ຈີນຍັງນຳໜ້າສະຫະລັດອາເມຣິກາ “ຄອງຕຳແໜ່ງ ຄູ່ຄ້າເບີໜຶ່ງ” ຂອງ EU

ຈີນຍັງນຳໜ້າສະຫະລັດອາເມຣິກາ

ເມື່ອວັນພຸດ ທີ 16 ທັນວາ 2020 ທີ່ຜ່ານມາສຳນັກງານສະຖິຕິແຫ່ງສະຫະພາບເອີຣົບ (Eurostat) ລາຍງານສະຖິຕິເມື່ອນັບເຖິງເດືອນຕຸລາທີ່ຜ່ານມາວ່າ ຈີນຍັງຄົງເປັນຄູ່ຄ້າອັນດັບ 1 ຂອງສະຫະພາບເອີຣົບ (EU) ໂດຍໄດ້ແຊງໜ້າສະຫະລັດອາເມຣິກາ ແລະ ຄົງຕຳແໜ່ງນີ້ມາຕັ້ງແຕ່ເດືອນກໍລະກົດທີ່ຜ່ານມາ.

ຈີນຍັງນຳໜ້າສະຫະລັດອາເມຣິກາ

ທັງນີ້ ປະລິມານການຄ້າລະຫວ່າງສະຫະພາບເອີຣົບກັບຈີນໃນຊ່ວງ 10 ເດືອນທຳອິດຢູ່ທີ່ 4.77 ແສນລ້ານຢູໂລ ເພິ່ມຂຶ້ນ 2.2% ເມື່ອທຽບກັບຊ່ວງດຽວກັນຂອງປີ 2019.

ຂະນະທີ່ປະລິມານການຄ້າສິນຄ້າລະຫວ່າງສະຫະພາບເອີຣົບກັບສະຫະລັດອາເມຣິກາໃນຊ່ວງເວລາດຽວກັນນີ້ລົດລົງເຫຼືອ 4.6 ແສນລ້ານຢູໂລ ລົດລົງ 11.2% ເມື່ອທຽບກັບປີກ່ອນ.

ຈີນຍັງນຳໜ້າສະຫະລັດອາເມຣິກາ

ຈາກນັ້ນໃນເດືອນພຶດສະພາທີ່ຜ່ານມາ ການຄ້າປັບຕົວດີຂຶ້ນ ແລະ ຍັງຄົງຊົງຕົວໄດ້ໃນເດືອນມິຖຸນາ ແຕ່ຍັງມີປະລິມານຕ່ຳກວ່າລະດັບກ່ອນເກິດການລະບາດໂຣກໂຄວິດ-19.

ໂດຍໃນເດືອນຕຸລາທີ່ຜ່ານມາ ສະຫະພາບເອີຣົບໄດ້ສົ່ງອອກສິນຄ້າມູນຄ່າ 1.78 ແສນລ້ານຢູໂລ ລົດລົງ 10.3% ເມື່ອທຽບເປັນລາຍປີ ແລະ ນຳເຂົ້າສິນຄ້າເປັນມູນຄ່າລວມ 1.50 ແສນລ້ານຢູໂລ ລົດລົງ 14.3% ເມື່ອທຽບກັບເດືອນຕຸລາຂອງປີ 2019.

ທີ່ມາ: https://today.line.me/th/v2/article/eRDBZK?utm_source=copyshare