ຕຳຫຼວດສະຫະລັດອາເມຣິກາເກີດແນວຄິດ ປ້ອງກັນການເອົາວິດີໂອການປະທ້ວງໄປລົງໃນຊ່ອງ YouTube ດ້ວຍການເປີດເພງຂອງ Taylor Swift ເພື່ອໃຫ້ຕິດລິຂະສິດເພງ ແລະຖືກແບນຈາກ YouTube.
ການປະທ້ວງ ເກີດຂຶ້ນທີ່ເມືອງໂອກແລນ ລັດແຄລິຟໍເນຍ ໃນຕອນທີ່ໄດ້ມີການປະທ້ວງ ທາງຕຳຫຼວດກໍໄດ້ເປີດເພງ Blank Space ຂອງ Taylor Swift ຜ່ານໂທລະສັບ ເພື່ອບໍ່ໃຫ້ນຳເອົາວິດີໂອໄປເຜີຍແຜ່ທາງ YouTube.
ເຈົ້າໜ້າທີ່ຕຳຫຼວດໄດ້ກ່າວວ່າ “ເຈົ້າສາມາດບັນທຶກທຸກຢ່າງໄດ້ ແຕ່ຂ້ອຍຮູ້ວ່າເຈົ້າຈະບໍ່ສາມາດນຳວິດີໂອໄປລົງໃນ YouTube ໄດ້”.
ແຕ່ຄວາມພະຍາຍາມດັ່ງກ່າວຂອງຕຳຫຼວດກໍບໍ່ເປັນຜົນ ວິດີໂອດັ່ງກ່າວກໍຍັງຖືກເຜີຍແຜ່ໂດຍສະມາຊິກໂຄງການຕໍ່ຕ້ານຕຳຫຼວດ-ການກໍ່ການຮ້າຍ (Anti Police-Terror Project), ເຊິ່ງວິດີໂອດັ່ງກ່າວກໍໄດ້ຖືກເຜີຍແຜ່ລົງເມື່ອວັນທີ 1 ກໍລະກົດ ແລະ ໄດ້ມີຜູ້ເຂົ້າຊົມຫຼາຍເຖິງ 180,000 ເທື່ອໃນມື້ນັ້ນ ແລະ ວິດີໂອກໍຍັງອອນໄລນ໌ຢູ່ຈົນຮອດປັດຈຸບັນ.
ຮັບຊົມວິດີໂອດັ່ງກ່າວ:
ຂໍຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/