໂຄງການທີ່ລັດໃຫ້ທຶນ, ພ້ອມກັບບັນດາບໍລິສັດ ແລະ ກິດຈະກຳສະເພາະທີ່ກ່ຽວຂ້ອງກັບລັດ.
ຮ່າງກົດໝາຍດັ່ງກ່າວໄດ້ກຳນົດວິທີການແບ່ງຂັ້ນຄຸ້ມຄອງການທ່ອງທ່ຽວ; ກຳນົດປະເພດ, ມາດຕະຖານ ແລະ ເງື່ອນໄຂຂອງການທ່ອງທ່ຽວ ແລະ ຄ່າບໍລິການຕ່າງໆ. ລວມໄປຮອດການກຳນົດເນື້ອໃນເພີ່ມເຕີມກ່ຽວກັບການນຳໃຊ້ທີ່ດິນ ແລະ ປ່າໄມ້ທີ່ກ່ຽວຂ້ອງກັບການທ່ອງທ່ຽວ.
ກອງປະຊຸມຍັງໄດ້ເຫັນດີເປັນເອກະພາບຮັບຮອງເອົາຮ່າງດຳລັດວ່າດ້ວຍບົກ ເຊິ່ງໄດ້ສົ່ງໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທົບທວນຄືນ ໂດຍສົມທົບກັບບັນດາການປະກອບຄໍາເຫັນຂອງສະມາຊິກລັດຖະບານອື່ນໆ.
ໂດຍດຳລັດດັ່ງກ່າວຈະເປັນຕົວກຳນົດພາລະບົດບາດ ແລະ ໜ້າທີ່ຂອງຜູ້ພັດທະນາທ່າບົກ ແລະ ພະນັກງານລັດທີ່ມີສ່ວນຮ່ວມໃນການພັດທະນາ ເພື່ອດຶງດູດການລົງທຶນເຂົ້າປະເທດໃຫ້ໄດ້ຢ່າງມີປະສິດທິຜົນຫຼາຍທີ່ສຸດ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/