ທຄຕລ ຈັບມືກັບ EXIM BANK ຈາກປະເທດໄທ ຊຸກຍູ້ ແລະ ດຶງດູດໂຄງການລົງທຶນຈາກໄທຢູ່ລາວ

xr:d:DAGCK5b-Hvw:3,j:1804116247837377883,t:24041203


ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທະນາຄານ ເພື່ອການສົ່ງອອກ ແລະ ນຳເຂົ້າແຫ່ງປະເທດໄທ EXIM BANK ໄດ້ລົງນາມເຊັນບົດບັນທຶກ MOU ເພື່ອສະໜັບສະໜູນຜູ້ປະກອບການໄທ ທີ່ເຂົ້າມາລົງທຶນໃນລາວ ໂດຍສະເພາະໂຄງການລົງທຶນທີ່ໃຊ້ເງິນກີບໃນການດຳເນີນກິດຈະການເປັນສະກຸນເງິນຫຼັກ ເພື່ອຫຼຸດຄວາມສ່ຽງເລືອກອັດຕາແລກປ່ຽນເງິນຕາ.

ໂດຍການເຊັນສັນຍາດັ່ງກ່າວ ມີຂຶ້ນເມື່ອບໍ່ດົນມານີ້ ທີ່ເມືອງຫຼວງພະບາງ ໃນໂອກາດການປະຊຸມ ກະຊວງການເງິນ ແລະ ທະນາຄານກາງ ອາຊຽນ ຄັ້ງທີ 11 ໂດຍມີທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າທະນາຄານກາງ ແຫ່ງ ສປປ ລາວ ແລະ ທ່ານ ເສດຖະພຸດ  ສຸດທີວາດ ນາລຶພຸດ ເຂົ້າຮ່ວມເປັນສັກຄີພະຍານ.

ໂດຍອີງຕາມການລາຍງານຂອງ ໜັງສືພີມ ກຸງເທບ ທຸລະກິດ, ການຮ່ວມມືກັນຄັ້ງນີ້ ເປັນການຍົກລະດັບຄວາມສາມາດໃນການແຂ່ງຂັນຂອງຜູ້ປະກອບການໄທ ມນເວທີໂລກໃນໄລຍະຍາວ ສົ່ງເາີມພັດທະນາອຸດສາຫະກຳໃໝ່ ແລະ ຂັບເຄື່ອນການພັດທະນາຢ່າງຢືນຍົງ ໂດຍມີກຸ່ມປະເທດ CLMV ເປັນພັນທະມິດທາງຍຸດທະສາດ.

ໂດຍທັງ 2​ ທະນາຄານ ພ້ອມເປັນພັນທະມິດ ເພື່ອເພີ່ມມູນຄ່າການຄ້າ ແລະ ການລົງທຶນລະຫວ່າງ ສອງປະເທດ ລວມທັງຊຸກຍູ້ໂຄງການລົງທຶນຂອງໄທຢູ່ລາວໃຫ້ຂະຫຍາຍຕົວຍິ່ງຂຶ້ນ.

ອີງຕາມການລາຍງານຂອງ ທະນາຄານແຫ່ງ ສປປ ລາວ ການເຊັນສັນຍາດັ່ງກ່າວ ຍັງເປັນຄວາມມຸ່ງຫວັງທີ່ຈະສ້າງຄວາມເຂັ້ມແຂງໃນການເຊື່ອມໂຍງການເງິນຂອງພາກພື້ນອາຊຽນ ແລະ ການຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ໂດຍການສົ່ງເສີມການເຮັດທຸລະກຳເປັນສະກຸນເງິນທ້ອງຖິ່ນ ແລະ ການອຳນວຍຄວາມສະດວກທາງດ້ານການ ຊໍາລະຂ້າມແດນ; ການເຊື່ອມຕໍ່ດ້ານການຊໍາລະທີ່ບໍ່ມີຂອບເຂດ ເຊິ່ງຈະສ້າງເງື່ອນໄຂໃຫ້ແກ່ທຸລະກິດ, ບຸກຄົນ ແລະ ລັດຖະບານ ໃນການເຮັດທຸລະກຳຂ້າມແດນຢ່າງມີປະສິດທີຜົນ ກໍຄືການຊໍາລະຂ້າມແດນທີ່ວ່ອງໄວ, ມີຕົ້ນທຶນຕໍ່າ, ມີຄວາມໂປ່ງໃສຫຼາຍຂຶ້ນ ແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ.

ສປປ ລາວ ຖື ເປັນ Land Link ເຊື່ອມໂຍງເສັ້ນທາງຄົມມະນາຄົມຂົນສົ່ງທາງບົກ ລະຫວ່າງ ໄທ-ຈີນ ແລະ ຫວຽດນາມ ຜ່ານຂົວຂ້າມນໍ້າຂອງ ປະກອງກັບອັດຕາຄ່າແຮງຂັ້ນຕ່ຳໃນ ສປປ ລາວ ທີ່ຕໍ່າກວ່າຢູ່ໄທ ເຮັດໃຫ້ມີຫຼາຍໂຄງການສົນໃຈຈະມາລົງທຶນຢູ່ ລາວ.

ນອກຈາກນີ້ ສປປ ລາວ ຍັງມີຄວາມອຸດົມສົມບູນໃນເລື່ອງຂອງຊັບພະຍາກອນທຳມະຊາດ ແລະ ນະໂຍບາຍ ທີ່ຢາກເປັນ ແບັດເຕີຣີ ແຫ່ງ ອາຊຽນ ສິດທິພິເສດດ້ານພາສີ ແລະ ການລົງທຶນໃນເຂດເສດຖະກິດພິເສດ ເປັນປັດໄຈຫຼັກທີ່ດຶງດູດນັກລົງທຶນຈາກຫຼາຍປະເທດ ໂດຍສະເພາະໄທ ເຂົ້າມາລົງທຶນຢູ່ ສປປ ລາວ ຢ່າງຕໍ່ເນື່ອງ ເຊິ່ງເປັນປະເທດອັນດັບ 2 ທີ່ເຂົ້າມາລົງທຶນໃນລາວຫຼາຍສຸດ ຮອງຈາກຈີນ.

ສຳລັບໂຄງການລົງທຶນຢູ່ລາວສ່ວນໃຫຍ່ແມ່ນຂະແໜງການ ພະລັງການ, ການກະສິກຳ, ການບໍລິການ ແລະ ການທ່ອງທ່ຽວ. ໃນປີ 2023 ການຄ້າລະຫວ່າງ ລາວ-ໄທ ມີມູນຄ່າກວ່າ 7.634,39 ລ້ານໂດລາ ແບ່ງເປັນສົ່ງອອກໄປໄທ 2.987 ລ້ານໂດລາ ແລະ ນໍາເຂົ້າຈາກໄທ 4.647 ລ້ານໂດລາ (ບໍ່ນັບລວມໄຟຟ້າ).

https://www.bangkokbiznews.com/business/economic/1120715

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/