ຕະຫຼາດອະສັງຫາລິມະຊັບ ຫວຽດນາມ ສືບຕໍ່ເປັນແມ່ແຮງດຶງດູດການລົງທຶນຈາກຕ່າງປະເທດ ເຂົ້າຫວຽດນາມ


CBRE (Coldwell Banker Richard Ellis – ບໍລິສັດລົງທຶນ ແລະ ການບໍລິການອະສັງຫາລິມະຊັບການຄ້າຂອງ ອາເມຣິກາ ເປີດເຜີຍວ່າ ຜົນສຳຫຼວດ ກ່ຽວກັບແນວຄິດ ແລະ ແຜນການຂອງນັກລົງທຶນຢູ່ ພາກພື້ນ ອາຊີ – ປາຊີຟິກ ໃນປີ 2024 ວ່າຫວຽດນາມ ຢືນຢູ່ອັນດັບທີ 2 ໃນຈໍານວນຕະຫຼາດທີ່ພົ້ນເດັ່ນ ແລະ ໜ້າສົນໃຈທີ່ສຸດ ໃນໂລກກ່ຽວກັບຍຸດທະສາດການລົງທຶນ, ໂອກາດ ແລະ ມູນຄ່າເພີ່ມ ໃນຂົງເຂດອະສັງຫາລິມະຊັບ.

ຜູ້ຕາງໜ້າ CBRE ປະຈຳຫວຽດນາມ ໃຫ້ຮູ້ວ່າ: ເມື່ອທຽບໃສ່ບັນດາປະເທດໃນພາກພື້ນ, ຫວຽດນາມ ພວມດຶງດູດຄວາມສົນໃຈຈາກບັນດານັກລົງທຶນໄດ້ຫຼາຍກວ່າ ຍ້ອນພື້ນຖານເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິ ແລະ ລະດັບດອກເບ້ຍເພດານຍັງຢູ່ໃນລະດັບຕ່ຳ.

ທ່ານ ຫງວຽນຟ້າມແອງຢຸຍ ຫົວໜ້າພາກສ່ວນໃຫ້ຄຳປຶກສາການລົງທຶນຂອງ CBRE ຫວຽດນາມ ໃຫ້ຮູ້ວ່າ: ບັນດານັກລົງທຶນພວມຕັ້ງໜ້າຊອກຫາ ແລະ ເພີ່ມທະວິການດຳເນີນທຸລະກິດຂອງຕົນຢູ່ ຫວຽດນາມ. ຫວຽດນາມ ກໍໄດ້ຫຼຸດຜ່ອນດອກເບ້ຍໃນໄລຍະຜ່ານມາ, ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຕະຫຼາດອະສັງຫາລິມະຊັບຂອງ ຫວຽດນາມ ສາມາດດຶງດູດນັກລົງທຶນຫຼາຍຂຶ້ນກວ່າເກົ່າ.

ຕາມການໄຈ້ແຍກຂອງ CBRE ແລ້ວ, 6 ເດືອນ ທ້າຍປີ 2024, ບັນດາການເຄື່ອນໄຫວຊື້-ຂາຍໂຄງການອະສັງຫາລິມະຊັບການຄ້າຢູ່ ຫວຽດນາມ ຈະເພີ່ມລະດັບຄວາມວ່ອງໄວ ເມື່ອຕະຫຼາດພວມມີຄວາມຫວັງກ່ຽວກັບການຫຼຸດຜ່ອນດອກເບ້ຍແຕ່ລະຄັ້ງຂອງບັນດາທະນາຄານສູນກາງຢູ່ພາກພື້ນ.

ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຂະ​ແໜງ​ອະ​ສັງ​ຫາ​ລິ​ມະ​ຊັບ​ຫວຽດນາມ ຍັງ​ຄົງ​ດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດ, ດ້ວຍ FDI ​ເພີ່ມ​ຂຶ້ນ 4,8% ​ເມື່ອ​ທຽບ​ໃສ່​ປີ ຕໍ່ປີ. ໂດຍຂະ​ແໜງ​ການດັ່ງກ່າວ​ໄດ້​ດຶງ​ດູດ​ມູນ​ຄ່າ​ການ​ລົງທຶນ FDI ​ເກືອບ 4,67 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ​ກາຍ​ນີ້, ​ເປັນ​ອັນ​ດັບ​ສອງ​ໃນ​ການ​ດຶງ​ດູດ​ທຶນ​ຕ່າງປະ​ເທດ​ໃນ​ທົ່ວ​ປະ​ເທດ.

https://en.vneconomy.vn/real-estate-continues-to-attract-foreign-investors.htm#:~:text=Vietnam%27s%20real%20estate%20sector%20remains,second%20place%20in%20attraction%20nationwide.

https://www.facebook.com/photo?fbid=935422438271213&set=a.563325788814215

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/