ຖືກໃຈນັກລົງທຶນ! ຍອດສະໝັກສະມາຊິກ Netflix ເພີ່ມຂຶ້ນ ຫຼັງຈາກບໍ່ໃຫ້ມີການແຊຣ໌ລະຫັດຮ່ວມກັນ


ວັນທີ 19 ກໍລະກົດ 2023 ທີ່ຜ່ານທາງ Netflix ບໍລິສັດສະຕຣີມມິງຍັກໃຫຍ່ ໄດ້ອອກມາເປີດເຜີຍວ່າ ໃນໄຕມາດທີ 2 ຂອງປີ ທາງບໍລິສັດໄດ້ຍອດສະໝັກສະມາຊິກເພີ່ມຂຶ້ນເຖິງ 5,9 ລ້ານຄົນ ຫຼື ຄິດເປັນ 8​% ຫຼັງບໍ່ໃຫ້ມີການແຊຣ໌ລະຫັດຮ່ວມກັນ.

ຈາກມາດຕະການບໍ່ໃຫ້ມີການແຊຣ໌ລະຫັດຮ່ວມກັນແບບຂ້າມຄົວເຮືອນໄດ້ ແລະ ມີການເປີດຕົວໄປໃນ 100 ປະເທດທົ່ວໂລກ ໂດຍນັກວິເຄາະຕ່າງກໍຄິດວ່າ ທາງ Netflix ອອກມາດຕະການດັ່ງກ່າວອາດຈະສົ່ງຜົນໃຫ້ຍອດຜູ້ໃຊ້ງານຈະລົດລົງຢ່າງແນ່ນອນ ແຕ່ຄວາມຈິງແລ້ວບໍ່ແມ່ນຢ່າງທີ່ຄິດ.

ໂດຍທາງ Netflix ໄດ້ເປີດເຜີຍຜູ້ໃຊ້ງານໃໝ່ໃນລາຍງານການເງິນປະຈຳໄຕມາດທີ 2/23 ຫຼັງຈາກເປີດຕົວມາດຕະການບໍ່ໃຫ້ມີການແຊຣ໌ລະຫັດບັນຊີຂ້າມຄົວເຮືອນໄດ້ ເຮັດໃຫ້ມີຍອດຜູ້ໃຊ້ງານເພີ່ມຂຶ້ນຫຼາຍກວ່າ 5,9 ລ້ານຄົນ ຈາກໄລຍະ 3 ເດືອນທີ່ຜ່ານມາ ໂດຍຫຼາຍກວ່າຍອດທີ່ນັກວິເຄາະຄາດການໄວ້ເຖິງ 3 ເທົ່າ ແລະ ທາງ Netflix ເອງຍັງໄດ້ລະບຸວ່າ ສາມາດເຮັດກຳໄລໄດ້ເຖິງ 1.488 ລ້ານໂດລາໃນໄຕມາດນີ້ ຈາກລາຍຮັບລວມ 8.187 ລ້ານໂດລານັ້ນເອງ.

ຍອດສະມາຊິກ Netflix ທົ່ວໂລກຕອນນີ້ຢູ່ 232,5 ລ້ານຄົນທ່ົວໂລກ ເມື່ອລວມກັບຍອດສະມາຊິກເພີ່ມເຕີມຈາກໄຕມາດທີ 2/23 ລວມແລ້ວເປັນທັງໝົດ 238,4 ລ້ານຄົນ. ຢ່າງໃດກໍຕາມທາງ Netflix ໄດ້ເປີດເຜີຍ ຈາກການຄາດການຂອງບໍລິສັດເບິ່ງວ່າ ໃນເຄິ່ງປີຫຼັງທາງບໍລິສັດຈະມີລາຍໄດ້ເພີ່ມຂຶ້ນຈາກການເອີ້ນເກັບເງິນຈາກການແຊຣ໌ລະຫັດຜ່ານ ປະກອບກັບການເຕີບໃຫຍ່ຢ່າງໝັ້ນຄົງຂອງແຜນສະໜັບສະໜູນໂຄສະນາຂອງບໍລິສັດ.

ແຕ່ໃນຕອນນີ້ກຳລັງມີຂ່າວການປະທ້ວງເລື່ອງຄ່າຈ້າງ ແລະ ການໃຊ້ງານລະບົບປັນຍາປະດິດທີ່ສົ່ງຜົນໃຫ້ການຖ່າຍທຳຮູບເງົາ ແລະ ຊີຣີ້ຕ່າງໆຕ້ອງເລື່ອນອອກໄປຢ່າງບໍ່ມີກຳນົດ ຫຼັງຈາກນີ້ຕ້ອງຖ້າເບິ່ງກັນຕໍ່ໄປສຳລັບການປະທ້ວງຄັ້ງໃຫຍ່ຈະສົ່ງຜົນຕໍ່ລາຍໄດ້ຂອງ Netflix ໃນໄຕມາດຕໍ່ໄປຫຼາຍໜ້ອຍພຽງໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/