ຖືກທຳຮ້າຍເທົ່າໃດ ເປັນຫຍັງເຮົາຈຶ່ງຍັງຮັກ? ຮູ້ຈັກ Codependent Relationship ເມື່ອຝ່າຍໜຶ່ງຍອມຫຼາຍເກີນໄປ


ຄູ່ຮັກໃນຝັນແມ່ນຫຍັງ? ເປັນຄູ່ຮັກທີ່ຕ້ອງເຂົ້າໃຈກັນ ມີເວລາໃຫ້ກັນ ບໍ່ຜິດກັນຕະຫຼອດ ແມ່ນຫຼືບໍ່? ຫຼາຍຄັ້ງທີ່ເວລາເຮົາເຫັນຄູ່ຮັກບາງຄູ່ເບິ່ງຄືສຸກໃຈ ແລະ ຫວານຊື່ນດີຢູ່ຕະຫຼອດ ບໍ່ມີຫຍັງໃຫ້ຜິດກັນປານໃດ ເຮົາກໍມັກຈະເໝົາລວມໄປວ່າພວກເຂົາເປັນຄູ່ຮັກທີ່ສົມບູນແບບ ແລະ ເຂົ້າກັນໄດ້ດີແນ່ນອນ.

ແຕ່ໃນຄວາມເປັນຈິງແລ້ວ ຫາກບໍ່ຜິດຖຽງກັນເລີຍ ບາງຄັ້ງກໍອາດຈະບໍ່ໄດ້ມີທີ່ມາຈາກຄວາມສະຫງົບສຸກສະເໝີໄປ ແຕ່ມັນອາດຈະໝາຍເຖິງການ ‘ຫຼີກເວັ້ນຄວາມຂັດແຍ່ງ’ ທີ່ເກີດຈາກອໍານາດທີ່ບໍ່ເທົ່າກັນໃນຄວາມສໍາພັນ ເຊິ່ງອາດຈະສົ່ງຜົນໃຫ້ເກີດອັນຕະລາຍໃນໄລຍະຍາວໄດ້.

ເຮົາໃຫ້ເຂົາຮັບຄວາມສຳພັນທີ່ເບິ່ງຄືຫວານຊື່ນແຕ່ກັບຂື່ນຂົມກວ່າທີ່ຄິດ

ທີ່ກ່າວມາຂ້າງຕົ້ນ ເຮົາກຳລັງເວົ້າເຖິງຄວາມສຳພັນທີ່ເອີ້ນວ່າ: Codependent Relationship ຄວາມສຳພັນແບບເພິ່ງພາກັນ ເຊິ່ງເປັນທີ່ຮູ້ຈັກກັນຢ່າງແຜ່ຫຼາຍໃນປີ 1950 ໂດຍໃຊ້ກັບຄວາມສຳພັນທີ່ຝ່າຍໜຶ່ງມີ Toxic Shame ເຊັ່ນ: ປົມໃນໄວເດັກ ອາການເສບຕິດບາງຢ່າງ ຫຼືຄວາມຜິດປົກກະຕິທາງອາລົມ ແລະ ອີກຝ່າຍໜຶ່ງມີລັກສະນະເປັນຜູ້ໃຫ້ຫຼາຍເກີນໄປ ຈຶ່ງພະຍາຍາມຈະຊ່ວຍເຫຼືອຄົນໆນັ້ນເຊັ່ນ: ອາດຈະຊ່ວຍປົກປິດຫຼືຄອຍຕາມໃຈ ປ່ອຍໃຫ້ເຂົາເຈົ້າມີພຶດຕິກຳດັ່ງກ່າວຕໍ່ໄປເລື້ອຍໆ.

ເບື້ອງຕົ້ນມັນອາດຈະຟັງຄືໂລແມນຕິກກັບການທີ່ຝ່າຍໜຶ່ງຍອມເຮັດຫຼາຍສິ່ງຫຼາຍຢ່າງໃຫ້ກັບຄົນຮັກ ບໍ່ວ່າຈະເປັນແຟນ, ຄອບຄົວ, ເຈົ້ານາຍ ຫຼືໝູ່ສະໜິດ ແຕ່ທີ່ຈິງແລ້ວ ມັນເປັນເລື່ອງຂອງ ‘ອຳນາດ’ ທີ່ບໍ່ເທົ່າທຽມກັນທີ່ແອບແຝງຢູ່ໃນຄວາມສຳພັນ (Imbalance of Power) ຕ່າງຫາກ.

“ທີ່ຈິງແລ້ວ ມັນຄືສັນຍານເຕືອນຂະໜາດໃຫຍ່ທີ່ບົ່ງບອກວ່າເຈົ້າກຳລັງຢູ່ຄວາມສຳພັນທີ່ເປັນພິດ ແລະນັ້ນບໍ່ແມ່ນຄວາມຮັກ ແຕ່ເປັນການຍຶດຕິດ ແລະ ຄວາມຮູ້ສຶກທີ່ສິ້ນຫວັງຕ່າງຫາກ” ແດຣີ່ເລວານີ ຈອນສັນ (Darylevuanie Johnson) ນັກຈິດຕະວິທະຍາ ແລະຜູ້ຊ່ຽວຊານດ້ານການປຶກສາໄດ້ກ່າວໄວ້.

ຄວາມສຳພັນແບບນີ້ມີຕົວແປທີ່ສຳຄັນຢູ່ 2ຢ່າງ ເຊິ່ງມັນຈະເກີດຂຶ້ນບໍ່ໄດ້ເລີຍຖ້າຫາກໜຶ່ງໃນນັ້ນບໍ່ແມ່ນຄົນປະເພດ ‘ຫຼົງຕົນເອງ’ (narcissism) ໃນທີ່ນີ້ຫຼາຍຄົນອາດຈະຄິດເຖິງກຸ່ມຄົນທີ່ມັກແຍງແວ່ນຢູ່ເລື້ອຍໆ ແລ້ວເວົ້າວ່າ ‘ເຮົາກະໜ້າຕາດີຄືກັນໄດ໋ເນາະ” ແຕ່ຄວາມຈິງ ຄົນຫຼົງຕົນເອງຍັງມີພຶດຕິກຳອື່ນໆ ທີ່ສາມາດນໍາມາອະທິບາຍໄດ້ອີກເຊັ່ນ: ເອົາແຕ່ຕົນເອງເປັນຫຼັກ ບໍ່ເຫັນອົກເຫັນໃຈຜູ້ອື່ນ ແລະ ມັກເອົາປຽບຄົນອ້ອມຂ້າງຢູ່ສະເໝີ ເຮັດໃຫ້ຄົນໆນີ້ມັກຈະເປັນຄົນທີ່ ‘ໄດ້ຮັບ’ ແລະ ‘ຕ້ອງການ’ ຢູ່ຝ່າຍດຽວ.

ແລະຈຳເປັນຈະຕ້ອງມີອີກຄົນໜຶ່ງທີ່ເປັນຂົ້ວກົງກັນຂ້າມ ນັ້ນກໍຄືຄົນທີ່ ‘ບໍ່ມີຄວາມໝັ້ນໃຈ’ ໃນຕົນເອງເລີຍ (Low self-esteem) ເຊິ່ງກໍຄືຄົນທີ່ມັກເອົາອົກເອົາໃຈຜູ້ອື່ນຢູ່ສະເໝີ ຫຼືທີ່ເອີ້ນວ່າເປັນ People Pleaser ທີ່ຄວາມພຶງພໍໃຈຂອງຄົນອື່ນມັກຈະມາກ່ອນຂອງຕົນເອງສະເໝີ ແລະຄິດວ່າຕົນເອງບໍ່ມີອຳນາດຕໍ່ລອງໃດໆກັບໃຜເລີຍ, ເພາະການຖືກປະຕິເສດ ຖືກບອກເລີກ ຫຼືບໍ່ໄດ້ຮັບການຍອມຮັບ ນັບວ່າເປັນເລື່ອງທີ່ເຈັບປວດສຳລັບຄົນປະເພດນີ້. ເຊິ່ງຫຼາຍຄັ້ງມັນອາດຈະໝາຍເຖິງການທີ່ຈະຕ້ອງແລກ ຫຼືເສຍສະລະເວລາ, ພະລັງງານ, ຄວາມຝັນ, ຄວາມຕ້ອງການສ່ວນຕົວຂອງຕົນເອງ ເພື່ອເຮັດໃຫ້ຄົນອື່ນມີຄວາມສຸກຫຼາຍທີ່ສຸດ ເຮັດໃຫ້ພວກເຂົາມັກຈະ ‘ໃຫ້ໄປ’ ຫຼາຍກວ່າທີ່ຕົນເອງ ‘ໄດ້ຮັບ’.

ເຖິງຄວາມຮັກແບບນີ້ຈະເບິ່ງຄືໄປໄດ້ດີ ບໍ່ມີບັນຫາ ບໍ່ມີການຜິດຖຽງກັນ ບໍ່ມີຄວາມຂັດແຍ້ງໃດໆ ພຽງແຕ່ຄົນໜຶ່ງໃຫ້ໄປ ອີກຄົນໜຶ່ງກໍຖ້າຮັບ ແຕ່ຄວາມຈິງແລ້ວມັນບໍ່ໄດ້ສົ່ງຜົນດີຕໍ່ໃຜໃນຄວາມສຳພັນເລີຍຈັກຄົນ. ແລະທີ່ຮ້າຍແຮງໄປກວ່ານັ້ນ ມັນເຮັດໃຫ້ຄວາມສຳພັນກາຍເປັນ Danger Zone ແລະອາດມີຝ່າຍໃດຝ່າຍໜຶ່ງຕົກຢູ່ໃນອັນຕະລາຍໂດຍບໍ່ຮູ້ໂຕ.

ຖ້າຫາກຈຳລອງຄົນທີ່ມີລັກສະນະຕ່າງກັນຢ່າງສຸດຂົ້ວນີ້ ມາຢູ່ໃນຮູບແບບຂອງຄວາມສຳພັນແລ້ວ ມັນກໍຈະເປັນ Toxic Relationship ແບບບໍ່ຕ້ອງຄາດເດົາເລີຍ ຢາກໃຫ້ລອງຄິດພາບເຖິງຄູ່ຜົວເມຍຄູ່ໜຶ່ງ ທີ່ຜົວຕິດເຫຼົ້າເມົາກັບບ້ານທຸກມື້ ຕົບຕີເມຍຢູ່ຕະຫຼອດແຕ່ເມຍກໍຍັງຄອຍຕາມໃຈ ໃຜເຕືອນກໍບໍ່ຟັງ ແຖມຍັງອອກໂຕໃຫ້ວ່າເຂົາບໍ່ໄດ້ຊົ່ວຢ່າງທີ່ຄິດດອກ ຫຼືຄົນທີ່ຖືກແຟນທຳຮ້າຍຮ່າງກາຍຢູ່ເລື້ອຍໆ ແຕ່ກັບເຫັນອົກເຫັນໃຈເບິ່ງວ່າເຂົາເຈົ້າປ່ວຍ ຄິດວ່າມັນຈະຕ້ອງມີທາງອອກຫຼືວິທີຮັກສາຈັກທາງ.

ເມື່ອຍົກຕົວຢ່າງແບບນີ້ພໍຈະເບິ່ງເຫັນແນວໂນ້ມຄວາມໂຫດຮ້າຍໃນໄລຍະຍາວກັນຫຼືຍັງ ເຊິ່ງທີ່ໜ້າຕົກໃຈຫຼາຍວ່ານັ້ນກໍຄື ຄວາມສຳພັນໃນລັກສະນະນີ້ພົບໄດ້ທົ່ວໄປຫຼາຍກວ່າທີ່ເຮົາຄິດອີກ.

ເຮົາໂຫຍຫາການຍອມຮັບຫຼາຍເກີນໄປຈົນເຮັດໃຫ້ຫົວໃຈເຈັບຫຼືບໍ່?

ສົງໄສຄືກັນບໍ່ວ່າເປັນຫຍັງຄວາມຮັກແບບນີ້ຈຶ່ງໃຊ້ຄຳວ່າ Codependent ທີ່ມີຄວາມໝາຍວ່າເພິ່ງພາ ຫຼືຍຶດຕິດກັນແລະກັນ ໃນເມື່ອມັນເບິ່ງຄືຈະມີແຕ່ໃຜຄົນໜຶ່ງໄດ້ຮັບຜົນປະໂຫຍດຢູ່ຝ່າຍດຽວ ແຕ່ອີກຄົນທີ່ເປັນ Giver/Caretaker/People pleaser  ທີ່ເບິ່ງຄືເປັນຝ່າຍທີ່ບໍ່ໄດ້ຮັບຫຍັງຈາກຄວາມສຳພັນແບບນີ້ເລີຍ.

ເລິກໆແລ້ວ ມັນມີປະໂຫຍດຕໍ່ທັງສອງຝ່າຍຫັ້ນແຫຼະ ຄົນທີ່ໄດ້ຮັບການເອົາອົກເອົາໃຈ ການຊັບພອດ ເຂົາກໍຮູ້ສຶກສະດວກສະບາຍຈາກຄວາມສຳພັນນີ້ ສ່ວນຄົນໃຫ້ກໍຮູ້ສຶກດີທີ່ໄດ້ເຮັດໄດ້ເອົາໃຈ ຮູ້ສຶກວ່າຕົນເອງມີຄວາມໝາຍຕໍ່ຄົນໆໜຶ່ງ ແຕ່ນັ້ນອາດຈະເປັນ ‘ປະໂຫຍກປອມໆ’ ທີ່ໃນໄລຍະຍາວຈະວົນກັບມາທຳຮ້າຍຄົນທັງຄູ່.

ຢ່າງທີ່ກ່າວໄປຕອນຕົ້ນວ່າ ຂົ້ວກົງກັນຂ້າມຂອງຄົນຫຼົງຕົນເອງກໍຄືຄົນທີ່ບໍ່ມີຄວາມໝັ້ນໃຈໃນຕົນເອງເລີຍ ເຊິ່ງຄົນປະເພດນີ້ມັກຈະມີຄວາມສັບສົນໃຈເລື່ອງຄຸນຄ່າຂອງຕົນເອງ ຄິດວ່າຕົນເອງຈະຕ້ອງຢູ່ເພື່ອດູແລເອົາໃຈຄົນອື່ນເທົ່ານັ້ນ ບໍ່ສາມາດເຮັດຕາມໃຈຕົນເອງຫຼາຍປານໃດ ອາດຈະດ້ວຍຄວາມຢ້ານວ່າຈະຖືກຄຽດ, ຖືກຊັງ, ຖືກປະຕິເສດ, ຖືກບອກເລີກ ແລ້ວຕ້ອງກັບມາຢູ່ຢ່າງໂດດດ່ຽວລຳພັງ ຈົນເຮັດໃຫ້ບາງຄັ້ງຄົນປະເພດນີ້ຍອມລົດຄວາມຕ້ອງການ ຫຼືມາດຕະຖານຫຼາຍໆຢ່າງທີ່ຕົນເອງຕັ້ງເອົາໄວ້.

ຫຼືເລິກໆແລ້ວເຮົາຍັງບໍ່ເຊື່ອວ່າ

ເຮົາສາມາດມີຄວາມສຸກໄດ້ໂດຍປາສະຈາກການມີຢູ່ຂອງອີກຄົນ

ຍົກຕົວຢ່າງເຊັ່ນ ຍອມໃຫ້ຄົນຮັກຕິດຢາ, ຍອມໃຫ້ຄົນຮັກໄປມີຊູ້, ຍອມໃຫ້ຄົນຮັກໄປຫຼິ້ນການພະນັນ, ຍອມໃຫ້ຄົນຮັກທຳຮ້າຍຮ່າງກາຍ, ຍອມຂໍໂທດທັ້ງໆທີ່ຕົນເອງບໍ່ຜິດ, ຍອມໃຫ້ເຂົາເອົາປຽບເລື່ອງຄ່າໃຊ້ຈ່າຍ ເຊິ່ງເປັນການຍອມເພື່ອໃຫ້ເຂົາຍັງຢູ່ນຳກັນກັບເຮົາ ເປັນການຍອມເພື່ອລົດຄວາມຂັດແຍ່ງ ເພາະບໍ່ຜິດກັນຈົນເປັນເລື່ອງໃຫຍ່ ຈົນລືມໄປວ່າຄວາມຊື່ສັດ, ຄວາມເກງໃຈ, ແລະຄວາມເຄົາລົບເຊິ່ງກັນແລະກັນ ເປັນພື້ນຖານທີ່ສຳຄັນທີ່ສຸດ ທີ່ທຸກຄົນຄວນຈະໄດ້ຮັບ ບໍ່ວ່າຈະເຂົ້າໄປຢູ່ໃນຄວາມສຳພັນແບບໃດກໍຕາມ.
“ທີ່ອີກຝ່າຍຄອຍໃຫ້ ຫຼືຊ່ວຍເຫຼືອອີກຝ່າຍຢູ່ສະເໝີ ນັ້ນກໍເພາະພວກເຂົາຕ້ອງການການຍອມຮັບ ແລະ ຢາກຖືກເບິ່ງວ່າເປັນຮີໂລ້ຜູ້ຊ່ວຍຊີວິດຄົນອື່ນ ເຊິ່ງນັ້ນໄດ້ກາຍເປັນໜຶ່ງໃນບຸກຄະລິກຂອງພວກເຂົາໃນອະນາຄົດ” ເມຣ່າ ເມນເດດ (Mayra Mendez) ນັກຈິດບຳບັດກ່າວ “ແລະຄົນທີ່ເປັນຜູ້ໃຫ້ ຫຼືຜູ້ດູແລກໍມັກຈະລະເລີຍບັນຫາຂອງຕົນເອງ ໂດຍມຸ່ງໄປທີ່ບັນຫາຂອງອີກຝ່າຍຫຼາຍກວ່າ, ເຊິ່ງຝ່າຍທີ່ມີບັນຫາກໍຈະຫຼີກໜີຄວາມຮັບຜິດຊອບຂອງຕົນເອງ ແລ້ວຍັດໃຫ້ກັບຜູ້ອື່ນດູແລແທນ”.

ບາດນີ້ກໍໃຫ້ມາລອງສຳຫຼວດຕົນເອງວ່າ: ຄວາມສຳພັນຂອງເຮົານັ້ນເຂົ້າຄ່າຍຍຶດຕິດກັນແລະກັນເກີນໄປຫຼືບໍ່? ແລະເຮົາກາຍເປັນຄົນທີ່ຕ້ອງຍອມແລກທຸກຢ່າງເພື່ອຄວາມສຳພັນທີ່ເປັນພິດນີ້ຫຼືບໍ່? ຜ່ານການຕັ້ງຄຳຖາມກັບຕົນເອງ ແລະຕອບໃນໃຈພ້ອມໆກັນວ່າ ທີ່ຜ່ານມາເຮົາມີພືດຕິກຳ, ຄວາມຄິດ ຫຼືຄວາມຮູ້ສຶກແບບນີ້ຫຼືບໍ່?

  1. ຄວາມຕ້ອງການສ່ວນໃຫຍ່ຂອງເຮົາຄືການເສຍສະລະ ແລະເຮັດໃຫ້ອີກຝ່າຍພໍໃຈຫຼາຍທີ່ສຸດ
  2. ເປັນເລື່ອງຍາກທີ່ຈະປະຕິເສດ ຫຼື  ເວົ້າຄຳວ່າ ‘ບໍ່’ ເວລາທີ່ອີກຝ່າຍຮຽກຮ້ອງ
  3. ເຮົາພະຍາຍາມປົກປິດບັນຫາຂອງອີກຝ່າຍເຊັ່ນ: ເສບຕິດຢາ, ເສບຕິດແອວກໍຮໍ, ໃຊ້ຄວາມຮຸນແຮງ ຫຼືເຮັດຜິດກົດໝາຍ
  4. ເຮົາມັກຈະກັງວົນວ່າ ຜູູ້ອື່ນຈະຄິດແນວໃດກັບເຮົາ
  5. ຄວາມຮູ້ສຶກຕິດບ້ວງ ແລະອອກມາຈາກຄວາມສຳພັນຄັ້ງນີ້ຍາກເຫຼືອເກີນ
  6. ຕ້ອງຄອຍງຽບ ແລະຂົ່ມຄວາມຮູ້ສຶກເອົາໄວ້ ເພື່ອບໍ່ໃຫ້ເກີດການຜິດຖຽງກັນ

ແລະຖ້າຄຳຕອບອອກມາວ່າ ‘ແມ່ນ’ ເກືອບຈະທຸກຂໍ້ ນັ້ນແປວ່າ ເຈົ້າກ້າວຂາເຂົ້າໄປຢູ່ໃນຄວາມສຳພັນທີ່ຍຶດຕິດນີ້ແລ້ວ ແລະໃນບໍ່ຊ້າ ຄວມສຳພັນນີ້ຈະທຳລາຍຄົນທັງສອງຄົນ ດ້ວຍການເຮັດໃຫ້ຄົນໜຶ່ງມີອາການເສບຕິດ ແລະໃຊ້ຄວາມຮຸນແຮງໄປເລື້ອຍໆ, ໃນຂະນະດຽວກັນກໍບັງຄັບໃຫ້ອີກຝ່າຍສະບາຍໃຈຢູ່ຄົນດຽວ.

ຮີບອອກມາໃຫ້ໄວ ກ່ອນທີ່ມັນຈະຮ້າຍແຮງໄປກວ່ານີ້

ກ່ອນໜ້ານີ້ບໍ່ດົນ ມີທະວິດເຕີ້ໜຶ່ງກ່າວໄວ້ປະມານວ່າ: “ໃຜທີ່ມີແຟນທີ່ເຜີໃຊ້ຄວາມຮຸນແຮງເວລາໃຈຮ້າຍ ຕໍ່ໃຫ້ບໍ່ໃຊ້ກັບເຮົາ ແຕ່ໃຊ້ກັບສິ່ງຂອງຮອບຕົວ ຢາກໃຫ້ເບິ່ງວ່າເປັນ Red Flag ໃຫ້ໝົດ ແລະຄວນຈະຍ່າງອອກມາໃຫ້ໄວ” ເຊິ່ງຍອດທະວິດແລະຍອດຣີພຣາຍນັ້ນ ກໍເຮັດໃຫ້ເຫັນວ່າມີຫຼາຍຄົນທີ່ປະເຊີນກັບຄວາມສຳພັນເປັນພິດ ທີ່ເກີດຈາກການໃຊ້ກຳລັງ ຫຼື ຄວາມຮຸນແຮງ ແລ້ວເຮົາຍັງຫາຂໍ້ອ້າງໃຫ້ກັບພຶດຕິກຳບໍ່ດີນັ້ນ ແລະເຂົ້າຂ້າງຄົນທີ່ເຮົາຮັກໂດຍບໍ່ຮູ້ຕົວ.
ເຊິ່ງເມື່ອໃດກໍຕາມທີ່ເຮົາຢູ່ໃນຄວາມສຳພັນທີ່ເຮົາບໍສາມາດສື່ສານຄວາມຕ້ອງການຂອງຕົນເອງອອກໄປໃຫ້ອີກຝ່າຍຮັບຮູ້ໄດ້ເລີຍ ໃນທີ່ສຸດມັນກໍໄປຈົບລົງທີ່ອາການໝົດໄຟທີ່ຈະຢູ່ຕໍ່ ເຖິງວ່າທັງສອງຈະບໍ່ໄດ້ມີການຜິດຖຽງກັນຫຼາຍປານໃດ (ເພາະບັນຫາທັງໝົດຖືກເກັບໄວ້ຈົນໝົດ) ແຕ່ມັນກໍບໍ່ໄດ້ເຮັດໃຫ້ຮູ້ສຶກວ່າຢູ່ແລ້ວສະບາຍໃຈເທົ່າໃດເລີຍ.

ເປັນຄວາມສຳພັນທີ່ຄົນທັງສອງຂາດກັນບໍ່ໄດ້

ເພາະຢ້ານຕົນເອງຈະໂດດດ່ຽວ ແຕ່ຢູ່ໄປກໍບໍ່ມີຄວາມສຸກທັງຄູ່

ແມ່ນຄວາມທີ່ທະວິດນັ້ນເວົ້າ ພຶດຕິກຳບໍ່ດີໂດຍສະເພາະສິ່ງທີ່ເຂົ້າຄ່າຍຄວາມຮຸນແຮງ (Abusive) ຖືເປັນສັນຍານເຕືອນທີ່ບໍ່ແມ່ນແຕ່ເຮົາທີ່ຢູ່ໃນຄວາມສຳພັນທີ່ເປັນພິດ ແຕ່ເປັນສັນຍານເຕືອນເຖິງຂັ້ນທີ່ຊີວິດເຮົາອາດເກີດອັນຕະລາຍຂຶ້ນເລີຍກໍໄດ້, ເພາະສະນັ້ນ ການຢູ່ຕໍ່ໃນຄວາມສຳພັນນີ້ມີແຕ່ຄວາມສ່ຽງແລະຄວາມບໍ່ໝັ້ນຍືນ ຫາກອີກຝ່າຍບໍ່ຄິດທີ່ຈະປັບປ່ຽນ ແລະເຮົາເອງກໍສິ້ນຫວັງທີ່ຈະຕັກເຕືອນ ທາງດຽວເທົ່ານັ້ນທີ່ຈະຈົບເລື່ອງນີ້ກໍຄືການຍ່າງອອກມາ.

ໂດຍທຳອິດເລີຍເຮົາຕ້ອງຍອມຮັບກ່ອນວ່າ ການໃຫ້ຫຼືຊັບພອດຄົນໆໜຶ່ງໂດຍປ່ອຍໃຫ້ເຂົາເຮັດເລື່ອງທີ່ບໍ່ດີຕໍ່ໄປ ບໍ່ພຽງແຕ່ຕົວເຮົາທີ່ຈະຕົກຢູ່ໃນຄວາມລຳບາກຍ້ອນຄວາມບໍ່ປົກກະຕິຂອງເຂົາ ແຕ່ຍັງຖືເປັນການທຳຮ້າຍເຂົາໃນອີກຮູບແບບໜຶ່ງອີກດ້ວຍ ເພາະຕົວເຂົາເອງຈະບໍ່ມີທາງຮູ້ວ່າ ສິ່ງທີ່ເຮັດຢູ່ນັ້ນກໍ່ໃຫ້ເກີດຜົນກະທົບແນວໃດທັ້ງຕໍ່ຕົວເເອງແລະຄົນອ້ອມຂ້າງ, ຮູ້ໂຕອີກເທື່ອໜຶ່ງ ອາດຈະເສຍເງິນ ເສຍເວລາ ເສຍສຸຂະພາຍໂດຍທີ່ເອົາກັບຄືນມາບໍ່ໄດ້.

ແລະຕໍ່ໃຫ້ເຮົາຈະຢາກຊັບພອດເຂົາໃນແງ່ທີ່ຢາກໃຫ້ເຂົາຫາຍດີ ເຮົາກໍຕ້ອງຍອມຮັບນຳວ່າເຮົາບໍ່ສາມາດຮັກສາໃຜໃນຊີວິດໄດ້ທັງໝົດ ຖ້າເຂົາເລືອກທີ່ຈະເດີນໄປໃນທາງທີ່ຜິດ ເພາະບາງເລື່ອງມັນອາດຈະເກີນຄວາມສາມາດຂອງເຮົາໄປຫຼາຍ ເນື່ອງຈາກເຮົາບໍ່ແມ່ນຈິດຕະແພດ, ບໍ່ແມ່ນໝໍ, ບໍ່ແມ່ນຜູ້ຊ່ຽວຊານ, ບໍ່ແມ່ນນັກຈິດຕະບຳບັດ ທີ່ຈະເຂົ້າໄປສ້ອມແປງໃຜໃຫ້ຫາຍດີໄດ້ໃນທັນທີ.
ຈາກນັ້ນເບິ່ງຍ້ອນກັບມາທີ່ຕົວເຮົາເອງ ເຊິ່ງກໍຕ້ອງການແຮງຊັບພອດຈາກຄົນອື່ນໆເຊັ່ນດຽວກັນ, ສະນັ້ນ ພະຍາຍາມເອົາຕົນເອງໄປຢູ່ກັບຜູ້ຄົນທີ່ເຮົາສະບາຍໃຈ ຜູ້ທີ່ສາມາດໃຫ້ເຮົາສະແດງອອກທາງຄວາມຮູ້ສຶກ ຫຼືບອກຄວາມຕ້ອງການຂອງຕົນເອງມາໄດ້ ໂດຍບໍ່ຕ້ອງຢ້ານວ່າຈະຖືກຄຽດຫຼືເຂົ້າໃຈຜິດ ເພື່ອສະທ້ອນຄວາມຄິດໃນຫົວຂອງຕົນເອງວ່າເຮົາມີຄວາມສຸກກັບຄວາມສຳພັນນີ້ແທ້ຫຼືບໍ່? ທີ່ຜ່ານມາເຮົາເມື່ອຍເກີນໄປບໍ່?

ເມື່ອໄດ້ຄຳຕອບທີ່ຊັດເຈນແລ້ວ ກໍຢາກໃຫ້ມີ self-compassion ຫຼືຄວາມເມດຕາຕໍ່ຕົນເອງໃຫ້ຫຼາຍໆ ເພື່ອທີ່ຈະບໍ່ຮູ້ສຶກຜິດທີ່ຕ້ອງຍ່າງອອກມາຈາກຄວາມສຳພັນທີ່ກັດກິນຈິດໃຈເຮົາມາດົນ ກ່ອນທີ່ມັນຈະຊ້າເກີນໄປທີ່ຈະແກ້ໄຂ ເພາະການຟັງສຽງຂອງຄົນອື່ນຫຼາຍເກີນໄປ ຈົນເບິ່ງຂ້າມຄວາມຕ້ອງການຂອງຕົນເອງ ນັບມື້ມັນສາມາດນຳໄປສູ່ການກໍ່ໂຕຂອງ ‘ຄວາມຊຶມເສົ້າ’ ແບບມິດໆໄດ້ເຊັ່ນກັນ.

ເຖິງວ່າມື້ນີ້ເຮົາຈະຍັງບໍ່ສາມາດເອົາຕົນເອງອອກມາຈາກຈຸດນັ້ນໄດ້ທັງໝົດ ແຕ່ຢາກໃຫ້ເຊື່ອໃນການປ່ຽນແປງບາດກ້າວນ້ອຍໆ ເທື່ອລະກ້າວເຊັ່ນ: ຄິດເຖິງຄວາມມັກ ຄວາມສົນໃຈທີ່ຕົນເອງເຄີຍມີ ອາດຈະເປັນການກັບມາເຮັດກິດຈະກຳທີ່ເຄີຍເຮັດ ເຖິງວ່າມັນຈະໝາຍເຖິງການທີ່ເຮົາຕ້ອງເຮັດຄົນດຽວຕາມລຳພັງ ແຕ່ແລ້ວມື້ໜຶ່ງເຮົາຈະສຳຜັດໄດ້ວ່າ ຄວາມຈິງແລ້ວຄຸນຄ່າຂອງເຮົາບໍ່ໄດ້ຍຶດຕິດກັບບຸກຄົນໃດບຸກຄົນໜຶ່ງ ແຕ່ເປັນກິດຈະກຳທາງໜ້າເຮົາ, ສະຖານທີ່ທີ່ເຮົາສະບາຍໃຈ ແລະຕົວຂອງເຮົາເອງຫຼາຍກວ່າ.

ຄວາມຮູ້ສຶກຂອງຄົນອື່ນເປັນເລື່ອງທີ່ຢູ່ເໜືອການຄວບຄຸມສະເໝີ ເຮົາອາດຈະບໍ່ສາມາດເຮັດໃຫ້ໃຜພໍໃຈ ຫຼືສົມຫວັງໄປໄດ້ທັງໝົດ ແຕ່ມີຢ່າງໜຶ່ງທີ່ເຮົາສາມາດຄວບຄຸມໄດ້ແນ່ນອນ ໂດຍບໍ່ຕ້ອງຄາດເດົາໃຫ້ຊີວິດກັງວົນ ນັ້ນກໍຄື ເຮົາສາມາດຄວບຄຸມຄວາມສຸກໃຫ້ກັບຕົນເອງໄດ້ທັນທີ ຖ້າຫາກເລືອກທີ່ຈະອອກມາຢືນໃນຈຸດທີ່ເຮົາສະບາຍໃຈຫຼາຍທີ່ສຸດ ແລະເຈັບປວດໜ້ອຍທີ່ສຸດ.

ທີ່ມາ: https://bit.ly/3Ak8Tdz