ຍີ່ປຸ່ນສ້າງເວບໄຊທີ່ກວດຫາພື້ນທີ່ສຽງດັງ ເພື່ອຄົນທີ່ຢາກຫຼີກເວັ້ນບ່ອນທີ່ເປັນມົນລະພິດທາງສຽງ


ເຄີຍບໍ່ ບາງເວລາເຮົາກໍຕ້ອງການຄວາມງຽບເພື່ອໃຊ້ສະມາທິ ຫຼື ເຮັດວຽກງານ ລວມເຖິງຫາບ່ອນສະຫງົບໆເພື່ອພັກຜ່ອນ ໂດຍສະເພາະຄົນທີ່ອາໄສຢູ່ໃນຕົວເມືອງ ສະຖານທີ່ງຽບສະຫງົບອາດບໍ່ແມ່ນເລື່ອງງ່າຍທີ່ຈະຫາໄດ້, ທີ່ຍີ່ປຸ່ນຈຶ່ງເກີດແນວຄວາມຄິດສ້າງເວັບໄຊ DQN Today (https://dqn.today/drzqn-map/ ) ຂຶ້ນມາເພື່ອແນະນຳວ່າພື້ນທີ່ໃດທີ່ມີຄວາມວົນແຊວ ແລະ ພື້ນທີ່ໃດສະຫງົບ ສາມາດຢູ່ໄດ້ແບບບໍ່ມີມົນລະພິດທາງສຽງຫຼາຍເກີນໄປ.

ແຜນທີ່ດັ່ງກ່າວເໝາະສຳລັບຄົນທີ່ກຳລັງຊອກຫາຄວາມສະຫງົບ ແລະ ຄົນທີ່ກຳລັງຈະສ້າງບ້ານໃໝ່ ຫຼື ຍ້າຍທີ່ຢູ່ອາໄສໃໝ່ທີ່ບໍ່ຕ້ອງການສຽງດັງລົບກວນຫຼາຍເກີນໄປ,​ ໂດຍທີ່ແຜນທີ່ຈະເຕືອນວ່າພື້ນທີ່ໃດທີ່ເປັນ “Dorozoku” ຫຼື ພື້ນທີ່ທີ່ມີຄົນມັກມີສຽງດັງ ສ້າງຄວາມວົນແຊວໃຫ້ພື້ນທີ່ສາທາລະນະ ເຊິ່ງຄຳເຕືອນເຫຼົ່ານີ້ຈະມາຈາກຜູ້ຄົນທີ່ເດີນທາງໄປສະຖານທີ່ນັ້ນໆ ແລະ ຮູ້ສຶກວ່າບໍ່ສາມາດທົນຕໍ່ສຽງລົບກວນໄດ້ ພວກເຂົາຈະປັກໝຸດລົງເວັບໄຊດັ່ງກ່າວ ເພື່ອບໍ່ແນະນຳໃຫ້ຄົນທີ່ຕ້ອງການຄວາມສະຫງົບເດີນທາງມາສະຖານທີ່ນີ້ ພ້ອມທັງສະແດງຄຳຄິດເຫັນໄວ້ວ່າສຽງດັງຍ້ອນເຫດຜົນໃດ.

ເຈົ້າຂອງເວັບໄຊທີ່ພັດທະນາ ຊື່ @hotaniya ໃນ Twitter ບອກວ່າຕົນເອງພຽງຕ້ອງການໃຫ້ເກີດຄຳແນະນຳເລັກນ້ອຍສຳລັບການເລືອກທີ່ຢູ່ອາໄສ ເຊິ່ງຄວາມຄິດນີ້ເກີດຂຶ້ນມາຕັ້ງແຕ່ປີ 2016 ແລະ ຄົນໃຊ້ບໍ່ຮອດ 1000 ຄົນ.

ຂອບໃຈຂໍ້ມູນຈາກ:

https://bit.ly/3g2KVLZ

https://bit.ly/3CN8Ys4