ອິນເດຍສົ່ງດາວທຽມ Amazonia ຂຶ້ນສູ່ວົງໂຄຈອນ ແນໃສ່ສຶກສາການຕັດປ່າອາເມຊອນຂອງປະເທດບຣາຊິວ


ໃນວັນທີ 28 ກຸມພາ 2021 ທີ່ຜ່ານມາ ອົງກອນວິໄຈອະວະກາດອິນເດຍ ຫຼື ISRO (The Indian Space Research Organization) ໄດ້ມີການສົ່ງດາວທຽມວິທະຍາສາດຂຶ້ນສູ່ວົງໂຄຈອນດ້ວຍຈະຫຼວດ PSLV-DL ທີ່ຖານສົ່ງ Satish Dhawan First Launch Pad ເກາະ Sriharikota.

ດາວທຽມໃນພາລະກິດນີ້ປະກອບໄປດ້ວຍ ດາວທຽມ Amazonia 1 ເຊິ່ງເປັນດາວທຽມວິທະຍາສາດປະເພດສັງເກດການໂລກ (Earth Observation) ດວງທຳອິດຂອງສະຖາບັນວິໄຈອະວະກາດປະເທດບຣາຊິວ (National Institute for Space Research) ດາວທຽມດວງນີ້ມີຈຸດປະສົງເພື່ອກວດສອບການຕັດໄມ້ທຳລາຍປ່າໃນພື້ນທີ່ປ່າດິບຊຸ່ມ Amazon ແລະ ວິເຄາະພື້ນທີ່ການກະສິກຳໃນອານາເຂດຂອງບຣາຊິວ.

ນອກຈາກນີ້ ພາລະກິດຍັງໄດ້ມີການສົ່ງດາວທຽມສັນຊາດອິນເດຍຂຶ້ນໄປອີກ 18 ດວງ ປະກອບໄປດ້ວຍດາວທຽມຈາກ Indian National Space Promation and Authorisation Cente (IN-SPACe) 4 ດວງ ແລະ ດາວທຽມຈາກ NewSpace India Limited ອີກ 14 ດວງ ໂດຍດາວທຽມທັງໝົດ 19 ດວງນີ້ໄດ້ຖືກສົ່ງຂຶ້ນໄປໃນວົງໂຄຈອນ Sun-Synchronous Orbit (SSO) ເຊິ່ງເປັນວົງໂຄຈອນທີ່ມີທາງການໂຄຈອນພໍດີກັບດວງອາທິດ.

ພາບ: space.com, nasaspaceflight.com, The Indian Space Research Organization, National Institute for Space Research of Brazil

ຂອບໃຈຂໍ້ມູນຈາກ: