ຖືກໃຈສາຍ CF! Amazon ເລີ່ມໃຊ້ໂດຣນໃນການຂົນສົ່ງສິນຄ້າຢ່າງເປັນທາງການ ສາມາດຈັດສົ່ງດ່ວນຮັບເຄື່ອງໄດ້ພາຍໃນ 1 ຊົ່ວໂມງ

ຖືກໃຈສາຍ CF! Amazon

ປັດຈຸບັນທຸລະກິດ E commerce ຫຼື ວ່າການຊື້ຂາຍສິນຄ້າ ຫຼື ບໍລິການແບບອອນລາຍ ຖືວ່າກຳລັງມາແຮງແບບຢຸດບໍ່ຢູ່ ແລະ ອີກໜຶ່ງຂັ້ນຕອນທີ່ສຳຄັນຂອງທຸລະກິດນີ້ກໍຄື ຂັ້ນຕອນໃນການຈັດສົ່ງສິນຄ້າ ໃຫ້ກັບລູກຄ້າ. ທຸກມື້ນີ້ ເຮົາຈຶ່ງເຫັນບໍລິສັດຂົນສົ່ງເກີດຂຶ້ນໃໝ່ຢ່າງຫຼວງຫຼາຍ.

ເຊິ່ງການຂົນສົ່ງທີ່ເຮົາເຫັນທົ່ວໄປ ຖ້າເປັນວັດສະດຸຂະໜາດນ້ອຍ ພາຍໃນແຂວງ ພາຍໃນເມືອງ ກໍມັກຈະໃຊ້ລົດຈັກໃນການຂົນສົ່ງ. ແຕ່ການຂົນສົ່ງສິນຄ້າ ກຳລັງຈະກ້າວໄປອີກຂັ້ນໜຶ່ງ ເມື່ອ Amazon ບໍລິສັດ E Commerce ຂະໜາດໃຫຍ່ຂອງໂລກ ໄດ້ເລີ່ມໃຊ້ໂດຣນ ຫຼື ວ່າເຮືອບິນຂະໜາດນ້ອຍໄຮ້ຄົນຂັບ ໃນການຂົນສົ່ງສິນຄ້າຢ່າງເປັນທາງການ ສາມາດຈັດສົ່ງດ່ວນຮັບເຄື່ອງໄດ້ພາຍໃນ 1 ຊົ່ວໂມງ.

ຖືກໃຈສາຍ CF! Amazon

ໂດຍກ່ອນໜ້ານີ້ Amazon ມີແນວຄິດໃນການໃຊ້ໂດຣນຂົນສົ່ງສິນຄ້ານັ້ນດົນແລ້ວ ແລະ ໄດ້ຮັບອະນຸຍາດໃນການໃຊ້ໂດຣນຂົນສົ່ງສິນຄ້າ ຈາກອົງກອນການບໍລິຫານການບິນແຫ່ງຊາດ ສະຫະລັດອາເມຣິກາ (FAA) ໃນໄລຍະ ເດືອນສິງຫາທີ່ຜ່ານມາ ແຕ່ຫາກໍມາເລີ່ມໃຊ້ຢ່າງເປັນທາງການເມື່ອບໍ່ດົນມານີ້.

ຖືກໃຈສາຍ CF! Amazon

ໂດຍ Amazon ເຜີຍວ່າການບໍລິການດັ່ງກ່າວໄດ້ໃຊ້ຊື່ວ່າ  Amazon Prime Air ແລະ ໄດ້ເລີ່ມໃຫ້ບໍລິການລູກຄ້າມາແລ້ວໃນ ເທສະການ ຄຣິສມາສ ທີ່ຜ່ານມາ ໂດຍເປັນການໃຫ້ບໍລິການແບບຈຳກັດໃນພື້ນທີ່ນ້ອຍໆ ຂອງລັດແຄລິຟໍເນຍ ແລະ ລັດ ເທັກຊັສ. ໂດຍສິນຄ້າທີ່ຈະໃຫ້ນຳສົ່ງນັ້ນຕ້ອງບໍ່ມີນໍ້າໜັກເກີນ 2.26 ກິໂລ ແລະ ຈະໃຊ້ເວລາບໍ່ເກີນ 1 ​ຊົ່ວໂມງ.

ຖືກໃຈສາຍ CF! Amazon

ສຳລັບລູກຄ້າຂອງ Amazon ທີ່ຕ້ອງການຮັບສິນຄ້າຈາກ ໂດຣນ ຕ້ອງໄດ້ລົງທະບຽນເພື່ອຮັບການບໍລິການ Amazon Prime Air ຫຼັງຈາກນັ້ນ Amazon ຈະເຮັດການກວດສອບ ແລະ ຢືນຢັນວ່າລູກຄ້າທີ່ລົງທະບຽນໄວ້ນັ້ນ ມີຄວາມປອດໄພໃນການໃຊ້ໂດຣນສົ່ງສິນຄ້າຫຼືບໍ່.

ຖ້າວ່າທີ່ຢູ່ຂອງລູກຄ້າມີຄວາມປອດໄພພຽງພໍ ແລະ ສາມາດສົ່ງສິນຄ້າດ້ວຍໂດຣນໄດ້ ທາງ Amazon ກໍຈະຈັດສົ່ງສິນຄ້າດ້ວຍ ໂດຣນ ໃຫ້ກັບລູກຄ້າ ໂດຍໂດຣນຈະເຮັດການບິນໄປທີ່ສວນຫຼັງເຮືອນຂອງລູກຄ້າພ້ອມກັບຄ່ອຍໆລົດລະດັບຄວາມສູງລົງມາ ແລ້ວປ່ອຍສິນຄ້າລົງມາ.

ຖືກໃຈສາຍ CF! Amazon

ຕົວແທນຂອງ Amazon ໃຫ້ຂໍ້ມູນກ່ຽວກັບການໃຊ້ໂດຣນສົ່ງສິນຄ້າໄວ້ວ່າ Amazon ຕ້ອງການໃຫ້ການໃຊ້ ໂດຣນ ເປັນໄປໄດ້ດ້ວຍຄວາມປອດໄພ. ຕອນນີ້ Amazon ໄດ້ເລີ່ມຈັດສົ່ງສິນຄ້າໃນພື້ນທີ່ນ້ອຍໆ ແລ້ວຈະຂະຫຍາຍການຈັດສົ່ງສິນຄ້າດ້ວຍໂດຣນ ໄປຫາລູກຄ້າຈຳນວນຫຼາຍ ໃນເວລາຕໍ່ໄປ.

ຢ່າງໃດກໍຕາມ ເຖິງແມ່ນວ່າໂດຣນທີ່ Amazon ໃຊ້ໃນການຂົນສົ່ງສິນຄ້ານັ້ນຈະສາມາດເຮັດວຽກໄດ້ໂດຍອັດຕະໂນມັດ ບໍ່ຕ້ອງມີຄົນຄວບຄຸມ ໂດຍມີລະບົບທີ່ສາມາດຫຼົບຫຼີກສິ່ງກີດຂວາງຢ່າງອັດຕະໂນມັດ ແຕ່ທາງ Amazon ກໍຍັງຕ້ອງໃຫ້ພະນັກງານ ກວດກາການເຮັດວຽກຂອງໂດຣນຢູ່ສະເໝີ ເພື່ອປ້ອງກັນອັນຕະລາຍທີ່ອາດເກີດຂຶ້ນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/